ຊື່ຜະລິດຕະພັນ: ALIUPATINIB
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Upadacitinib………………………………15mg
ຂໍ້ບົ່ງໃຊ້:
- ສຳລັບຜູ້ໃຫຍ່ທີ່ມີການຕອບສະຫນອງບໍ່ພຽງພໍ ຫຼື ມີການທົດສອບທີ່ບໍ່ສາມາດທົນທານໄດ້ຕໍ່ຢາຕ້ານ TNF ແລະ ມີອາການພະຍາດດັ່ງຕໍ່ໄປນີ້:
- ພະຍາດຂໍ້ອັກເສບທີ່ມີຄວາມຮູນແຮງປານກາງ ຫາ ສູງ.
- ພະຍາດຂໍ້ອັກເສບ psoriatic
- ພະຍາດລຳໄສ້ເປັນແຜປານກາງ ຫາ ຮູນແຮງ.
- ພະຍາດ Crohn ທີ່ມີອາການປານກາງ ຫາ ຮຸນແຮງ.
- ພະຍາດຂໍ້ອັກເສບກະດູກສະຫຼັງຕຶງ.
- ພະຍາດອັກເສບກະດູກສັນຫຼັງແກນກາງທີ່ບໍ່ສາມາດເຫັນຄວາມຜິດປົກກະຕິດ້ວຍການສ່ອງໄຟຟ້າ.
- ຄົນເຈັບທີ່ເປັນຜູ້ໃຫຍ່ ແລະ ເດັກນ້ອຍ 12 ປີຂຶ້ນໄປທີ່ເປັນພະຍາດຜິວໜັງອັກເສບຈາກພຸມແພ້ປານກາງ ຫາ ຮຸນແຮງທີ່ມີການດື້ຢາ, ເຊິ່ງພະຍາດທີ່ບໍ່ໄດ້ມີການຄວບຄຸມຢ່າງເໝາະສົມດ້ວຍຜະລິດຕະພັນທາງການແພດອື່ນໆ, ລວມເຖິງຢາທາງກຸ່ມຊີວະພາບ ຫຼື ເມື່ອນຳໃຊ້ການບໍາບັດເຫຼົ່ານີ້ ແມ່ນບໍ່ແນະນຳໃຫ້ນຳໃຊ້ຢານີ.
ວິທີໃຊ້: ນຳໃຊ້ຕາມຄຳແນະນຳຂອງແພດ.
ຂໍ້ຫ້າມໃຊ້:
ຫ້າມນຳໃຊ້ໃນຄົນເຈັບທີ່ມີອາການແພ້ຕໍ່ຕົວຢາຫຼືສ່ວນປະກອບໃດໆໃນຜະລິດຕະພັນນີ້, ຄົນເຈັບທີ່ເປັນວັນນະໂລກ, ຄົນເຈັບທີ່ຍັງມີການຕິດເຊື້ອແບັກທິເຣຍທີ່ຮຸນແຮງ, ການທຳງານຂອງຕັບບົກພ່ອງຢ່າງຮຸນແຮງ, ແມ່ຍິງຖືພາຄວນມີການວາງແຜນການຄຸມກຳເນີດລະຫວ່າງການນຳໃຊ້ຢາ.
ຄຳເຕືອນ:
• ໃນຜູ້ທີ່ຕິດເຊື້ອ ຮ້າຍແຮງ: ບໍ່ຄວນໃຊ້ໃນຜູ້ທີ່ຕິດເຊື້ອຮ້າຍແຮງ ແລະ ທັງຜູ້ຕິດເຊື້ອສະເພາະທີ່.
• ການເຈາະລະບົບທາງເດີນອາຫານ(GI)
• ໃນລະຫວ່າງການນໍາໃຊ້ຢາ ຄວນກວດຕິດຕາມ ຕໍາລາເລືອດ ກວດລະດັບເມັດເລືອດຂາວ ເຊັ່ນ: lymphocytes, neutrophils, ຕິດຕາມກວດ hemoglobin, ເອັມໄຊຕັບ ແລະ ລະດັບໄຂມັນໃນເລືອດ.
• ຢານີ້ເປັນອັນຕະລາຍຕໍ່ເດັກໃນທ້ອງ: ການລ້ຽງລູກດ້ວຍນ້ຳນົມແມ່ ໃນຊ່ວງທີ່ໃຊ້ຢານີ້ ຄວນລະວັງ ງົດການລ້ຽງລູກດ້ວຍນ້ຳນົມແມ່, ແນະນໍາໃຫ້ມີການຄຸມກຳເນີດ ຢ່າງມີປະສິດທິຜົນ ໃນລະຫວ່າງການໃຫ້ຢາປິ່ນປົວ.
• ຜົນກະທົບຕໍ່ການສັກວັກຊີນ: ຫລີກເວັ້ນການສັກວັກຊີນເຊື້ອເປັນ ໃນລະຫວ່າງການນຳໃຊ້ຢາ.
ຜົນຂ້າງຄຽງ:
ເຮັດໃຫ້ເກີດການຕິດເຊື້ອລະບົບຫາຍໃຈຊ່ວງເທິງ, ພາໃຫ້ເກີດ ພະຍາດງູສະວັດ ເປັນເກັດອອກຮ້ອນ(herpes zoster, herpes simplex), ອັກເສບປອດ, ປຸ້ນທ້ອງ, ໄອ, ເປັນໄຂ້, ເປັນສິວ, ເຈັບຫົວ, ແພ້, ອັກເສບຕາມຮູຂຸມຂົນ, ເຈັບທ້ອງ, creatine ໃນເລືອດເພີ່ມຂຶ້ນ.
ຮູບແບບ: ຢາເມັດສີມ່ວງ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ: ບັນຈຸໃນກ່ອງ, 1 ກ່ອງ 28 ເມັດ.
ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງບັນຈຸເດີມ,ບໍ່ໃຫ້ຖືກແສງແດດເກັບໄວ້ໃນຫ້ອງທີ່ມີອຸນຫະພູມລະຫວ່າງ 20℃-25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ







