ຊື່ຜະລິດຕະພັນ: ALIDABRAFENIB
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Dabrafenib mesylate………………………………….75mg
ຂໍ້ບົ່ງໃຊ້:
ໃຊ້ເປັນຢາປິ່ນປົວມະເຮັງ ມີກົນໄກການອອກລິດໃນຮູບແບບ kinase inhibitor ສາມາດໃຊ້ດ່ຽວ ຫລື ໃຊ້ປະສົມກັບ trametinib.
- ໃຊ້ປິ່ນປົວມະເຮັງຜິວຫນັງ ໃນໄລຍະທີ່ເຊື້ອແຜ່ລາມ ຫລື ມີການ ພົບເຊື້ອມະເຮັງທີ່ມີການກາຍພັນ (BRAF V600E mutation positivity).
- ໃຊ້ເປັນຢາເສີມໃນການປິ່ນປົວມະເຮັງຜິວຫນັງ ທີ່ມີການກາຍພັນ (BRAF V600E mutation) ຫລັງໄດ້ຮັບການຜ່າຕັດ.
- ໃຊ້ປິ່ນປົວ ມະເຮັງປອດຊະນິດ non-small cell lung cancer ທີ່ກາຍພັນ ແລະ ກວດພົບ BRAF V600E mutation.
ວິທີໃຊ້:
- ໃນຜູ້ໃຫຍ່: 150mg ໃຊ້ຮັບປະທານ ສອງຄັ້ງຕໍ່ວັນ.
- ໃຊ້ໃນເດັກ:
- ນໍ້າຫນັກຮ່າງກາຍ 26-37kg:ໃຊ້ໃນປະລິມານ 75 mg ສອງຄັ້ງຕໍ່ວັນ.
- ນໍ້າຫນັກຮ່າງກາຍ 38-50kg:ໃຊ້ໃນປະລິມານ 100 mg ສອງຄັ້ງຕໍ່ວັນ.
- ນໍ້າຫນັກຮ່າງກາຍ 51kg ຫລື ຫລາຍກວ່າ:ນຳໃຊ້ໃນປະລິມານ 150 mg ສອງຄັ້ງຕໍ່ວັນ.
- ກິນຢາ 1 ຊົ່ວໂມງ ກ່ອນກິນເຂົ້າ ຫລື 2 ຊົ່ວໂມງ ຫລັງກິນເຂົ້າແລ້ວ. ນໍາໃຊ້ຢາ ຫ່າງກັນແຕ່ລະຄັ້ງ 12 ຊົ່ວໂມງ.
- ສືບຕໍ່ນໍາໃຊ້ຢາປິ່ນປົວ ຈົນກວ່າອາການຈະດີຂຶ້ນ ຫລື ພິຈາລະນາຢຸດເຊົາການນໍາໃຊ້ຖ້າເກີດເປັນຜິດທີ່ບໍ່ສາມາດຮັບໄດ້.
ຂໍ້ຫ້າມໃຊ້: ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.
ຄຳເຕືອນ:
- ເຝົ້າລະວັງ ຕິດຕາມຄົນເຈັບໃນລະຫວ່າງການປິ່ນປົວ ເພື່ອຕິດຕາມການພັດທະນາຂອງເນື້ອງອກຂຶ້ນໃຫມ່.
- ໃຊ້ຮ່ວມກັບ trametinib ແລະ ຕິດຕາມເບິ່ງ ສັນຍານ ແລະ ອາການກ່ຽວກັບເລືອດອອກ.
- ການໃຊ້ຢານີ້ ອາດພາໃຫ້ເກີດລິ້ມເລືອດອຸດຕັນເສັ້ນເລືອດໄດ້, ຕິດຕາມການທຳງານຂອງຫົວໃຈ ລະຫວ່າງການນໍາໃຊ້.
- ຢານີ້ເປັນອັນຕະລາຍຕໍ່ເດັກໃນຄັນ, ຄວນມີການວາງແຜນປ້ອງກັນການມີບຸດໃນລະຫວ່າງການນໍາໃຊ້.
- Embryo-Fetal Toxicity: Can cause fetal harm. Advise females of reproductive potential of potential risk to a fetus and to use effective contraception.
ຜົນຂ້າງຄຽງ:
ເປັນໄຂ້, ເປັນຜື່ນຄັນຄາຍ, ເຈັບຫົວ, ປວດຕາມຂໍ່ ອື່ນໆ.
ຮູບແບບ: ເປັນແຄັບຊູນສີແດງ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ: 120 ແຄັບຊູນ/ກ່ອງ.
ການເກັບຮັກສາ:
- ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
- ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ





