ຊື່ທົ່ວໄປ: Losartan/Hydrochlorothiazide
ຊື່ຜະລິດຕະພັນ: Allihyzaar
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Losartan……………………………………50mg.
Hydrochlorothiazide……………………….12.5mg.
ຂໍ້ບົ່ງໃຊ້:
ໃຊ້ເປັນຢາປິ່ນປົວຄວາມດັນເລືອດສູງ ແລະ ເໝາະສຳລັບຜູ້ປ່ວຍທີ່ໄດ້ຮັບການປິ່ນປົວດ້ວຍຢາປະສົມ.
ວິທີໃຊ້:
• ກິນວັນລະຄັ້ງ, ຄັ້ງລະເມັດ (50mg/12.5mg) ແລະ ສາມາດເພີ່ມປະລິມານໄດ້ຫຼັງ 3 ອາທິດ, ຂັ້ນຕໍ່າເປັນ 2 ເມັດຕໍ່ວັນ.
ຂໍ້ຫ້າມໃຊ້:
• ບໍ່ຄວນໃຊ້ໃນຜູ້ປ່ວຍທີ່ເປັນພະຍາດ: ລະດັບໂພແທດຊຽມໃນເລືອດສູງ, ຄວາມດັນເລືອດຕ່ຳ, ຕັບມີບັນຫາ, ໄຂ່ຫຼັງມີບັນຫາເລັກໜ້ອຍ-ລະດັບປານກາງ, ຍິງຖືພາ ຫຼື ປະລິມານເລືອດຫຼຸດລົງ.
ຄຳເຕືອນ:
• ຫ້າມໃຊ້ຢານີ້ກັບແມ່ຍິງຖືພາ ຫຼື ແມ່ໃນໄລຍະໃຫ້ນ້ຳນົມລູກ.
• ຫ້າມໃຊ້ໃນຜູ້ປ່ວຍທີ່ມີຄວາມບົກພ່ອງທາງດ້ານຕັບ, ໝາກໄຂ່ຫຼັງ, ພະຍາດປະດົງ, ພະຍາດເບົາຫວານ, ຫຼັງຜ່າຕັດ sympathectomy ຫຼື ສາຍຕາສັ້ນກະທັນຫັນ.
ຜົນຂ້າງຄຽງ:
• ອາດຈະມີອາການວິນຫົວເລັກໜ້ອຍ, ປວດທ້ອງ, ປວດຫຼັງ, ເມື່ອຍລ້າ, ຜິວໜັງເປັນຜື່ນ, ນ້ຳມູກໄຫຼ ຫຼື ຄັນດັງ, ເຈັບຄໍ ຫຼື ໄອແຫ້ງ.
ຮູບແບບ: ຢາເມັດສີເຫຼືອງ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
• ບັນຈຸ 2 ແຜງ, 1 ແຜງ ມີ 12 ເມັັດ.
• ບັນຈຸ 50 ແຜງ, 1 ແຜງ ມີ 12 ເມັັດ.
ການເກັບຮັກສາ:
• ເກັບໄວ້ບ່ອນບໍ່ມີແສງແດດ ແລະ ຄວາມຊຸ່ມ ພາຍໃຕ້ອຸນຫະພູມ 25°C.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ