ຊື່ທົ່ວໄປ: Bromhexine hydrochloride tablets
ຊື່ຜະລິດຕະພັນ: ALIBISOLVON
ສ່ວນປະກອບ:
Bromhexine hydrochloride………. 8mg.
ຂໍ້ບົ່ງໃຊ້:
ຢານີ້ຈັດໃນກຸ່ມຢາລະລາຍເສມຫະ, ຖືືກນໍາໃຊ້ປິ່ນປົວອາການຫຼອດລົມອັກເສບຊ້ຳເຮື້ອເນື່ອງມາຈາກ ເສມຫະມີຫຼາຍໃນທາງເດີນຫາຍໃຈເຮັດໃຫ້ຫາຍໃຈບໍ່ສະດວກມີອາການໄອຕາມມາ,ການອອກລິດຂອງຢາຊ່ວຍລົດຄວາມໜຽວຂອງເສມຫະລົງ ເຮັດໃຫ້ຫາຍໃຈສະດວກແລະເສມຫະຖືກກຳຈັດອອກໄປ.
ວິທີໃຊ້:
• ຜູ້ໃຫຍ່: ກິນ 8-16mg ຕໍ່ຄັ້ງ, ກິນ 3 ຄັ້ງ ຕໍ່ວັນ.
• ສຳລັບເດັກ: ກິນ 4-8mg ຕໍ່ຄັ້ງ, ກິນ 3 ຄັ້ງ ຕໍ່ວັນ.
ຂໍ້ຫ້າມໃຊ້: ໃນປັດຈຸບັນຍັງບໍ່ທັນມີຂໍ້ຫ້າມໃດໆ ໃນການແນະນໍາ
ຄຳເຕືອນ:
• ຜູ້ທີ່ມີປະຫວັດໃນການແພ້ຢາ ແລະ ສ່ວນປະກອບຂອງຢານີ້ ຄວນໄດ້ແຈ້ງໃຫ້ແພດຊາບ.
• ຜູ້ທີ່ເຄີຍມີປະຫວັດເປັນບາດແຜໃນກະເພາະອາຫານ, ຄົນເຈັບທີ່ເປັນຫືດ ຜູ້ມີບັນຫາກ່ຽວກັບຕັບຢ່າງຮຸນແຮງ ຫຼື ໝາກໄຂ່ຫຼັງມີຄວາມບົກຜ່ອງ ຄວນປຶກສາແພດກ່ອນໃຊ້ຢາທຸກຄັ້ງ
• ແມ່ຍິງທີ່ຖືພາ ຫຼື ລ້ຽງລູກດ້ວຍນ້ຳນົມແມ່ ຄວນແຈ້ງໃຫ້ແພດຊາບ ເພາະການໃຊ້ຢາ ອາດມີຜົນຕໍ່ເດັກໃນທ້ອງໄດ້.
• ການໃຊ້ຢານີ້ໃນເດັກ ຄວນມີການຕິດຕາມຢ່າງໃກ້ສິດຈາກຜູ້ປົກຄອງ.
• ກໍລະນີມີການໃຊ້ຢ່າອື່ນຢູ່ ກ່ອນໃຊ້ຢານີ້ ຄວນປຶກສາແພດ.
ຜົນຂ້າງຄຽງ:
ຜົນຂ້າງຄຽງຂອງຢາອາດເກີດຂຶ້ນກັບຄົນເຈັບບາງຄົນຫຼັງຈາກກິນຢານີ້ ເຊັ່ນ: ປຸ້ນທ້ອງ, ຮາກ, ວິນຫົວ, ຜິວໜັງເປັນຜື່ນ, ຄັນຄາຍ, ເຈັບທ້ອງ, ຖອກທ້ອງ ມີອາການ Angioedema ກວດພົບຄ່າທຳງານຂອງຕັບເພີ່ມຂຶ້ນ.
ຮູບແບບ: ຢາເມັດສີຂາວ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
• 10 ເມັດ/ແຜງ, 2 ແຜງ/ກ່ອງ.
• 10 ເມັດ/ແຜງ, 50 ແຜງ/ກ່ອງ.
ການເກັບຮັກສາ:
• ເກັບຮັກສາ ບໍ່ໃຫ້ຖືກຄວາມຊຸ່ມ, ແສງແດດ ແລະ ເກັບຮັກສາໄວ້ໃນເຄື່ອງຫຸ້ມຫໍ່ເດີມບໍ່ໃຫ້ສຳຜັດກັບອາກາດຂ້າງນອກເປັນເວລານານ ເກັບຮັກສາໄວ້ໃນອຸນຫະພູມຂອງຫ້ອງທົ່ວໄປ.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ