BEMPEDIS

ສ່ວນປະກອບ
Bempedoic acid……………………….…….180mg

ຂໍ້ບົ່ງໃຊ້
• BEMPEDIS ຖືກນໍາໃຊ້ເປັນຢາຫຼຸດໄຂມັນໃນເລືອດໃນຜູ້ໃຫຍ່ ທີ່ພົບໂຄນເລັດສເຕໂລນ ມີປະລິມານສູງໃນເລືອດ (Hypercholesterolemia), ສະພາບໄຂມັນສູງໃນກະແສເລືອດ ສາມາດນໍາໄປສູ່ການເກີດໄຂມັນເກາະຕິດຕາມເສັ້ນເລືອດພາໃຫ້ເກີດ ເສັ້ນເລືອດແຂງ ແລະ ເກີດພະຍາດຫົວໃຈ-ເສັ້ນເລືອດຕາມມາ, ກົນໄກໃນການອອກລິດຂອງຢາແມ່ນ ຕ້ານການທຳງານຂອງອັງຊີມ Adenosine triphosphate-citrate lyase (ACL) ທີ່ມີຜົນຕໍ່ລະດັບຂອງໄຂມັນໃນເລືອດ, ໃນການປິ່ນປົວຈະໃຊ້ຮ່ວມກັບ ວິທີການຄວບຄຸມອາຫານການກິນ ທີ່ສາມາດເຮັດໃຫ້ລະດັບໄຂມັນບໍ່ດີ ຫຼື LDL-C ຫຼຸດລົງ.
• ຂໍ້ຈໍາກັດໃນການໃຊ້: ການໃຊ້ຄວນໄດ້ຮັບການຕິດຕາມ ແລະ ການແນະນໍາຈາກແພດຢ່າງເຄັ່ງຄັດ, ເນື່ອງຈາກຢານີ້ຍັງບໍ່ໄດ້ສຶກສາຜົນຂອງມັນຕໍ່ກັບ ອັດຕາການໃຊ້ ແລະ ອັດຕາການຕາຍ ຈາກບັນຫາຫົວໃຈ-ເສັ້ນເລືອດ.

ຂະໜາດບັນຈຸ: 30 ເມັດ/ກ່ອງ.

ເລກທະບຽນ: 03 L 1308/25
Download BEMPEDIS Drug Registration Certificate

ຊື່ຜະລິດຕະພັນ: BEMPEDIS


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Bempedoic acid……………………….…….180mg


ຂໍ້ບົ່ງໃຊ້:
• BEMPEDIS ຖືກນໍາໃຊ້ເປັນຢາຫຼຸດໄຂມັນໃນເລືອດໃນຜູ້ໃຫຍ່ ທີ່ພົບໂຄນເລັດສເຕໂລນ ມີປະລິມານສູງໃນເລືອດ (Hypercholesterolemia), ສະພາບໄຂມັນສູງໃນກະແສເລືອດ ສາມາດນໍາໄປສູ່ການເກີດໄຂມັນເກາະຕິດຕາມເສັ້ນເລືອດພາໃຫ້ເກີດ ເສັ້ນເລືອດແຂງ ແລະ ເກີດພະຍາດຫົວໃຈ-ເສັ້ນເລືອດຕາມມາ, ກົນໄກໃນການອອກລິດຂອງຢາແມ່ນ ຕ້ານການທຳງານຂອງອັງຊີມ Adenosine triphosphate-citrate lyase (ACL) ທີ່ມີຜົນຕໍ່ລະດັບຂອງໄຂມັນໃນເລືອດ, ໃນການປິ່ນປົວຈະໃຊ້ຮ່ວມກັບ ວິທີການຄວບຄຸມອາຫານການກິນ ທີ່ສາມາດເຮັດໃຫ້ລະດັບໄຂມັນບໍ່ດີ ຫຼື LDL-C ຫຼຸດລົງ.
• ຂໍ້ຈໍາກັດໃນການໃຊ້: ການໃຊ້ຄວນໄດ້ຮັບການຕິດຕາມ ແລະ ການແນະນໍາຈາກແພດຢ່າງເຄັ່ງຄັດ, ເນື່ອງຈາກຢານີ້ຍັງບໍ່ໄດ້ສຶກສາຜົນຂອງມັນຕໍ່ກັບ ອັດຕາການໃຊ້ ແລະ ອັດຕາການຕາຍ ຈາກບັນຫາຫົວໃຈ-ເສັ້ນເລືອດ.


ວິທີໃຊ້: ນໍາໃຊ້ດ້ວຍການໃຫ້ກິນ ໃນປະລິມານ 180 mg ວັນລະຄັ້ງ, ສາມາດ ກິນໃນເວລາທ້ອງວ່າງ ຫຼື ຫຼັງອາຫານໄດ້.


ຂໍ້ຫ້າມໃຊ້: ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.


ຄຳເຕືອນ:
• ພາວະການເກີດກົດຢູລິກສູງໃນເລືອດ (Hyperuricemia): ໃນໄລຍະການໃຊ້ຢາ ຄວນມີການກວດຕິດຕາມ ລະດັບກົດຢູລິກໃນເລືອດ, ຕິດຕາມອາການທາງຄຣີນິກຂອງຜູ້ໃຊ້ຢາ ຖ້າພົບເຫັນອາການທີ່ສຳພັນກັບກົດຢູລິກສູງໃນເລືອດ ຄວນໄດ້ຮັບການປິ່ນປົວຕາມອາການທັນທີ ແລະ ໃຫ້ການປິ່ນປົວດ້ວຍຢາ ທີ່ມີການອອກລິດໃນການຫຼຸດປະລິມານເກືອ Urate ຕາມຄວາມເໝາະສົມ.
• ບັນຫາກ່ຽວກັບເສັ້ນເອັນ (Tendon Rupture): ໃນໄລຍະການໃຊ້ຢາ ຄວນກວດເຊັກຮ່າງກາຍ ເພື່ອເບິ່ງບັນຫາກ່ຽວກັບເສັ້ນເອັນ ຂໍ້ຕໍ່ຕ່າງໆ ຖ້າພົບເຫັນອາການ ຄວນຢຸດໃຊ້ຢາ ຫຼື ໃນຄົນເຈັບທີ່ມີບັນຫາ ກ່ຽວກັບເສັ້ນເອັນ ມາກ່ອນ ກໍ່ບໍ່ຄວນໃຊ້ຢານີ້.


ຜົນຂ້າງຄຽງ: ຜົນຂ້າງຄຽງທີ່ພົບສ່ວນໃຫຍ່ແມ່ນ ພົບການຕິດເຊື້ອໃນລະບົບທາງເດີນຫາຍໃຈດ້ານເທິງ, ອາການປັ້ນເຈັບປວດຕາມກ້າມເນື້ອ, ກົດຢູລິກສູງໃນເລືອດ, ປວດຫຼັງ, ປວດທ້ອງ ຢູ່ບໍ່ສະບາຍ, ຫຼອດລົມອັກເສບ, ປວດຕາມແຂນຂາ, ເລືອດຈາງ, ພົບອັງຊີມກ່ຽວກັບການທຳງານຂອງຕັບເພີ່ມຂຶ້ນ.


ຮູບແບບ: ຢາເມັດສີຂາວ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 30 ເມັດ/ກ່ອງ.


ການເກັບຮັກສາ:
• ເກັບຮັກສາໃນອຸນຫະພູມລະຫວ່າງ 20°C ຫາ 25°C; ຂອບເຂດອຸນຫະພູມສູງສຸດທີ່ອະນຸຍາດໃນການເກັບຮັກສາ 15°C ຫາ 30°C.
• ເກັບຮັກສາໃນກັບກ່ອງທີ່ບັນຈຸເດີມ, ເກັບຮັກສາໃນຫ້ອງ ບໍ່ໃຫ້ຖືກແສງສະຫວ່າງ ບໍ່ໃຫ້ກະທົບຄວາມຮ້ອນ ແລະ ຄວາມຊຸ່ມສູງ, ຫ້າມຖິ້ມສານດູດຄວາມຊື້ນ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ