ALIDIABETEX

ສ່ວນປະກອບ
Metformin Hydrochloride………………………………500mg
Glibenclamide Tablets……………………………………2.5mg
ຂໍ້ບົ່ງໃຊ້
ຈັດເປັນຢາໃນກຸ່ມ Second-line ໃນການປິ່ນປົວພະຍາດເບົາຫວານປະເພດ II ມີກົນໄກການອອກລິດໃນການກະຕຸ້ນຕັບອ່ອນໃຫ້ຫຼັ່ງສານອິນຊູລີນ ເພື່ອຄວບຄຸມລະດັບນໍ້າຕານໃນເລືອດໃຫ້ຢູ່ໃນລະດັບເໝາະສົມ, ການນໍາໃຊ້ຄວນຢູ່ພາຍໃຕ້ການແນະນໍາຂອງແພດ ຫຼື ເພສັດຊະກອນຢ່າງເຄັ່ງຄັດ, ການຄວບຄຸມລະດັບນໍ້າຕານໃນເລືອດ ຄວນເຮັດຄຽງຄູ່ໄປກັບການຄວບຄຸມອາຫານ ແລະການອອກກຳລັງກາຍຢ່າງເໝາະສົມ.
ຂະໜາດບັນຈຸ:
• 1 ກັບມີ 2 ແຜງ, 1 ແຜງ ມີ 10 ເມັດ
• 1 ກັບມີ 50 ແຜງ, 1 ແຜງ ມີ 10 ເມັດ.
ເລກທະບຽນ: 11 L 1262/24
Download ALIDIABETEX Drug Registration Certificate

ຊື່ຜະລິດຕະພັນ: ALIDIABETEX


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Metformin Hydrochloride………………………………500mg
Glibenclamide Tablets……………………………………2.5mg


ຂໍ້ບົ່ງໃຊ້:
ຈັດເປັນຢາໃນກຸ່ມ Second-line ໃນການປິ່ນປົວພະຍາດເບົາຫວານປະເພດ II ມີກົນໄກການອອກລິດໃນການກະຕຸ້ນຕັບອ່ອນໃຫ້ຫຼັ່ງສານອິນຊູລີນ ເພື່ອຄວບຄຸມລະດັບນໍ້າຕານໃນເລືອດໃຫ້ຢູ່ໃນລະດັບເໝາະສົມ, ການນໍາໃຊ້ຄວນຢູ່ພາຍໃຕ້ການແນະນໍາຂອງແພດ ຫຼື ເພສັດຊະກອນຢ່າງເຄັ່ງຄັດ, ການຄວບຄຸມລະດັບນໍ້າຕານໃນເລືອດ ຄວນເຮັດຄຽງຄູ່ໄປກັບການຄວບຄຸມອາຫານ ແລະການອອກກຳລັງກາຍຢ່າງເໝາະສົມ.


ວິທີໃຊ້:
ໃຊ້ຮັບປະທານ, ສາມາດຮັບປະທານພ້ອມອາຫານ, ຄວນເລີ່ມຮັບປະທານດ້ວຍປະລິມານເລີ່ມຕົ້ນ ແຕ່ລະຄັ້ງ 500mg/2.5mg (1 ເມັດ) ຮັບປະທານສອງຄັ້ງຕໍ່ວັນ ແລະ ສາມາດຄ່ອຍປັບປະລິມານເພີ່ມຂຶ້ນໃນອາທິດຕໍ່ມາ ເພື່ອ ໃຫ້ສາມາດຄວບຄຸມລະດັບນໍ້າຕານໃນເລືອດໄດ້ໃນເກນເຫມາະສົມ ແຕ່ບໍ່ໃຫ້ເກີນ 4 ເມັດຕໍ່ວັນ (2000mg/10mg).


ຂໍ້ຫ້າມໃຊ້:
• ຫ້າມໃຊ້ໃນຜູ້ແພ້ຢານີ້ ຫຼືແພ້ສ່ວນປະກອບທີ່ປະສົມໃນຕົວຢາ.
• ຫ້າມໃຊ້ກັບຄົນເຈັບທີ່ມີບັນຫາກ່ຽວກັບ ໄຂ່ຫຼັງ ຫຼື ການທຳງານຂອງໄຂ່ຫຼັງບໍ່ປົກກະຕິ.
• ຄົນເຈັບທີ່ເປັນພະຍາດຫົວໃຈ ທີ່ຢູ່ໃນໄລຍະການປິ່ນປົວດ້ວຍຢາປິ່ນປົວພະຍາດຫົວໃຈ.
• ຄົນເຈັບຢູ່ໃນພາວະເລືອດເປັນພິດ ຫຼືໃນພາວະ Chronic metabolic acidosis.
• ຄົນເຈັບທີ່ຢູ່ໃນພາວະຄວາມດັນເລືອດຕໍ່າ, ພາວະຂາດອົກຊີໃນເລືອດ ຄົນເຈັບ ຢູ່ໃນໄລຍະກຽມບົ່ງມະຕິ ທາງດ້ານ Intravenous pyelography or Arteriography, ຄົນເຈັບທີ່ມີການປິ່ນປົວດ້ວຍການຜ່າຕັດ ລວມທັງຄົນເຈັບທີ່ຢູ່ໃນພາວະອາການວິກິດ ເປັນຕົ້ນ.
• ຄົນເຈັບທີ່ເປັນເບົາຫວານ ປະເພດ I.
• ໃນແມ່ຍິງຖືພາ ແລະກຳລັງລ້ຽງລູກດ້ວຍນ້ຳນົມແມ່.
• ຫ້າມໃຊ້ໃນເດັກນ້ອຍ.


ຄຳເຕືອນ:
• ການໃຊ້ຢານີ້ ອາດເຮັດໃຫ້ປະລິມານນໍ້າຕານໃນເລືອດຕົກ ຕໍ່າກວ່າປົກກະຕິ.
• ຄົນເຈັບທີ່ໃຊ້ຢາ ຄວນມີການກວດການທຳງານຂອງໄຂ່ຫຼັງ, ຕັບ, ລະດັບທາດນໍ້າຕານໃນເລືອດ ໃນຊ່ວງທີ່ກຳລັງໃຊ້ຢາ.
• ການໃຊ້ຢານີ້ອາດກະທົບເຖິງໜ້າທີ່ການທຳງານຂອງໄຂ່ຫຼັງໃນການກຳຈັດ Metformin ດັ່ງນັ້ນການໃຊ້ຕ້ອງມີຄວາມລະມັດລະວັງ.
• ຫຼີກເວັ້ນການດື່ມເຫຼົ້າ ໃນຊ່ວງການນຳໃຊ້ຢານີ້.
• ຜູ້ມີບັນຫາກ່ຽວກັບຕັບ ບໍ່ຄວນນໍາໃຊ້ຢານີ້.
• ອາຫານເສີມ VitB12 ທີ່ເໝາະສົມ.


ຜົນຂ້າງຄຽງ:
• ມີປະຕິກິລະຍາຕໍ່ກະເພາະລໍາໄສ້.
• ເມື່ອຍ, ວິນວຽນ, ປວດຫົວ, ເປັນຜື່ນຕາມຜິວໜັງ.
• ຮູ້ສຶກຫິວ, ໃຈສັ່ນ, ວິຕົກກັງວົນ, ຫງຸດຫງິດກະວົນກະວາຍ.
• ນອກນັ້ນ ຍັງພົບເຫັນບັນດາຜົນຂ້າງຄຽງອື່ນໆ ເຊັ່ນ: ປັດສະວະເຂັ້ມ, ຜູ້ປ່ວຍບາງຄົນພົບເຫັນເລືອດໃນປັດສະວະ, ຜິວໜັງຮູ້ສຶກໄວຕໍ່ແສງ, ຕົວສັ່ນ, ເຈັບຄໍ ອື່ນໆ.
• ພາວະເລືອດຈາງ ຫຼື ການດູດຊຶມຜິດປົກກະຕິ.


ຮູບແບບ: ຢາເມັດສີຂາວ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:
• 1 ກັບມີ 2 ແຜງ, 1 ແຜງ ມີ 10 ເມັດ
• 1 ກັບມີ 50 ແຜງ, 1 ແຜງ ມີ 10 ເມັດ.


ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງເດີມ, ປິດຝາໃຫ້ສະນິດ ປ້ອງກັນການສຳຜັດແສງແດດ.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ