ALICAPASE

ສ່ວນປະກອບ
Capivasertib……………………………………….200mg

ຂໍ້ບົ່ງໃຊ້
• Capivasertib ຖືກນໍາໃຊ້ເປັນຢາປິ່ນປົວມະເຮັງ ເຕົ້ານົມ ທີ່ມີການອອກລິດໃນການຢັບຢັ້ງໃນການເຄື່ອນໄຫວ Kinase inhibitor, ໃຊ້ຮ່ວມກັບຢາ fulvestrant ເພື່ອປິ່ນປົວ ມະເຮັງເຕົ້ານົມ ຜ່ານການກວດທີ່ມີການຢືນຢັນດ້ວຍການພົບ Hormone receptor (HR)-positive, ຫລື Human epidermal growth factor receptor 2 (HER2)-negative, ສາມາດໃຊ້ໃນເວລາພົບເຊື້ອກຳລັງຮຸກຮານສະເພາະທີ່ ຫລື ມີການແຜ່ກະຈ່າຍຂອງເຊື້ອແລ້ວ ຫລື ໃນໄລຍະ PIK3CA/AKT1 /PTEN-alterations.

ຂະໜາດບັນຈຸ: 64 ເມັດ/ກ່ອງ.
ເລກທະບຽນ: 07 L 1133/24
Download ALICAPASE Drug Registration Certificate


ຊື່ຜະລິດຕະພັນ: Sotokras


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Capivasertib……………………………………….200mg


ຂໍ້ບົ່ງໃຊ້:
Capivasertib ຖືກນໍາໃຊ້ເປັນຢາປິ່ນປົວມະເຮັງ ເຕົ້ານົມ ທີ່ມີການອອກລິດໃນການຢັບຢັ້ງໃນການເຄື່ອນໄຫວ Kinase inhibitor, ໃຊ້ຮ່ວມກັບຢາ fulvestrant ເພື່ອປິ່ນປົວ ມະເຮັງເຕົ້ານົມ ຜ່ານການກວດທີ່ມີການຢືນຢັນດ້ວຍການພົບ Hormone receptor (HR)-positive, ຫລື Human epidermal growth factor receptor 2 (HER2)-negative, ສາມາດໃຊ້ໃນເວລາພົບເຊື້ອກຳລັງຮຸກຮານສະເພາະທີ່ ຫລື ມີການແຜ່ກະຈ່າຍຂອງເຊື້ອແລ້ວ ຫລື ໃນໄລຍະ PIK3CA/AKT1 /PTEN-alterations.


ວິທີໃຊ້:
• ໃຊ້ຮັບປະທານ, ໃນປະລິມານ 400mg ຕໍ່ຄັ້ງ, ມື້ຫນຶ່ງ ກິນສອງຄັ້ງ, ຕິດຕໍ່ກັນເປັນເວລາ 4 ວັນ ແລະ ພັກ 3 ວັນຖັດມາ,ສາມາດກິນກ່ອນ ຫລື ຫລັງອາຫານໄດ້.


ຂໍ້ຫ້າມໃຊ້: ຫ້າມໃຊ້ໃນຜູ້ແພ້ຢານີ້.


ຄຳເຕືອນ:
• ໃນລະຫວ່າງການນໍາໃຊ້ຢາ ຄວນມີການກວດວັດລະດັບນໍ້າຕານໃນເລືອດ ຖ້າພົບວ່າລະດັບນໍ້າຕານໃນເລືອດສູງຂຶ້ນ ຄວນປັບຂະຫນາດຂອງຢາລົງ ຫລື ຢຸດການນໍາໃຊ້ ຂຶ້ນກັບສະພາບແລະອາການຂອງຄົນເຈັບ.
• ຕິດຕາມ ບັນດາສັນຍານ ແລະ ອາການຖອກທ້ອງຂອງຄົນເຈັບ ກໍລະນີພົບອາການຖອກທ້ອງແຮງຂຶ້ນ ຄວນໃຫ້ດື່ມນໍ້າເກືອແຮ່ ອໍລາລິດ ເພື່ອທົດແທນການເສຍນໍ້າ ຫລື ໃຫ້ຢາຕ້ານອາການຖອກທ້ອງຕາມສະພາບ ແລະ ອາການຂອງຄົນເຈັບໃນຊ່ວງກຳລັງໃຊ້ຢານີ້ໃນການປິ່ນປົວ.
• ໃນໄລຍະໃຊ້ຢານີ້ ອາດເກີດອາການແພ້ ທາງຜິວຫນັງ.
• ໃນລະຫວ່າງການໃຊ້ຢາ ຄວນລະມັດລະວັງກ່ຽວກັບມາດຕະການ ແລະ ການນໍາໃຊ້ຢາຄຸມກຳເນີດສາມາດເກີດປະຕິກິລິຍາປໍລະປັກກັນໄດ້, ການນໍາໃຊ້ຢາຄຸມ ຄວນນໍາໃຊ້ ຫລັງການຢຸດໃຊ້ຢານີ້ຢ່າງຫນ້ອຍ 4 ເດືອນ ນັບຈາກ ວັນສຸດທ້ານຂອງການໃຫ້ຢາ.
• ແມ່ຍິງຖືພາ ຫລື ແມ່ຍິງທີ່ກຳລັງລ້ຽງລູກດ້ວຍນ້ຳນົມແມ່ ຄວນໃຊ້ຢ່າງລະມັດລະວັງສາມາດເປັນອັນຕະລາຍຕໍ່ເດັກແລະແມ່ໄດ້.
• ການໃຊ້ຢາຮ່ວມກັບ Fulvestrant ຄວນມີການຕິດຕາມລະວັງ ປະຕິກິລິຍາ ແລະ ອາການສົນອາດເກີດແຮງຂຶ້ນ.


ຜົນຂ້າງຄຽງ:
• ໃນລະຫວ່າງນໍາໃຊ້ຢາ ສາມາດເກີດ ອາການຖອກທ້ອງ, ປະຕິກິລິຍາ ອາການທາງຜິວຫນັງ, ການປ່ຽນແປງລະດັບນໍ້າຕານໃນເລືອດເພີ່ມຂຶ້ນ, ເມັດເລືອດຂາວຕໍ່າ, ເມັດເລືອດແດງຕໍ່າ, ປຸ້ນທ້ອງ, ເມື່ອຍ, Triglycerides ເພີ່ມຂຶ້ນ, Creatinine ເພີ່ມຂຶ້ນ, ຮາກ, ເຈັບກະເພາະ ເປັນຕົ້ນ.


ຮູບແບບ: ຢາເມັດສີຂາວ.


ວັນທີໝົດອາຍຸ24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 64 ເມັດຕໍ່ກ່ອງ.


ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ