ALILEVO

ສ່ວນປະກອບ
Levonorgestrel……………………………1.5mg
ຂໍ້ບົ່ງໃຊ້
ເປັນຢາຈັດຢູ່ໃນກຸ່ມ Progestins ນໍາໃຊ້ເປັນຢາຄຸມກຳເນີດ ແບບສຸກເສີນ ໃຊ້ໃນແມ່ຍິງ ທີ່ຕ້ອງການຄຸມກຳເນີດສຸກເສີນ ທີ່ບໍ່ມີມາດຕະການໃນການປ້ອງກັນການຕັ້ງຄັນ ຫຼືອຸບັດຕິເຫດສຸກເສີນ ທີ່ບໍ່ທັນພ້ອມທີ່ຈະຕັ້ງຄັນ.
ຂະໜາດບັນຈຸ: 1 ເມັດຕໍ່ ກັບ.
ເລກທະບຽນ: 07 L 1129/24
Download ALILEVO Drug Registration Certificate

ຊື່ຜະລິດຕະພັນ:  ALILEVO


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Levonorgestrel……………………………1.5mg


ຂໍ້ບົ່ງໃຊ້:
ເປັນຢາຈັດຢູ່ໃນກຸ່ມ Progestins ນໍາໃຊ້ເປັນຢາຄຸມກຳເນີດ ແບບສຸກເສີນ ໃຊ້ໃນແມ່ຍິງ ທີ່ຕ້ອງການຄຸມກຳເນີດສຸກເສີນ ທີ່ບໍ່ມີມາດຕະການໃນການປ້ອງກັນການຕັ້ງຄັນ ຫຼືອຸບັດຕິເຫດສຸກເສີນ ທີ່ບໍ່ທັນພ້ອມທີ່ຈະຕັ້ງຄັນ.


ວິທີໃຊ້:
ໃຊ້ປ້ອງກັນການຕັ້ງຄັນ ດ້ວຍການຮັບປະທານພາຍໃນ ເວລາ 72 ຊມ ຫຼັງການມີເພດສຳພັນ, ໃນກໍລະນີທີ່ບໍ່ມີການຄຸມກຳເນີດ ຫຼືວິທີການໃນການຄຸມກຳເນີດທີ່ນໍາໃຊ້ຢູ່ ຜ່ານມາບໍ່ມີຜົນ ໂດຍໃຊ້ຮັບປະທານໜຶ່ງເມັດ ຄັ້ງດຽວ.


ຂໍ້ຫ້າມໃຊ້:
ຫ້າມໃຊ້ໃນຄົນເຈັບທີ່ເປັນມະເຮັງເຕົ້ານົມ, ມະເຮັງມົດລູກ, ຄົນເຈັບທີ່ມີໜ້າທີ່ການທຳງານຂອງຕັບຜິດປົກກະຕິ, ມີປະຫວັດອາການເຫຼືອງ (ຂີ້ຫມາກເຫຼືອງ) ຫຼືບັນຫາກ່ຽວກັບຖົງນໍ້າບີ, ຄົນເຈັບທີ່ມີບັນຫາທາງຫຼອດເລືອດຕັນ, ມີບັນຫາກ່ຽວກັບເສັ້ນເລືອດໃນສະໝອງ, ຄວາມດັນເລືອດສູງ, ມີບັນຫາກ່ຽວກັບພະຍາດຫົວໃຈແລະເສັ້ນເລືອດ, ເບົາຫວານ, ໄຂມັນໃນເລືອດສູງພາວະຊຶມເສົ້າທາງຈິດໃຈ ແລະໃນຍິງທີ່ມີອາຍຸສູງກວ່າ 40 ປີ.


ຄຳເຕືອນ:

  • ຢານີ້ນໍາໃຊ້ ໃນເປົ້າໝາຍປ້ອງກັນການຕັ້ງຄັນ ແບບສຸກເສີນ ບໍ່ແມ່ນເພື່ອເປົ້າໝາຍໃນການທຳແທ້ງບຸດ.
  • ກໍລະນິມີຄວາມຜິດປະກະຕິ ມີເລືອດອອກທາງ ທໍ່ປັດສະວະ ຫຼືຊ່ອງຄ່ອດ ມີອາການປວດທ້ອງຮຸນແຮງ ໃນລະຫວ່າງ 3 ຫາ 5 ທິດຫຼັງການນໍາໃຊ້ຢາ ຄວນໄປປືກສາແພດທັນທີ ເພື່ອ ເບິ່ງອາການຜິດປົກກະຕິ ຂອງມົດລູກ ທີ່ອາດມີ ຫຼືບໍ່ມີບັນຫາຕັ້ງຄັນນອກມົດລູກ.
  • ສຳລັບແມ່ຍິງທີ່ມີອາຍຸຕໍ່າກວ່າ 17 ປີ ຄວນປຶກສາແພດກ່ອນການນໍາໃຊ້.
  • ແມ່ຍິງຢູ່ໃນໄລຍະລ້ຽງລູກດ້ວຍນ້ຳນົມແມ່, ຄວນຢຸດການໃຫ້ນົມລູກຊົ່ວຄາວຢ່າງໜ້ອຍເປັນເວລາ 3 ວັນ ນັບຈາກເວລາຮັບປະທານຢາ.
  • ການໃຊ້ຢານີ້ ອາດເຮັດໃຫ້ເກີດ ປະຕິກິລິຍາສົນ ໃນກໍລະນີ ມີການໃຊ້ຮ່ວມກັບຢາ ບາງປະເພດເຊັ່ນ: Phenobarbital, Phenytoin sodium, Rifampicin, Carbamazepine, Macrolide antibiotics, Imidazole Antifungal, Cimetidine and anti-tumor drugs, ດັ່ງນັ້ນ ຖ້າມີການໃຊ້ຢາປະເພດເຫຼົ່ານີ້ຢູ່ ກ່ອນຈະໃຊ້ຢາຄຸມ ຕ້ອງໄດ້ຮັບການປຶກສາແພດໝໍ.

ຜົນຂ້າງຄຽງ:

  • ປຸ້ນທ້ອງ, ຮາກ, ເຈັບປວດເຕົ້ານົມ, ເຈັບຫົວ, ວິນວຽນ, ອິດເມື່ອຍ ອື່ນໆ.
  • ອາດມີເລືອດໄຫຼ ໃນມົດລູກ ຫຼືທໍ່ຍ່ຽວ ຄວນປຶກສາແພດດ່ວນຖ້າພົບເຫັນກໍລະນີດັ່ງກ່າວ.

ຮູບແບບ:  ຢາເມັດສີຂາວ.


ວັນທີໝົດອາຍຸ:  24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 1 ເມັດຕໍ່ ກັບ.


ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງເດີມ, ປິດສະນິດ ຮັກສາໄວ້ໃນທີ່ຮົ່ມ.
  • ເກັບຮັກສາ ໃຫ້ຫ່າງຈາກມືເດັກ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ