ALLIPAINIX

ສ່ວນປະກອບ
Pregabalin……………………….…….75mg
Mecobalamin…………………….….0.5mg

ຂໍ້ບົ່ງໃຊ້
ຢານີ້ເຫມາະສຳລັບນໍາໃຊ້ໃນການປິ່ນປົວເສັ້ນປະສາດ ເຊັ່ນ:ປາຍປະສາດອັກເສບ (ພະຍາດປະສາດງູສະວັດ), ເຈັບປວດຕາມປາຍປະສາດ, ຕາມປາຍມື, ແຂນຂາ, ພະຍາດປະສາດ Fibromyalgia ເປັນຕົ້ນ.

ຂະໜາດບັນຈຸ:
• 1 ກັບມີ 2 ແຜງ, 1 ແຜງມີ 10 ແຄັບຊູນ.
• 1 ກັບມີ 50 ແຜງ, 1 ແຜງມີ 10 ແຄັບຊູນ.

ເລກທະບຽນ: 12 L 1285/25
Download ALLIPAINIX Drug Registration Certificate

ຊື່ຜະລິດຕະພັນ: ALLIPAINIX


ສ່ວນປະກອບ:
ໃນ 1 ແຄັບຊູນປະກອບດ້ວຍ:
Pregabalin……………………….…….75mg
Mecobalamin…………………….….0.5mg


ຂໍ້ບົ່ງໃຊ້:
ຢານີ້ເຫມາະສຳລັບນໍາໃຊ້ໃນການປິ່ນປົວເສັ້ນປະສາດ ເຊັ່ນ:ປາຍປະສາດອັກເສບ (ພະຍາດປະສາດງູສະວັດ), ເຈັບປວດຕາມປາຍປະສາດ, ຕາມປາຍມື, ແຂນຂາ, ພະຍາດປະສາດ Fibromyalgia ເປັນຕົ້ນ.


ວິທີໃຊ້: ໃຊ້ກິນຄັ້ງລະແຄັບຊູນ, ກິນ 2 ຄັ້ງຕໍ່ວັນ, ກິນພາຍຫລັງຮັບປະທານອາຫານແລ້ວ.


ຂໍ້ຫ້າມໃຊ້: 
• ຫ້າມໃຊ້ໃນຜູ້ແພ້ຢານີ້, ຫ້າມໃຊ້ໃນຄົນເຈັບທີ່ເປັນພະຍາດທາງຈິດມີທ່າອຽງໃນການຂ້າໂຕຕາຍ, ຄົນເຈັບທີ່ມີບັນຫາກ່ຽວກັບພະຍາດຫົວໃຈ, ຄົ ນເຈັບທີ່ມີອາການຊຶມເສົ້າ, ຄົນເຈັບທີ່ມີພະຍາດຄວາມດັນໃນຕາສູງ ຫລື Glaucoma.
• ຫ້າມນຳໃຊ້ໃນຄົນເຈັບທີ່ມີອາການແພ້ຕໍ່ອົງປະກອບໃດໆຂອງຜະລິດຕະພັນ.


ຄຳເຕືອນ:
• ຄວນລະມັດລະວັງ ໃນການນໍາໃຊ້ຢານີ້ ໃນແມ່ຍິງຖືພາ ແລະ ແມ່ຍິງທີ່ກຳລັງລ້ຽງລູກດ້ວຍນ້ຳນົມແມ່.
• ການໃຊ້ຢານີ້ ຮ່ວມກັບ ຢາໃນກຸ່ມ Captopril, Lorazepam, Pentazocine ຫລື Codeine ອາດເກີດມີປະຕິກິລິຍາຕໍ່ຕ້ານກັນໄດ້ ຄວນໃຊ້ຢ່າງລະມັດລະວັງ.
• ໃນລະຫວ່າງການນໍາໃຊ້ຢາ ບໍ່ຄວນຂັບຂີ່ຍານພາຫະນະ, ເຮັດວຽກໃນທີ່ສູງ, ເຮັດວຽກກ່ຽວກັບເຄື່ອງກົນຈັກໃດໆ ໃຫ້ປະຕິບັດຕາມການແນະນໍາຂອງແພດ ຕາມການນຳໃຊ້ທີ່ກ່ຽວຂ້ອງກັບການໃຊ້ຢາ.


ຜົນຂ້າງຄຽງ: ບັນດາຜົນຂ້າງຄຽງທີ່ມັກພົບເຫັນແມ່ນມີ ສະພາບການປັ່ນປ່ວນລະບົບທາງເດີນອາຫານ ເຊັ່ນ: ທ້ອງຜູກ, ທ້ອງອືດ, ຮາກ, ນໍ້າຫນັກເພີ່ມຂຶ້ນ ເປັນຕົ້ນ.


ຮູບແບບ: ແຄັບຊູນສີແດງ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 
• 1 ກັບມີ 2 ແຜງ, 1 ແຜງມີ 10 ແຄັບຊູນ.
• 1 ກັບມີ 50 ແຜງ, 1 ແຜງມີ 10 ແຄັບຊູນ.


ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງແດດ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ