ຊື່ຜະລິດຕະພັນ: ALIALOH3
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Aluminium hydroxide………………………………500mg
ຂໍ້ບົ່ງໃຊ້:
ໃຊ້ເພື່ອບັນເທົາອາການ ເຈັບກະເພາະ, ເຈັບແສບໃນກະເພາະ ທີ່ເປັນສາເຫດມາຈາກກົດໄຫລຍ້ອນ ແລະ ຂັບຫລັ່ງກົດໃນກະເພາະອາຫານ.
ວິທີໃຊ້:
ໃຊ້ຄ້ຽວຫຍໍ້າ ກືນກິນກັບນໍ້າ 1-2 ເມັດຕໍ່ຄັ້ງ, ວັນລະ 3 ຄັ້ງ ໂດຍມີໄລຍະຫ່າງ ກ່ອນ ແລະ ຫລັງການກິນອາຫານ ເຄິ່ງຊົ່ວໂມງ ຫລື ໃນລະຫວ່າງທີ່ມີອາການປວດໃນກະເພາະ.
ຂໍ້ຫ້າມໃຊ້:
ຫ້າມໃຊ້ໃນຄົນເຈັບທີ່ມີອາການໄສ້ຕິ່ງອັກເສບ ແລະ ໃນຄົນເຈັບທີ່ມີອາການປວດທ້ອງຢ່າງຮຸນແຮງ.
ຄຳເຕືອນ:
• ບໍ່ຄວນໃຊ້ຢານີ້ຕິດຕໍ່ກັນເກີນ 7 ວັນ .
• ໃນແມ່ຍິງທີ່ຖືພາ ຕໍ່າກວ່າ 3 ເດືອນ ຄວນໃຊ້ຢ່າງລະມັດລະວັງ, ຄົນເຈັບທີ່ມີບັນຫາການທຳງານຂອງໝາກໄຂ່ຫລັງຜິດປົກກະຕິ, ຄົນເຈັບທີ່ມີອາການທ້ອງຜູກເປັນເວລານານ ຄວນລະມັດລະວັງໃນການນໍາໃຊ້.
• ຄົນເຈັບທີ່ກວດພົບປະລິມານ ຟົສຟັດ ໃນເລືອດຕໍ່າ (hypophosphatemia) ຄວນລະມັດລະວັງໃນການໃຊ້.
• ຄົນເຈັບທີ່ມີບັນຫາກ່ຽວກັບຕ່ອມປົສຕັດ ຫລື ຕ່ອມລູກຫມາກໂຕ, ມີຄວາມດັນໃນຕາສູງ ຫລື ເປັນພະຍາດຕໍ້ຫີນ, ຄົນເຈັບທີ່ເປັນພະຍາດຄວາມດັນ, ເປັນພະຍາດຫົວໃຈ, ເປັນພະຍາດກ່ຽວກັບການອຸດຕັນທາງເດີນອາຫານ, ມີບັນຫາກ່ຽວກັບການທຳງານຂອງຕ່ອມໄທລອຍ, ລໍາໄສ້ໃຫຍ່ອັກເສບ ແລະ ອື່ນໆ ໃຫ້ນໍາໃຊ້ຢ່າງລະມັດລະວັງ.
• ຫ້າມນຳໃຊ້ໃນຜູ້ແພ້ຢານີ້.
• ພາຍໃນ 1 ຊົ່ວໂມງ ຫລັງການກິນຢານີ້ ຫລີກລ້ຽງການກິນຢາອື່ນ ເພາະຈະເກີດປະຕິກິລິຍາລະຫວ່າງຢາໄດ້.
• ບໍ່ຄວນນໍາໃຊ້ຢານີ້ ຮ່ວມກັບຢາເຄືອບ ປະເພດ Enteric coated tablets ເພາະຈະເຮັດໃຫ້ການອອກລິດຂອງຢາບໍ່ມີປະສິທິຜົນໃນການປິ່ນປົວ.
ຜົນຂ້າງຄຽງ:
• ການໃຊ້ຢານີ້ເປັນເວລານານຕິດຕໍ່ກັນ ອາດເປັນຜົນເຮັດໃຫ້ ເກີດອາການທ້ອງຜູກທີ່ຮຸນແຮງ, ເຮັດໃຫ້ອາຈົມຈັບກັນແຫນ້ນ ເປັນບັນຫາເຮັດໃຫ້ລຳໄສ້ໃຫຍ່ອຸດຕັນໄດ້.
• ການນໍາໃຊ້ຢານີ້ ເປັນເວລານານໃນຜູ້ສູງອາຍຸ ສາມາດນໍາໄປສູ່ພະຍາດກະດູກຜຸ່ຍໄດ້.
ຮູບແບບ: ຢາເມັດສີເຫຼືອງ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
• 1 ກັບມີ 2 ແຜງ, 1 ແຜງ ມີ 10 ເມັດ
• 1 ກັບມີ 50 ແຜງ, 1 ແຜງ ມີ 10 ເມັດ
ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ





