ຊື່ຜະລິດຕະພັນ: ALIRUXOLITINIB
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Ruxolitinib………………………………20mg.
ຂໍ້ບົ່ງໃຊ້:
ນຳໃຊ້ໃນການປິ່ນປົວຜູ້ໃຫຍ່ທີ່ພະຍາດກ່ຽວກັບມ້າມໃຫຍ່ ຫຼື ຜູ້ໃຫຍ່ທີ່ມີພະຍາດ myelofibrosis ຂັ້ນຕົ້ນ (PMF)(ຫຼືເອີ້ນອີກຢ່າງໜຶ່ງວ່າພະຍາດ myelofibrosis ທີ່ບໍ່ຮູ້ສາເຫດ), ພະຍາດ myelofibrosis ທີ່ເກີດຫຼັງຈາກພາວະເມັດເລືອດແດງຜິດປົກກະຕິ (PPV-MF), ພະຍາດ myelofibrosis ທີ່ເກີດຫຼັງຈາກພາວະເມັດເລືອດຕ່ຳຜິດປົກກະຕິ (PET-MF) ແລະ ຄົນເຈັບທີ່ມີພະຍາດ graft-vs-host.
ວິທີໃຊ້:
ກ່ອນການໃຊ້ຢາ ຄົນເຈັບຄວນໄດ້ຮັບການກວດເລືອດກ່ອນ ເພື່ອຕິດຕາມ ຈໍານວນຈຸລັງເມັດເລືອດ ລວມທັງປະລິມານຂອງເມັດເລືອດຂາວຊະນິດຕ່າງໆ, ໃຊ້ດ້ວຍວິທີຮັບປະທານ ກ່ອນ ຫຼື ຫຼັງອາຫານ, ນຳໃຊ້ຕາມຄຳແນະນຳຂອງແພດ.
- ກໍລະນີໃຊ້ເພື່ອປິ່ນປົວ Myelofibrosis:
- ກໍລະນີຜົນການກວດເກັດເລືອດ ສູງກວ່າ 200×109/L: ໃຫ້ໃຊ້ ຢາໃນປະລິມານ 20mg ໃຫ້ກິນສອງຄັ້ງ ຕໍ່ວັນ.
- 100×109/L ຫາ 200×109/L: ໃຫ້ໃຊ້ 15mg ໃຫ້ກິນສອງຄັ້ງຕໍ່ວັນ.
- ກໍລະນີພົບເກັດເລືອດ ໃນລະດັບ 50×109/L ຫາ ປະລິມານທີ່ໜ້ອຍກວ່າ 100×109/L: ໃຫ້ກິນ 5 mg ໃຫ້ກິນສອງຄັ້ງຕໍ່ວັນ.
- ໃຫ້ຕິດຕາມກວດເລືອດ 2 ຫາ 4 ອາທິດ ຈົນກວ່າ ເລືອດຈະຄົງທີ່ ແລະ ຕິດຕາມສະພາບອາການຕ່າງໆທີ່ສະແດງອອກ ໃນເວລານໍາໃຊ້ຢາ ເພື່ອດັດປັບຂະໜາດ ປະລິມານຂອງຢາໃຫ້ເໝາະສົມ.
- ກໍລະນີ ນໍາໃຊ້ເພື່ອປິ່ນປົວ Polycythemia Vera:
- ເລີ່ມຕົ້ນນຳໃຊ້ ALIRUXOLITINIB ດ້ວຍປະລິມານ 10mg ໃຫ້ກິນ ສອງຄັ້ງຕໍ່ວັນ (ເຊົ້າ - ແລງ) ປະລິມານໃຊ້ສູງສຸດບໍ່ໃຫ້ເກີນ 25mg (ເຊົ້າ - ແລງ).
- ກໍລະນີໃຊ້ເພື່ອປິ່ນປົວ Acute Graft-Versus-Host Disease:
- ເລີ່ມຕົ້ນນໍາໃຊ້ ALIRUXOLITINIB ໃນປະລິມານ 5mg ໃຫ້ກິນສອງຄັ້ງຕໍ່ວັນ (ເຊົ້າ - ແລງ).
- ກໍລະນີໃຊ້ເພື່ອປິ່ນປົວ Chronic Graft-Versus-Host Disease:
- ເລີ່ມຕົ້ນນຳໃຊ້ ALIRUXOLITINIB ດ້ວຍປະລິມານ 10mg ໃຫ້ກິນ ສອງຄັ້ງຕໍ່ວັນ (ເຊົ້າ - ແລງ) ປະລິມານໃຊ້ສູງສຸດບໍ່ໃຫ້ເກີນ 25mg (ເຊົ້າ - ແລງ).
ຂໍ້ຫ້າມໃຊ້:
• ຫ້າມໃຊ້ໃນຄົນເຈັບທີ່ແພ້ຢານີ້.
• ໃນແມ່ຍິງຖືພາ ແລະກຳລັງລ້ຽງລູກດ້ວຍນ້ຳນົມແມ່.
ຄຳເຕືອນ:
• ເກີດອາການເກັດເລືອດຕໍ່າ, ເລືອດຈາງ, ພາວະເມັດເລືອດຂາວຕໍ່າ (neutropenia).
• ຄວນຈຳກັດການຕິດເຊື້ອແບັກທີເຣຍກ່ອນການນຳໃຊ້ ALIRUXOLITINIB.
• ເກີດອາການຊຸດລົງ ຍ້ອນການຢຸດຢາກະທັນຫັນ ຫຼື ການໃຊ້ ບໍ່ຕໍ່ເນື່ອງຕາມການກຳນົດ.
• ມີຜົນຕໍ່ຜິວໜັງ ເກີດສະພາບ Non-melanoma skin cancer.
• ກໍລະນີຈໍາເປັນໃຊ້ຢານີ້ໃນເດັກ ຕ້ອງໄດ້ຮັບການ ລະວັງເປັນພິດເສດ.
ຜົນຂ້າງຄຽງ:
• ການຫຼຸດລົງຂອງເກັດເລືອດ ການເກີດໂລກເລືອດຈາງ.
• ການຕິດເຊື້ອ ແລະ ບວມ.
ຮູບແບບ: ຢາເມັດສີຂາວ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ: 56 ເມັດ/ກ່ອງ.
ການເກັບຮັກສາ:
• ເກັບຮັກສາ ໃນອຸນຫະພູມຂອງຫ້ອງ 20-25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ






