ALIHYDROCORTISONE

ສ່ວນປະກອບ
Hydrocortisone……………………………10mg
ຂໍ້ບົ່ງໃຊ້

  • ນຳໃຊ້ເປັນຢາ ໃນການປິ່ນປົວພາວະການທຳງານຂອງຕ່ອມເທິງໝາກໄຂ່ຫຼັງບໍ່ພຽງພໍ ຫຼື ພາວະຕ່ອມເທິງໝາກໄຂ່ຫຼັງ ທຳງານຜິດປົກກະຕິ ແຕ່ກຳເນີດ.
  • ຍັງສາມາດນໍາໃຊ້ເພື່ອປິ່ນປົວອາການ ຂອງພະຍາດປະດົງຂໍ່, ພະຍາດຜິວໜັງອັກເສບ, ເອັນ, ກະດູກ ແລະ ກ້າມເນື້ອ, ຕາອັກເສບ, ອາການໄຂ້ ຈາກພະຍາດ ລູມາຕິກ, ພະຍາດປະດົງ, ອັກເສບຫຼອດລົມ, ພະຍາດພູມແພ້ຕ່າງໆ, ປິ່ນປົວການຕິດເຊື້ອຮຸນແຮງ ລວມທັງອາການຊັອກຕ່າງໆ.

ຂະໜາດບັນຈຸ: ບັນຈຸໃນກັບ, 1 ກັບມີ 2 ແຜງ, 1 ແຜງມີ 7 ເມັດ.
ເລກທະບຽນ: 08 L 1175/24
Download ALIHYDROCORTISONE Drug Registration Certificate

ຊື່ຜະລິດຕະພັນ: ALIHYDROCORTISONE


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Hydrocortisone………………….10mg.


ຂໍ້ບົ່ງໃຊ້:

  • ນຳໃຊ້ເປັນຢາ ໃນການປິ່ນປົວພາວະການທຳງານຂອງຕ່ອມເທິງໝາກໄຂ່ຫຼັງບໍ່ພຽງພໍ ຫຼື ພາວະຕ່ອມເທິງໝາກໄຂ່ຫຼັງ ທຳງານຜິດປົກກະຕິ ແຕ່ກຳເນີດ.
  • ຍັງສາມາດນໍາໃຊ້ເພື່ອປິ່ນປົວອາການ ຂອງພະຍາດປະດົງຂໍ່, ພະຍາດຜິວໜັງອັກເສບ, ເອັນ, ກະດູກ ແລະ ກ້າມເນື້ອ, ຕາອັກເສບ, ອາການໄຂ້ ຈາກພະຍາດ ລູມາຕິກ, ພະຍາດປະດົງ, ອັກເສບຫຼອດລົມ, ພະຍາດພູມແພ້ຕ່າງໆ, ປິ່ນປົວການຕິດເຊື້ອຮຸນແຮງ ລວມທັງອາການຊັອກຕ່າງໆ.

ວິທີໃຊ້:

  • ນຳໃຊ້ພາຍໃຕ້ຄຳຊີ້ນຳຂອງແພດໝໍ.
  • ແນະນໍາໃຫ້ໃຊ້ໃນປະລິມານ 20-30mg ຕໍ່ຄັ້ງ ຕໍ່ວັນ, ຫຼືແບ່ງເປັນສອງຄັ້ງ ໃນຕອນເຊົ້າກິນ 2/3 ແລະຕອນທຽງກິນ 1/3 ຫຼັງຈາກອາຫານທ່ຽງ. ຂຶ້ນກັບສະພາບຄວາມຮຸນແຮງຂອງອາການ, ການດັດປັບປະລິມານການນໍາໃຊ້ເພີ່ມຂຶ້ນຕາມຄວາມເຫມາະສົມ, ໂດຍທົ່ວໄປການເພີ່ມຂຶ້ນ ຈະປັບຂຶ້ນ ໃນປະລິມານ 80mg ຕໍ່ມື້.
  • ອີງຕາມສະພາບຄວາມຮຸນແຮງຂອງຄົນເຈັບ ການດັດປັບປະລິມານເພີ່ມຂຶ້ນ ບໍ່ຄວນເກີນ 240mg ຕໍ່ມື້.

ຂໍ້ຫ້າມໃຊ້:

  • ຫ້າມໃຊ້ໃນຜູ້ແພ້ຢານີ້.
  • ໃນຄົນເຈັບທີ່ມີການຕິດເຊື້ອລາ ຕ່າງໆ.

ຄຳເຕືອນ:

  • ໃນລະຫວ່າງການນໍາໃຊ້ຢານີ້ ອາດພາໃຫ້ກະຕຸ້ນການຕິດເຊື້ອໃໝ່.
  • ການໃຊ້ຢານີ້ ເປັນເວລາດົນນານໃນຄົນເຈັບທີ່ມີ ຕໍ້ກະຈົກທີ່ຕາ, ຄົນເຈັບທີ່ມີອາການຄວາມດັນຕາສູງ ສາມາດພາໃຫ້ເສັ້ນປະສາດຕາຖືກທຳລາຍ.
  • ໃນແມ່ຍິງຖືພາ, ແມ່ຍິງລ້ຽງລູກດ້ວຍນ້ຳນົມແມ່ ຄວນຫຼີກລ້ຽງການນໍາໃຊ້ເທົ່າທີ່ເຮັດໄດ້.
  • ການໃຊ້ໃນເດັກ ອາດມີຜົນກະທົບຕໍ່ ການພັດທະນາ ແລະ ການເຕີບໃຫຍ່.
  • ການໃຊ້ຢານີ້ ໃນຜູ້ສູງອາຍຸ ຄວນລະມັດລະວັງ ດຸໝັ່ນກວດຄວາມດັນເລືອດ ແລະ ກວດລະດັບຂຸຍກະດູກ ໃນຊ່ວງການນໍາໃຊ້.

ຜົນຂ້າງຄຽງ:

  • ລະດັບຂອງບັນດາສານ Electrolyte ຜິດປົກກະຕິ, ເຊັ່ນ ເກີດມີການສະສົມ Sodium retention, ການສູນເສຍ Potassium, ການເກີດຄວາມດັນເລືອດສູງຂຶ້ນ ອື່ນໆ.
  • ການເກີດພະຍາດ ກ່ຽວກັບ ກະດູກ ແລະ ກ້າມເນື້ອເຊັ່ນການເກີດ ກ້າມເນື້ອອ່ອນເພຍ, ການເກີດພະຍາດກະດູກຂຸຍ.
  • ການເກີດພະຍາດກະເພາະ ແລະ ລໍາໄສ້.
  • ອາການຫນ້າແດງ ອື່ນໆ.
  • ພົບອາການ ຢຸດການຈະເລີນເຕີບໃຫຍ່ ໃນເດັກເຮັດໃຫ້ເດັກນ້ອຍຂາດການພັດທະນາເຕີບໃຫຍ່ ແລະ ຫຼຸດຜ່ອນ ຄວາມທົນທານ ຕໍ່ກັບປະຕິກິລິຢາຂອງ Carbohydrate.

ຮູບແບບ:  ຢາເມັດສີຂາວ.


ວັນທີໝົດອາຍຸ:  24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:

  • ບັນຈຸໃນກັບ, 1 ກັບມີ 2 ແຜງ, 1 ແຜງມີ 7 ເມັດ.

ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ