ຊື່ຜະລິດຕະພັນ: ALIASSIMINI
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Asciminib hydrochloride…………………………………40mg
ຂໍ້ບົ່ງໃຊ້:
ໃຊ້ເປັນຢາປິ່ນປົວມະເຮັງເມັດເລືອດຂາວ, ມີກົນໄກການອອກລິດດ້ວຍການຢັບຢັ້ງການທຳງານຂອງ kinase (kinase inhibitor),ເໝາະສົມໃນການນໍາໃຊ້ເພື່ອປິ່ນປົວ:
• ມະເຮັງເມັດເລືອຂາວ ທີ່ມີການກວດພົບ Philadelphia chromosome positive chronic myeloid leukemia (Ph+CML) ຫລື ໃນໄລຍະຊໍາເຮື້ອ (chronic phase (CP)), ທີ່ເຄີຍຜ່ານການປິ່ນປົວດ້ວຍການນໍາໃຊ້ tyrosine kinase inhibitors (TKls) ຢ່າງໜ້ອຍ ສອງ ຫລື ຫລາຍຊະນິດຜ່ານມາແລ້ວ.
• ໃຊ້ປິ່ນປົວມະເຮັງເມັດເລືອດຂາວ ຊະນິດ Ph+CML ທີ່ຊໍາເຮື້ອ ແລະ ມີການກາຍພັນ ເປັນ T315I mutation.
ວິທີໃຊ້:
- ໃຊ້ປິ່ນປົວມະເຮັງເມັດເລືອດຂາວ Ph+CML ທີ່ເປັນຊໍາເຮື້ອ: ໃຊ້ໃນປະລິມານ 80 mg ໃຊ້ຮັບປະທານຄັ້ງດຽວ ວັນລະຄັ້ງ, ຫລື ອາດໃຊ້ໃນປະລິມານ 40mg ຮັບປະທານສອງຄັ້ງ ມີໄລຍະຫ່າງກັນ 12 ຊົ່ວໂມງ.
- ໃຊ້ປິ່ນປົວມະເຮັງເມັດເລືອດຂາວ Ph+CML ທີ່ເປັນຊໍາເຮື້ອ ທີ່ມີການກາຍພັນ T315I Mutation: ໃຊ້ຮັບປະທານໃນປະລິມານຄັ້ງລະ 200 mg, ວັນຫນຶ່ງກິນສອງຄັ້ງ ມີໄລຍະຫ່າງກັນ 12 ຊົ່ວໂມງ.
- ຮັບປະທານຢາໃນເວລາທ້ອງວ່າງ, ກ່ອນອາຫານ 2 ຊົ່ວໂມງ ຫລື ຫລັງຈາກຮັບປະທານອາຫານແລ້ວ 1 ຊົ່ວໂມງ
- ນໍາໃຊ້ຢານີ້ປິ່ນປົວຢ່າງຕໍ່ເນື່ອງ ຈົນກວ່າຈະສັງເກດເຫັນຜົນການປິ່ນປົວດີຂຶ້ນ ຫລື ຢຸດເຊົາການປິ່ນປົວ ກໍລະນີພົບການເກີດພິດເບື່ອຮ້າຍແຮງທີ່ບໍ່ສາມາດຮັບໄດ້.
ຂໍ້ຫ້າມໃຊ້:
- ບໍ່ຄວນນໍາໃຊ້ໃນຄົນເຈັບທີ່ແພ້ຕົວຢາ ຫລື ສ່ວນປະກອບໃດໆໃນຢານີ້.
ຄຳເຕືອນ:
- ການກົດນ່ວງການທຳງານຂອງໄຂກະດູກ (Myelosuppression): ສາມາດເຮັດໃຫ້ເກັດເລືອດຕົກຕໍ່າ ແລະ ເກີດພາວະ thrombocytopenia ຢ່າງຮຸນແຮງ, ໃນລະຫວ່າງການນໍາໃຊ້ຢານີ້ ຄວນມີການກວດເຊັກເມັດເລືອດ ກໍລະນີພົບເຫັນບັນຫາຈາກການນໍາໃຊ້ ຄວນພິຈາລະນາໃນການລະງັບການນໍາໃຊ້ ຫລື ຫລຸດຜ່ອນປະລິມານຢານໍາໃຊ້ລົງ.
- ການເກີດພິດເບື່ອຕໍ່ຕັບອ່ອນ: ຕິດຕາມການກວດ ເອັມໄຊ lipase ແລະ amylaseໃນ ເຊລອມ. ຖ້າພົບເຫັນ ບັນຫາທີ່ສຳພັນກັບການໃຊ້ຢາ ຄວນພິຈາລະນາລະງັບ ຫລື ດັດປັບ ຫລຸດຜ່ອນປະລິມານນໍາໃຊ້ຢາລົງ ຕາມສະພາບຄວາມຮຸນແຮງຂອງອາການທີ່ພົບ.
- ອາການແພ້ຕ່າງໆ: ຢານີ້ສາມາດເຮັດໃຫ້ເກີດອາການແພ້ຮຸນແຮງໄດ້.
- ຢານີ້ສາມາດເຮັດໃຫ້ເກີດ ພິດເບື່ອຕໍ່ລະບົບຫົວໃຈເສັ້ນເລືອດ.
- ການເກີດພິດເບື່ອຕໍ່ເດັກໃນຄັນ.
ຜົນຂ້າງຄຽງ:
ການຕິດເຊື້ອໃນພາກສ່ວນລະບົບຫາຍໃຈສ່ວນເທີງ, ເກີດການເຈັບປວດຕາມກ້າມຊີ້ນ ແລະ ກະດູກ, ຄວາມດັນເລືອດສູງ, ເຮັດໃຫ້ເມັດເລືອດນ້ອຍຕົກຕໍ່າ, ປະລິມານຂອງ ໄຂມັນ ຫລື triglycerides ເພີ່ມຂຶ້ນ, neutrophil ຫລຸດລົງ, ພົບການເພີ່ມຂຶ້ນຂອງກົດ uric ໃນເລືອດ, ເຈັບຫົວ, ອິດເມື່ອຍ, ປຸ້ນທ້ອງ, ເປັນຜື່ນຕາມຕົນໂຕ, ຖອກທ້ອງ.
ຮູບແບບ: ເປັນເມັດສີແດງອ່ອນ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
- 60 ເມັດ/ກ່ອງ.
ການເກັບຮັກສາ:
- ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
- ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ







