ຊື່ຜະລິດຕະພັນ: ALICETIZINE
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Cetirizine hydrochloride………………………………10mg
ຂໍ້ບົ່ງໃຊ້:
ໃຊ້ເປັນຢາຕ້ານອາການແພ້ ຕ້ານການທຳງານຂອງ ອິດສຕາມິນ (Antihistamine) ໃຊ້ຫຼຸດຜ່ອນອາການແພ້ ແລະຫຼຸດຜ່ອນອາການເປັນຫວັດ, ຫຼຸດຜ່ອນອາການຄັນ ເປັນຜື່ນ ທີ່ເກີດຈາກອາການແພ້ຕ່າງໆ.
ວິທີໃຊ້:
• ໃຊ້ຮັບປະທານ, ສຳລັບຜູ້ໃຫຍ່ ແລະ ເດັກນ້ອຍ 6 ປີຂຶ້ນໄປ.
• ຜູ້ໃຫຍ່: ກິນ 1 ເມັດຕໍ່ຄັ້ງ, ສາມາດກິນພ້ອມກັບນ້ຳໃນປະລິມານເລັກນ້ອຍໃນຊ່ວງອາຫານແລງ, ຫາກມີອາການສົນຕໍ່ຜົນຂ້າງຄຽງ, ສາມາດແບ່ງກິນ 2 ຄັ້ງ ໃນຕອນເຊົ້າ ແລະ ຕອນແລງ.
• ເດັກນ້ອຍ 6-12 ປີ: ກິນ 1 ເມັດຕໍ່ຄັ້ງ, ຫຼື ແບ່ງກິນ 2 ຄັ້ງ ໃນຕອນເຊົ້າ ແລະ ຕອນແລງ.
ຂໍ້ຫ້າມໃຊ້:
• ຫ້າມໃຊ້ໃນຜູ້ທີ່ມີການແພ້ ຢານີ້ ຫຼືແພ້ສ່ວນປະກອບໃນຕົວຢາ ເຊັ່ນ Hydroxyzine ຫຼືບັນດາອານຸພັນທີ່ກ່ຽວຂ້ອງ ອື່ນໆເປັນຕົ້ນ Piperazine Derivatives.
• ຫ້າມໃຊ້ໃນຄົນເຈັບທີ່ມີ ພາວະຕັບ ແລະໄຂ່ຫຼັງຊຸດໂຊມ ລວມທັງຜູ້ສູງອາຍຸ ແມ່ຍິງທີ່ຢູ່ໃນລະຫວ່າງຖືພາ ຫຼືລ້ຽງລູກດ້ວຍນ້ຳນົມແມ່ ການໃຊ້ຕ້ອງຜ່ານການປຶກສາແພດ.
ຄຳເຕືອນ:
• ຢານີ້ມີຜົນຂ້າງຄຽງຕໍ່ ຂະບວນການໃນການຄິດ ແລະການຕອບສະໜອງ ດັ່ງນັ້ນ ຄວນຫຼີກເວັ້ນການຂັບລົດ ການທຳງານກັບເຄື່ອງກົນຈັກ, ຫຼືກິດຈະກຳທີ່ຕ້ອງຕື່ນຕົວຢູ່ຕະຫຼອດເວລາ.
• ຫ້າມດື່ມເຫຼົ້າທຸກຊະນິດ ໃນຂະນະທີ່ໃຊ້ຢານີ້ ເພາະສາມາດເພີ່ມຜົນຂ້າງຄຽງທີ່ບໍ່ປາຖະໜາ.
• ຜູ້ທີ່ກຳລັງໃຊ້ຢາຮ່ວມກັບ ຢາຊະນິດອື່ນເຊັ່ນ ຢາແກ້ຫວັດ, ຢາແກ້ແພ້ຊະນິດອື່ນ, ຢາແກ້ປວດຊະນິດເສບຕິດ ຢານອນຫຼັບ ຢາຄາຍກ້າມເນື້ອຢາປິ່ນປົວ ອາການຊຶມເສົ້າ ຢາຕ້ານການວິຕົກກັງວົນ ບັນດາຢາຕ້ານອາການຊັກ ຄວນແຈ້ງໃຫ້ແພດຊາບທຸກຄັ້ງກ່ອນການໃຊ້ຢານີ້.
ຜົນຂ້າງຄຽງ: ຜົນຂ້າງຄຽງທີ່ມັກພົບ ມີ: ວິນວຽນ, ມຶນງົງ, ປວດຫົວ, ອ່ອນເພຍ, ມີອາການຖືກກົດປະສາດ ງ່ວງຊຶມ, ປາກແຫ້ງ, ຮູມ່ານຕາຂະຫຍາຍ, ມີອາການຄັນ, ຫົວໃຈເຕັ້ນໄວຜິດປົກກະຕິ, ຕົວສັ່ນ, ປັດສະວະບໍ່ອອກ, ນອນບໍ່ຫລັບ.
ຮູບແບບ: ຢາເມັດສີຂຽວ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
• 1 ກັບມີ 2 ແຜງ, 1 ແຜງ ມີ 10 ເມັດ
• 1 ກັບມີ 50 ແຜງ, 1 ແຜງ ມີ 10 ເມັດ
ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງແດດ, ເກັບໄວ້ໃນບ່ອນແຫ້ງ ອຸນຫະພູມ ຕໍ່າກວ່າ 25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ







