BARINIX-4

ສ່ວນປະກອບ
Baricitinib………………………………………4mg
ຂໍ້ບົ່ງໃຊ້
ໃຊ້ປິ່ນປົວ ພະຍາດປະດົງຂໍ່ອັກເສບ, ໃຊ້ປ້ອງກັນແລະປິ່ນປົວອາການທີ່ເກີດຈາກ COVID-19, ໃຊ້ປິ່ນປົວບັນເທົາອາການຜົມລົ່ນເປັນຈຸດ ( Alopecia areata).

ຂະໜາດບັນຈຸ:
ບັນຈຸໃນກ່ອງ, 1 ກ່ອງມີ 30 ເມັດ.

ເລກທະບຽນ: 11 L 1232/24
Download BARINIX-4 Drug Registration Certificate

Brand name: BARINIX-4


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Baricitinib………………………………………4mg


ຂໍ້ບົ່ງໃຊ້:
ໃຊ້ປິ່ນປົວ ພະຍາດປະດົງຂໍ່ອັກເສບ, ໃຊ້ປ້ອງກັນແລະປິ່ນປົວອາການທີ່ເກີດຈາກ COVID-19, ໃຊ້ປິ່ນປົວບັນເທົາອາການຜົມລົ່ນເປັນຈຸດ ( Alopecia areata).


ວິທີໃຊ້:

  • ໃຊ້ຮັບປະທານ, ກ່ອນຫລືຫລັງອາຫານ.
  • ໃຊ້ປິ່ນປົວພະຍາດປະດົງຂໍ່ອັກເສບ: ໃຊ້ຮັບປະທານວັນລະຄັ້ງ, ຄັ້ງລະ 2 mg;
  • ໃຊ້ປິ່ນປົວອາການ ເກີດຈາກການຕິດເຊື້ອ COVID-19 ໃຊ້ກິນວັນລະຄັ້ງ, ຄັ້ງລະ 4 mg, ກິນຕິດຕໍ່ກັນເປັນເວລາ 14 ວັນ;
  • ປິ່ນປົວອາການຜົມລົ່ນ (Alopecia areata): ກິນວັນລະຄັ້ງໃນປະລິມານ 2 mg. ຖ້າຜົນການປິ່ນປົວບໍ່ເຫັນການປ່ຽນແປງ ໃຫ້ປັບປະລິມານຂຶ້ນເປັນ 4 mg ຈົນເຫັນຜົນການປ່ຽນແປງດີຂຶ້ນ ຈຶ່ງປັບປະລິມານລົງມາ ເປັນ 2 mg ຕໍ່ວັນ.

ຂໍ້ຫ້າມໃຊ້: ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.


ຄຳເຕືອນ:

  • ຢານີ້ເປັນອັນຕະລາຍຕໍ່ເດັກໃນຄັນ, ແມ່ຍິງຖືພາຄວນລະມັດລະວັງ ແລະ ບໍ່ຄວນນໍາໃຊ້ຢານີ້.
  • ຖ້າພົບເຫັນອາການແພ້ເກີດຂຶ້ນໃນລະຫວ່າງການນໍາໃຊ້ ຄວນຢຸດຕິການນໍາໃຊ້ ເພື່ອຕິດຕາມ ແລະປິ່ນປົວຕາມອາການ.
  • ໃນຄົນທີ່ຕິດເຊື້ອວັນນະໂລກ ໃຫ້ໃຊ້ດ້ວຍຄວາມລະມັດລະວັງ.
  • ໃນລະຫວ່າງການນໍາໃຊ້ຢາ ຄວນມີການກວດຕິດຕາມ ການປ່ຽນແປງ ເມັດເລືອດຂາວ Lymphocytes, Neutrophils, ກວດເມັດເລືອດແດງ, ກວດຫນ້າທີ່ການທໍາງານຂອງຕັບ ແລະລະດັບໄຂມັນ ເປັນຕົ້ນ.
  • ກໍລະນີຢູ່ໃນຊ່ວງສັກວັກຊີນ: ບໍ່ຄວນໃຊ້ຮ່ວມກັບວັກຊີນຊະນິດເຊື້ອເປັນ (Live vaccines).
  • ມີບັນຫາໃນລະບົບ ກະເພາະລໍາໄສ້.

ຜົນຂ້າງຄຽງ:
ສາມາດເກີດການຕິດເຊື້ອ ລະບົບຫາຍໃຈສ່ວນເທິງ, ປຸ້ນທ້ອງ, ຜິວຫນັງເປັນຜື່ນແດງ( Herpes), ປ່ຽນແປງຫນ້າທີ່ການທຳງານຂອງແອນໄຊໃນຕັບເພີ່ມຂຶ້ນ, ປະລິມານເມັດເລືອດນ້ອຍເພີ່ມຂຶ້ນ, ເກີດລິ້ມເລືອດ ພາໃຫ້ມີການອຸດຕັນເສັ້ນເລືອດ ໃນຈຸດເລິກ, ເສັ້ນເລືອດຫລໍ່ລ້ຽງປອດຖືກອຸດຕັນ, ປວດຫົວ, ເປັນສິວ, ໄຂມັນສູງໃນເລືອດ, ປະລິມານ Creatine kinase ສູງໃນເລືອດ, ແລະເກີດການຕິດເຊື້ອໃນພົກຍ່ຽວ.


ຮູບແບບ: ຢາເມັດສີຂາວ


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: ບັນຈຸໃນກ່ອງ, 1 ກ່ອງມີ 30 ເມັດ.


ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
  • ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ