ຊື່ຜະລິດຕະພັນ: ALILINAGLIPTIN
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Linagliptin……………………………………5mg.
ຂໍ້ບົ່ງໃຊ້:
ໃຊ້ເພື່ອປິ່ນປົວພະຍາດເບົາຫວານ ປະເພດ 2 ຮ່ວມກັບ ການຄວບຄຸມອາຫານ ແລະ ການອອກກຳລັງກາຍ ເພື່ອປັບ ແລະ ຄວບຄຸມລະດັບນໍ້າຕານໃນເລືອດ.
ວິທີໃຊ້:
- ນຳໃຊ້ພາຍໃຕ້ຄຳຊີ້ນຳຂອງແພດໝໍ.
- ໃຊ້ຮັບປະທານ ໃນປະລິມານ 5mg, ມື້ລະຄັ້ງ.
- ຢານີ້ສາມາດຮັບປະທານກ່ອນ ຫລື ຫລັງອາຫານໄດ້.
- ສາມາດໃຊ້ດ່ຽວ ຫລືໃຊ້ກິນຮ່ວມກັບຢາອື່ນເຊັ່ນ:
(1) Metformin hydrochloride
(2) Metformin hydrochloride and sulfonylurea drugs
(3) Insulin
ຂໍ້ຫ້າມໃຊ້:
ບໍ່ຄວນໃຊ້ຢານີ້ ໃນຜູ້ແພ້ ຕົວຢາ ຫລື ແພ້ສ່ວນປະກອບໃນຕົວຢາ.
ຄຳເຕືອນ:
- ຢານີ້ບໍ່ເຫມາະສົມ ໃຊ້ໃນຄົນເຈັບທີ່ເປັນພະຍາດເບົາຫວານປະເພດ 1 ຫລື type I diabetes ketoacidosis.
- ການໃຊ້ຮ່ວມກັບຢາປົວພະຍາດເບົາຫວານຊະນິດອື່ນເຊັ່ນ sulfonylureas ຫລື insulin ສາມາດເຮັດໃຫ້ປະລິມານນໍ້າຕານໃນເລືອດ ຕໍ່າກວ່າປົກກະຕິ.
- ລະມັດລະວັງ ການໃຊ້ໃນແມ່ຍິງຖືພາ ແມ່ຍິງທີ່ລ້ຽງລູກດ້ວຍນ້ຳນົມແມ່.
- ໃນເດັກຄວນໃຊ້ຢ່າງລະມັດລະວັງ.
ຜົນຂ້າງຄຽງ:
ການເກີດການແພ້ຢາ, ເກີດການອັກເສບໃນໂຜ້ງດັງ, ເປັນຜື່ນຕາມຜິວໜັງ, ອັກເສບໃນໂຜ້ງປາກ ແລະກະເພາະ.
ຮູບແບບ: ຢາເມັດສີຂາວ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ: ບັນຈຸໃນກັບ, 1 ກັບມີ 2 ແຜງ, 1 ແຜງມີ 7 ເມັດ.
ການເກັບຮັກສາ:
- ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
- ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ






