MITOSIS

ສ່ວນປະກອບ
Mitotane……………………….…….500mg

ຂໍ້ບົ່ງໃຊ້
MITOSIS ຖືກນໍາໃຊ້ໃນການປິ່ນປົວຄົນເຈັບທີ່ເປັນມະເຮັງ ຕ່ອມເທິງໝາກໄຂ່ຫຼັງ ທີ່ບໍ່ສາມາດຜ່າຕັດໄດ້ ໃນພາວະທີ່ໝາກໄຂ່ຫຼັງ ຍັງທຳງານ ຫຼື ທຳງານບໍ່ປົກກະຕິ.

ຂະໜາດບັນຈຸ: 100 ເມັດ/ກ່ອງ.

ເລກທະບຽນ: 04 L 1346/25
Download MITOSIS Drug Registration Certificate

ຊື່ຜະລິດຕະພັນ: MITOSIS


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Mitotane……………………….…….500mg


ຂໍ້ບົ່ງໃຊ້: MITOSIS ຖືກນໍາໃຊ້ໃນການປິ່ນປົວຄົນເຈັບທີ່ເປັນມະເຮັງ ຕ່ອມເທິງໝາກໄຂ່ຫຼັງ ທີ່ບໍ່ສາມາດຜ່າຕັດໄດ້ ໃນພາວະທີ່ໝາກໄຂ່ຫຼັງ ຍັງທຳງານ ຫຼື ທຳງານບໍ່ປົກກະຕິ.


ວິທີໃຊ້:
ສຳລັບຜູ້ໃຫຍ່ ໃຫ້ເລີ່ມຕົ້ນໃຊ້ຢາໃນຂະໜາດປະລິມານ 2-6g ຕໍ່ວັນ, ໂດຍແບ່ງກິນວັນລະ 3-4 ຄັ້ງ ແລະ ຄ່ອຍເພີ່ມປະລິມານຂຶ້ນ ເພື່ອໃຫ້ລະດັບຄວາມເຂັ້ມຂຸ້ນຂອງຢາໃນກະແສເລືອດ ຢູ່ໃນລະດັບ 14 ຫາ 20mg/L (ຫຼື ປະລິມານຂອງຢາທີ່ກິນຢູ່ໃນລະດັບ 9-10g ຕໍ່ວັນ) ຂຶ້ນກັບສະພາບອາການ ແລະ ການຮັບໄດ້ຂອງຄົນເຈັບ, ແພດຈະເປັນຜູ້ພິຈາລະນາໄລຍະເວລາຂອງການນໍາໃຊ້ຢານີ້ເຊິ່ງຈະພິຈາລະນາຈາກການຕອບສະໜອງ ແລະ ຜົນປະໂຫຍດ ໃນການປິ່ນປົວ, ເນື່ອງຈາກຢານີ້ ມີພິດເບື່ອຕໍ່ຈຸລັງ ການນໍາໃຊ້ຕ້ອງໄດ້ຮັບການຕິດຕາມຈາກທ່ານໝໍ, ຄວນກິນຢານີ້ ພ້ອມກັບອາຫານ ເພື່ອເພີ່ມການດູດຊຶມຂອງຕົວຢາໃນລະບົບທາງເດີນອາຫານ.


ຂໍ້ຫ້າມໃຊ້: ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.


ຄຳເຕືອນ:
• ຫ້າມໃຊ້ໃນຜູ້ແພ້ຢານີ້, ຜູ້ທີ່ໄດ້ຮັບບາດເຈັບທີ່ຮຸນແຮງ, ຜູ້ຢູ່ໃນພາວະຊັອກ ລວມທັງແມ່ຍິງຖືພາ ແລະ ແມ່ຍິງທີ່ລ້ຽງລູກດ້ວຍນ້ຳນົມແມ່.
• ຄົນເຈັບທີ່ມີອາການຊັອກ ຫຼື ມີບາດແຜໃນຮ່າງກາຍ ຄວນຢຸດການນຳໃຊ້ຊົ່ວຄາວຈົນກວ່າ ຈະເປັນປົກກະຕິ, ການໃຊ້ຢານີ້ ສາມາດເກີດປະຕິກິລິຍາປໍລະປັກກັບ ກຸ່ມຢາ Hydrocortisone ດັ່ງນັ້ນ ໄລຍະການປິ່ນປົວ ຄວນຫຼີກລ່ຽງການໃຊ້ຮ່ວມກັນ.
• ຢານີ້ມີລິດເປັນພິດເບື່ອຕໍ່ລະບົບປະສາດສູນກາງ, ເຮັດໃຫ້ງ່ວງນອນ, ວິນວຽນຫົວ ໃນຊ່ວງການນໍາໃຊ້ຢາ ໂດຍສະເພາະ ໃນຊ່ວງຄວາມເຂັ້ມຂອງຢາເພີ່ມສູງ ຮອດ 20 mcg/mL ຈະມີຄວາມສຳພັນໃນການເກີດພິດເບື່ອສູງ ໃນຮ່າງກາຍ.
• ຢານີ້ ສາມາດເຮັດໃຫ້ການທຳງານຂອງຕ່ອມເທິງໝາກໄຂ່ຫຼັງ ທຳງານຜິດປົກກະຕິ ອາດສາມາດເຮັດໃຫ້ສະເຕລອຍ ໃນຮ່າງກາຍຕົກຕໍ່າ ການກວດຕິດຕາມເພື່ອໃຫ້ການທົດແທນຈຶ່ງມີຄວາມຈໍາເປັນ ເຊັ່ນ: ການວັດແທກລະດັບ Cortisol and Corticotropin (ACTH) ເປັນຕົ້ນ.
• ຢານີ້ ອາດສາມາດເຮັດໃຫ້ ເກີດມີ ຊີສ ໃນຊ່ອງຄອດ ໂດຍສະເພາະໃນ ແມ່ຍິງກ່ອນໄວໝົດປະຈໍາເດືອນ ສາມາດເກີດ ອາການສົນ ຈາກການເກີດຊີສ ຈາກການບິດປັ້ນ Adnexal torsion ເຮັດໃຫ້ ຖົງຊີສແຕກ ມີເລືອດໄຫຼ, ຄວນຢຸດການນໍາໃຊ້ ແລະແນະນໍາໄປພົບແພດຜູ້ຊ່ຽວຊານ. ມີບາງກໍລະນີພົບການລາຍງານກ່ຽວກັບ ການຕົກເລືອດໄຫຼໃນຊ່ອງຄອດ ແລະ ການປວດ ກະດູກກະໂພກຕື່ມ.


ຜົນຂ້າງຄຽງ:
ອາການຂ້າງຄຽງທີ່ມັກພົບປະກອບມີ: ເບື່ອອາຫານ, ປຸ້ນທ້ອງ, ຮາກ, ຖອກທ້ອງ, ຊຶມເສົ້າ, ວິນຫົວ, ເປັນຜື່ນ ຕາມຜິວໜັງ.


ຮູບແບບ: ເປັນເມັດມົນ, ນູນທາງກາງ ສອງດ້ານ, ສີຂາວ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 100 ເມັດ/ກ່ອງ.


ການເກັບຮັກສາ:
• ເກັບຮັກສາໃນຫ້ອງ ໃນອຸນຫະພູມ 25°C; ຂອບເຂດໃນການເກັບຮັກສາ ທີ່ອະນຸຍາດສູງສຸດ 15°C ຫາ 30°C.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ