ຊື່ຜະລິດຕະພັນ: ALISELINISO
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Selinexor…………………………20mg
ຂໍ້ບົ່ງໃຊ້:
Selinexor ເປັນສານຍັບຍັ້ງການສົ່ງອອກຂອງ Nuclear (Selective inhibitor of nuclear export (SINE)) ເຊິ່ງລະບຸໄວ້ດັ່ງນີ້:
- ໃຊ້ຮ່ວມກັບ bortezomib ແລະ dexamethasone ເພື່ອປີ່ນປົວມະເຮັງ ໄຂກະດູກຊະນິດຕ່າງໆໃນຜູ້ໃຫຍ່ ທີ່ເຄີຍຜ່ານການປິ່ນປົວມາແລ້ວຢ່າງໜ້ອຍ ໜຶ່ງຄັ້ງຜ່ານມາ.
- ໃຊ້ຮ່ວມກັບ dexamethasone ເພື່ອປິ່ນປົວ ມະເຮັງໄຂກະດູກຊະນິດຕ່າງໆ ໃນຄົນເຈັບທີ່ເຄີຍຜ່ານການປິ່ນປົວ ດ້ວຍຢາຊະນິດອື່ນທີ່ບໍ່ໄດ້ຜົນຜ່ານມາຢ່າງໜ້ອຍ 4 ຄັ້ງ, ແລະ ໃຊ້ໃນຜູ້ທີ່ເຄີຍປິ່ນປົວດ້ວຍຢາ ກຸ່ມ proteasome inhibitors ທີ່ບໍ່ໄດ້ຮັບຜົນຜ່ານມາຢ່າງໜ້ອຍ 2 ຄັ້ງ, ລວມທັງຜູ້ທີ່ເຄີຍໃຊ້ຢາກະຕຸ້ນພູມຄຸ້ມກັນ ລວມທັງ ຜູ້ທີ່ເຄີຍໃຊ້ anti-CD38 monoclonal antibody ທີ່ບໍ່ໄດ້ຜົນ ຜ່ານມາຢ່າງໜ້ອຍ 2 ຄັ້ງ.
- ໃຊ້ປິ່ນປົວມະເຮັງຕ່ອມນໍ້າເຫລືອງໃນຜູ້ໃຫຍ່ ຊະນິດ large B-cell lymphoma (DLBCL), ແລະ ຊະນິດອື່ນທີ່ບໍ່ໄດ້ກຳນົດ ລວມທັງ DLBCL ທີ່ເກີດຈາກ follicular lymphoma, ທີ່ໄດ້ຜ່ານການປິ່ນປົວ ຢ່າງເປັນລະບົບ ຢ່າງໜ້ອຍ 2 ຄັ້ງຜ່ານມາ.
ວິທີໃຊ້:
- ການນໍາໃຊ້ເພື່ອປິ່ນປົວ ມະເຮັງໄຂກະດູກຊະນິດຕ່າງໆ:
- ໃຊ້ຮ່ວມກັບ Bortezomib ແລະ Dexamethasone: ນຳໃຊ້ໃນປະລິມານ 100 mg ໃຫ້ຮັບປະທານອາທິດລະຄັ້ງ ໂດຍກຳນົດເອົາວັນແລກຂອງອາທິດ ທີ່ໃຊ້ຈົນກວ່າ ຜົນຂອງການປິ່ນປົວຈະດີຂຶ້ນ ຫລື ຢຸດໃຊ້ໃນກໍລະນີເກີດເປັນພິດຮ້າຍແຮງທີ່ບໍ່ສາມາດຮັບໄດ້.
- ໃຊ້ປະສົມຮ່ວມກັບ Dexamethasone: ນໍາໃຊ້ໃນປະລິມານ 80 mg ໃຫ້ຮັບປະທານສອງຄັ້ງຕໍ່ອາທິດ ໂດຍກຳນົດເອົາ ວັນທີ 1 ແລະ ວັນທີ 3 ຂອງແຕ່ລະອາທິດ ໃຊ້ຈົນກວ່າຜົນການປິ່ນປົວຈະດີຂຶ້ນ ຫລື ຢຸດໃຊ້ ກໍລະນີເກີດເປັນພິດ ທີ່ຮ່າງກາຍບໍ່ສາມາດຮັບເອົາໄດ້.
- ສຳລັບການປິ່ນປົວມະເຮັງ Diffuse Large B-Cell Lymphoma
- ນໍາໃຊ້ໃນປະລິມານ 60 mg ໃຫ້ກິນສອງຄັ້ງຕໍ່ອາທິດ ໂດຍກຳນົດເອົາ ວັນທີ 1 ແລະວັນທີ 3 ຂອງແຕ່ລະອາທິດ ໃຊ້ຈົນກວ່າຜົນການປິ່ນປົວຈະດີຂຶ້ນ ຫລື ຢຸດໃຊ້ ກໍລະນີເກີດເປັນພິດ ທີ່ຮ່າງກາຍບໍ່ສາມາດຮັບໄດ້.
ຂໍ້ຫ້າມໃຊ້:
ບໍ່ຄວນນໍາໃຊ້ໃນຄົນເຈັບທີ່ແພ້ຕົວຢາ ຫລື ສ່ວນປະກອບໃດໆໃນຢານີ້.
ຄຳເຕືອນ:
- ການເກີດພາວະເກັດເລືອດຕໍ່າ (Thrombocytopenia): ແນະນຳໃຫ້ກວດເຊັກເກັດເລືອດໃນລະຫວ່າງການນໍາໃຊ້ຢາ.
- ພາວະເມັດເລືອດຂາວເນີໂຕຟີນຕົກຕໍ່າ (Neutropenia): ຕິດຕາມກວດນັບເມັດເລືອດຂາວ ໃນລະຫວ່າງການນໍາໃຊ້ຢາ
- ການເກີດພິດທາງກະເພາະລໍາໄສ້: ປຸ້ນທ້ອງ, ຮາກ, ຖອກທ້ອງ, ເບື່ອອາຫານ ນໍ້າໜັກຫລຸດລົງ.
- ພາວະໂຊດຽມໃນເລືອດຕໍ່າ (Hyponatremia): ຕິດຕາມກວດລະດັບໂຊດຽມໃນເລືອດ ໃນລະຫວ່າງການປິ່ນປົວ Monitor serum sodium levels throughout treatment. ກວດຕິດຕາມ ເພື່ອຄວບຄຸມລະດັບ ນໍ້າຕານ ແລະ ລະດັບ ຂອງ paraprotein ໃນເລືອດໃຫ້ຢູ່ໃນສະພາບປົກກະຕິ.
- ການເກີດພິດເບື່ອຕໍ່ລະບົບປະສາດ: ແນະນໍາໃຫ້ຄົນເຈັບຊາບ ຫລີກລ່ຽງກັນຂັບຂີ່ຍານພາຫະນະ, ຫລື ປະກອບອາຊີບທີ່ມີຄວາມສ່ຽງ ຈົນກວ່າຈະຢຸດເຊົາໃຊ້ຢາ ແລະ ອາການເປັນພິດຕໍ່ລະບົບປະສາດຈະໝົດໄປ.
- ຢານີ້ເປັນອັນຕະລາຍຕໍ່ເດັກໃນຄັນ, ແມ່ຍິງຖືພາ ບໍ່ຄວນນໍາໃຊ້ຢານີ້.
- ການເກີດພິດເບື່ອຕໍ່ເດັກໃນຄັນ.
ຜົນຂ້າງຄຽງ:
ພາວະເກັດເລືອດຕໍ່າ, ເມັດເລືອດຂາວຕໍ່າ, ຟົດສະເຟັດໃນເລືອດຕໍ່າ, ລະບົບປະສາດຮອບນອກປ່ຽນແປງ, ການຕິດເຊື້ອລະບົບຫາຍໃຈສ່ວນເທິງ, ນໍ້າໜັກຫລຸດ, ເກີດຕໍ້ກະຈົກຕາ, ເລືອດຈາງ ອິດເມື່ອຍ, ປວດຮາກ, ຖອກທ້ອງ, ຮາກ, ເປັນໄຂ້.
ຮູບແບບ: ເມັດສີຟ້າ
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ: ບັນຈຸໃນກ່ອງ, 1 ກ່ອງມີ 32 ເມັດ.
ການເກັບຮັກສາ:
- ເກັບຮັກສາໄວ້ໃນກັບກ່ອງບັນຈຸເດີມ, ບໍ່ໃຫ້ຖືກແສງແດດ, ເກັບໄວ້ໃນຫ້ອງທີ່ມີອຸນຫະພູມລະຫວ່າງ 20℃-25℃.
- ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ






