ALIGIRITINIB

ສ່ວນປະກອບ
Gilteritinib Fumarate………………………..40mg
ຂໍ້ບົ່ງໃຊ້
ນໍາໃຊ້ເພື່ອປິ່ນປົວມະເຮັງເມັດເລືອດຂາວທີ່ຮຸນແຮງໃນຜູ້ໃຫຍ່, ມີກົນໄກການອອກລິດຕໍ່ກັບ FMS-like tyrosine kinase 3 (FLT3) ທີ່ກວດພົບເຫັນການກາຍພັນ.

ຂະໜາດບັນຈຸ:
90 ເມັດ/ກ່ອງ.

ເລກທະບຽນ: 11 L 1234/24
Download ALIGIRITINIB Drug Registration Certificate

ຊື່ຜະລິດຕະພັນ: ALIGIRITINIB


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Gilteritinib Fumarate………………………..40mg


ຂໍ້ບົ່ງໃຊ້:
ນໍາໃຊ້ເພື່ອປິ່ນປົວມະເຮັງເມັດເລືອດຂາວທີ່ຮຸນແຮງໃນຜູ້ໃຫຍ່, ມີກົນໄກການອອກລິດຕໍ່ກັບ FMS-like tyrosine kinase 3 (FLT3) ທີ່ກວດພົບເຫັນການກາຍພັນ.


ວິທີໃຊ້:

  • ໃຊ້ໃນປະລິມານ 3 ເມັດ (120 mg)ຮັບປະທານວັນລະຄັ້ງ.
  • ກິນພ້ອມກັບນ້ຳ, ສາມາດກິນກ່ອນ ຫລື ຫລັງອາຫານໄດ້ ກືນກິນທັງຫມົດເມັດຢາ ຫ້າມບົດ ຫລື ຄ້ຽວເມັດຢາ.
  • ສືບຕໍ່ນໍາໃຊ້ຢາຈົນກວ່າຈະໄດ້ຮັບຜົນ ແນະນໍາໃຫ້ໃຊ້ ຕໍ່ເນື່ອງຢ່າງຫນ້ອຍ 6 ເດືອນ ຫລື ຢຸດເຊົາການນຳໃຊ້ ຖ້າພົບວ່າ ເກີດພິດເບື່ອ ທີ່ບໍ່ສາມາດຮັບໄດ້.

ຂໍ້ຫ້າມໃຊ້:

  • ບໍ່ຄວນໃຊ້ຢານີ້ ໃນຜູ້ແພ້ ຕົວຢາ ຫລື ແພ້ສ່ວນປະກອບໃນຕົວຢາ.

ຄຳເຕືອນ:

  • ອາການໂລກສະໝອງຝໍ່ (Posterior reversible encephalopathy syndrome (PRES): ບໍ່ສືບຕໍ່ນໍາໃຊ້ ໃນຄົນເຈັບ ທີ່ມີການພັດທະນາ ເປັນໂລກສະໝອງຝໍ່ PRES.
  • ການເກີດຄື້ນໄຟຟ້າຫົວໃຈຜິດປົກກະຕິ (Prolonged QT Interval): ໃຫ້ຢຸດການນໍາໃຊ້ ຫລື ຫລຸດຜ່ອນປະລິມານນໍາໃຊ້ ໃນຄົນເຈັບທີ່ພົບເຫັນ QTcB >500 msec. ກວດກາຄວາມຖືກຕ້ອງ ລະດັບປະລິມານ ປົກກະຕິຂອງ ໂປຕັດຊຽມ ແລະ ແມັກນີຊຽມ ໃນເລືອດ (hypokalemia or hypomagnesemia) ກ່ອນ ຫລືໄລຍະການນໍາໃຊ້ຢາ.
  • ຄວາມຜິດປົກກະຕິ ການທຳງານຂອງຕັບອ່ອນ (Pancreatitis): ຢຸດ ຫລື ຫລຸດຜ່ອນປະລິມານນໍາໃຊ້ຢາ ໃນຄົນເຈັບທີ່ມີການພັດທະນາ ການເກີດບັນຫາ ການທຳງານຂອງຕັບອ່ອນ (Pancreatitis).
  • ການເກີດພິດເບື່ອຕໍ່ເດັກໃນຄັນ: ການນຳໃຊ້ຢານີ້ ສາມາດເກີດພິດເບື່ອຕໍ່ເດັກໃນຄັນ. ໃນໄລຍະການນໍາໃຊ້ຢານີ້ຄວນຢຸດການໃຫ້ນ້ຳນົມລູກຈາກແມ່ ຈົນກວ່າ ຈະຢຸດເຊົາໃຊ້ຢາຫລາຍກວ່າ 2 ເດືອນ.

ຜົນຂ້າງຄຽງ:

ການເກີດລິ້ມເລືອດ, ປະລິມານເມັດເລືອດຂາວຕົກຕໍ່າ, ເລືອດຈາງ, ວິນວຽນ, ເຈັບຫົວ, ໄອ, ປຸ້ນທ້ອງ, ສູນເສຍລົດຊາດ, ມີຜົນສະທ້ອນຕໍ່ການທຳງານຄື້ນໄຟຟ້າຫົວໃຈ (prolonged QT interval on electrocardiogram) , ພົບ alanine aminotransferase ສູງໃນເລືອດ.


ຮູບແບບ: ຢາເມັດສີເຫຼືອງ.


ວັນທີໝົດອາຍຸ: 48 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:

  • 90 ເມັດ/ກ່ອງ.

ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງບັນຈຸເດີມ, ບໍ່ໃຫ້ຖືກແສງແດດ, ເກັບໄວ້ໃນຫ້ອງທີ່ມີອຸນຫະພູມລະຫວ່າງ 20℃-25℃.
  • ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ