ຊື່ຜະລິດຕະພັນ: BEDAQUIS
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Bedaquiline fumarate……………………….…….100mg
ຂໍ້ບົ່ງໃຊ້:
BEDAQUIS ເປັນຢາຕ້ານເຊື້ອແບັກທີເລຍ ທີ່ໃຊ້ຮ່ວມກັບຢາຕ້ານເຊື້ອຕົວອື່ນ ເພື່ອປິ່ນປົວ ວັນນະໂລກປອດ ທີ່ມີການດື້ຕໍ່ຢາ ຫຼາຍຊະນິດ ໃຊ້ໃນຜູ້ໃຫຍ່ ອາຍຸຫຼາຍກວ່າ 18 ປີ, ຢານີ້ຈະນໍາໃຊ້ກໍຕໍ່ເມື່ອ ມາດຖານການປິ່ນປົວ ດ້ວຍຢາທີ່ກຳນົດໄວ້ນໍາໃຊ້ບໍ່ໄດ້ຜົນ, ຢານີ້ບໍ່ໄດ້ແນະນໍາໃຫ້ນໍາໃຊ້ໃນການປິ່ນປົວວັນນະໂລກທີ່ຢູ່ນອກປອດ ຫຼື ປິ່ນປົວວັນນະໂລກ ທີ່ຍັງມີປະສິດທິຜົນດ້ວຍຢາຕົວອື່ນຢູ່.
ວິທີໃຊ້: ໃຫ້ກິນວັນລະຄັ້ງໃນປະລິມານ 400mg ເປັນເວລາ 2 ອາທິດ, ຕໍ່ມາໃຫ້ ຫຼຸດລົງ ຫຼື ໃຫ້ກິນວັນລະ 200mg ອາທິດລະ 3 ຄັ້ງ ໃຊ້ຕິດຕໍ່ກັນ ເປັນເວລາ 22 ອາທິດ ສາມາດກິນຢາໃນເວລາທ້ອງວ່າງ ຫຼື ຫຼັງຈາກຮັບປະທານອາຫານແລ້ວ.
ຂໍ້ຫ້າມໃຊ້: ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.
ຄຳເຕືອນ:
• ຜົນຂອງຢາ ສາມາດພາໃຫ້ເກີດ ການປ່ຽນແປງຄື້ນໄຟຟ້າຂອງຫົວໃຈ (QT prolongation) ຄວນມີການວັດແທກຄື້ນໄຟຟ້າຫົວໃຈ ຢ່າງເປັນປົກກະຕິ ໃນໄລຍະການນໍາໃຊ້.
• ຄວນລະງັບການນໍາໃຊ້ ຫາກພົບ ການເຕັ້ນຫົວໃຈຜິດປົກກະຕິ ຫຼື ພົບຊ່ວງໄລຍະ ສະແດງ QTc > 500 ms.
• ການໃຊ້ຮ່ວມກັບຢາອື່ນທີ່ມີຜົນຕໍ່ ການທໍາງານຂອງຄື້ນໄຟຟ້າຫົວໃຈ ອາດເຮັດໃຫ້ເພີ່ມ ລະດັບການກະຕຸ້ນການແກ່ຍາວຂອງ QT ໃຫ້ຕິດຕາມ ກວດ ECGs ເລື້ອຍໆ ໃນໄລຍະເວລາການໃຊ້.
• ການໃຊ້ຢາສາມາດເປັນອັນຕະລາຍຕໍ່ຕັບ ຕິດຕາມກວດກາໜ້າທີ່ການທຳງານຂອງຕັບຢ່າງເປັນປົກກະຕິ ຈາກການກວດວິເຄາະທາງຫ້ອງວິເຄາະ.
• ແບບແຜນໃນການປິ່ນປົວບໍ່ຖືກປະຕິບັດ ສາມາດເປັນຜົນໃຫ້ເກີດການດື້ຕໍ່ຢາ.
ຜົນຂ້າງຄຽງ:
• ບັນດາຜົນຂ້າງຄຽງສ່ວນໃຫຍ່ທີ່ພົບ ປະກອບມີ ອາການປຸ້ນທ້ອງ, ປວດຕາມຂໍ່, ປວດຫົວ.
• ນອກນັ້ນ ຍັງພົບ ອາການໄອເປັນເລືອດ, ອາການເຈັບໜ້າເອິກເປັນຕົ້ນ.
ຮູບແບບ: ເປັນເມັດ ຫຼ່ຽມ ສີຂາວ ບໍ່ໄດ້ເຄືອບ ຂະໜາດ 100mg
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ: 188 ເມັດ/ກ່ອງ.
ການເກັບຮັກສາ:
• ເກັບຮັກສາໃນອຸນຫະພູມ 25°C; ຂອບເຂດອຸນຫະພູມສູງສຸດທີ່ອະນຸຍາດໃນການເກັບຮັກສາ 15°C ຫາ 30°C.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ






