AMPI-500

ສ່ວນປະກອບ
Ampicillin…………………500mg

ຂໍ້ບົ່ງໃຊ້
ໃຊ້ສຳລັບຮັກສາການຕິດເຊື້ອແບັດທີເຣຍ ຈາກການອັກເສບທາງເດີນປັດສະວະ, ຫູສ່ວນກາງອັກເສບ, ດັງ ແລະ ຄໍ; ສົບອັກເສບ, ຫຼອດລົມອັກເສບ, ຫຼອດປອດອັກເສບ, ປອດອັກເສບ, ເຍື້ອຫຸ້ມສະໝອງອັກເສບ. ລວມເຖິງການຕິດເຊື້ອຂອງລະບົບທາງເດີນຫາຍໃຈເທິງ ແລະ ລຸ່ມ.

ຂະໜາດບັນຈຸ: 100 ແຄັບຊູນ/ກ່ອງ.

ເລກທະບຽນ: 04 I 5471/23.
Download AMPI-500 Drug Registration Certificate


ສ່ວນປະກອບ:
ໃນ 1 ແຄັບຊູນປະກອບດ້ວຍ:
Ampicillin Trihydrate BP equivalent to Ampicillin……………… 500mg


ຂໍ້ບົ່ງໃຊ້:
ໃຊ້ສຳລັບຮັກສາການຕິດເຊື້ອແບັດທີເຣຍ ຈາກການອັກເສບທາງເດີນປັດສະວະ, ຫູສ່ວນກາງອັກເສບ, ດັງ ແລະ ຄໍ; ສົບອັກເສບ, ຫຼອດລົມອັກເສບ, ຫຼອດປອດອັກເສບ, ປອດອັກເສບ, ເຍື້ອຫຸ້ມສະໝອງອັກເສບ. ລວມເຖິງການຕິດເຊື້ອຂອງລະບົບທາງເດີນຫາຍໃຈເທິງ ແລະ ລຸ່ມ.


ວິທີໃຊ້:
• ສຳລັບການອັກເສບຊ່ອງປາກ ຄວນໃຫ້ Ampicillin ກ່ອນອາຫານ 30 ນາທີ ຫາ 1 ຊົ່ວໂມງ.
• ຜູ້ໃຫຍ່: 1-2 ແຄັບຊູນ ທຸກໆ 6 ຊົ່ວໂມງ.
• ເດັກອາຍຸຕໍ່າກວ່າ 10 ປີ: 1 ແຄັບຊູນ ທຸກໆ 6 ຊົ່ວໂມງ.
• ທາງເດີນປັດສະວະອັກເສບ: - ຜູ້ໃຫຍ່: 1 ແຄັບຊູນ ທຸກໆ 8 ຊົ່ວໂມງ. (ຫຼື ໃຊ້ຕາມຄຳສັ່ງແພດ).


ຂໍ້ຄວນລະວັງ:
•  ການໃຊ້ຢາຕ້ານເຊື້ອເປັນເວລາດົນອາດສົ່ງຜົນໃຫ້ເກີດການຕິດເຊື້ອແບບພິເສດ ເນື່ອງຈາກຮ່າງກາຍເກີດມີການດື້ຕໍ່ຢາເຊັ່ນ: Candida or Pseudomonas.
•  ກ່ອນທີ່ຈະເລີ່ມຕົ້ນການປິ່ນປົວດ້ວຍຢາ ampicillin ຄວນສອບຖາມວ່າຜ່ານມາມີການແພ້ຢາຕ້ານເຊື້ອ beta-lactam ບໍ່.
•  Ampicillin ອາດຈະລົດປະສິດທິພາບຂອງຢາຄຸມກຳເນີດລົງ ຜູ້ປ່ວຍຕ້ອງໄດ້ຮັບການເຕືອນຕາມຄວາມເໝາະສົມ.


ຂໍ້ຫ້າມໃຊ້:
• ບໍ່ຄວນໃຊ້ກັບຄົນແພ້ຕໍ່ຢາ Penicillin.


ຜົນຂ້າງຄຽງ:
•  ມີອາການປວດຮາກ, ຮາກ, ຖອກທ້ອງ; ຄັນຕາມຜິວໜັງ ( ໃຫ້ຢຸດໃຊ້ຢາທັນທີ ), ບາງຄັ້ງເມື່ອໃຊ້ຢາຮ່ວມກັບຢາຕ້ານເຊື້ອຊະນິດອື່ນ ອາດເກີດອາການ ລຳໄສ້ໃຫຍ່ບວມ.


ຮູບແບບ: Red-Black capsule.


ວັນທີໝົດອາຍຸ: 3 ປີ ຫຼັງຈາກວັນຜະລິດ.


ຂະໜາດບັນຈຸ:
•  ບັນຈຸ 10 ແຜງ, 1 ແຜງ ມີ 10ເມັດ.


ການເກັບຮັກສາ:
ເກັບໄວ້ບ່ອນບໍ່ມີແສງແດດ ແລະ ຄວາມຊຸ່ມ ທີ່ມີອຸນຫະພູມຕ່ຳກ່ວາ 30 ອົງສາ.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ