APIXA-2.5MG

ສ່ວນປະກອບ
Apixaban……………………..2.5mg

ຂໍ້ບົ່ງໃຊ້
ໃຊ້ເປັນຢາປ້ອງກັນການເກີດລີມເລືອດ ຫຼືເລືອດກ້າມ (Venous thromboembolic events (VTE)) ໃນຄົນເຈັບທີ່ເປັນໂລກຫົວໃຈ (Atrial Fibrillation), ໃຊ້ຫຼັງການຜ່າຕັດປ່ຽນຂໍ້ ຫົວເຂົ່າ, ຫຼືປ່ຽນກະໂພກທຽມເພື່ອ ປິ່ນປົວ ສະພາບລີມເລືອດຫຼືເລືອດກ້າມທີ່ອຸດຕັນໃນເສັ້ນເລືອດດໍາ.

ຂະໜາດບັນຈຸ: 28 ເມັດ/ກ່ອງ.

ເລກທະບຽນ: 09 L 1018/23.
Download APIXA-2.5MG Drug Registration Certificate


ສ່ວນປະກອບ:
Each tablet contains: Apixaban…………………………………. 2.5mg.


ຂໍ້ບົ່ງໃຊ້:
ໃຊ້ເປັນຢາປ້ອງກັນການເກີດລີມເລືອດ ຫຼືເລືອດກ້າມ (Venous thromboembolic events (VTE)) ໃນຄົນເຈັບທີ່ເປັນໂລກຫົວໃຈ (Atrial Fibrillation), ໃຊ້ຫຼັງການຜ່າຕັດປ່ຽນຂໍ້ ຫົວເຂົ່າ, ຫຼືປ່ຽນກະໂພກທຽມເພື່ອ ປິ່ນປົວ ສະພາບລີມເລືອດຫຼືເລືອດກ້າມທີ່ອຸດຕັນໃນເສັ້ນເລືອດດໍາ.


ວິທີໃຊ້:
•  ໃຊ້ຕາມການແນະນໍາຂອງແພດ, ນໍາໃຊ້ດ້ວຍການກືນກິນກັບນໍ້າ ເມັດລະ 2.5mg ສອງເມັດ, ກິນວັນລະສອງຄັ້ງ, ສາມາດກິນຢານີ້ ພ້ອມການກິນອາຫານ ຫຼື ກິນໃນເວລາທ້ອງວ່າງກໍໄດ້. ການກິນຢາຄັ້ງແລກ ຄວນກິນຫຼັງການຜ່າຕັດ 12 ຫາ 24 ຊົ່ວໂມງ.
•  ສຳລັບການປ້ອງກັນລີມເລືອດຫຼື ເລືອດກ້າມໃນຄົນເຈັບທີ່ປ່ຽນຖ່າຍ ກະໂພກ ຄວນສືບຕໍ່ນໍາໃຊ້ຢາ ເປັນເວລາ 32 ຫາ 38 ວັນຕິດຕໍ່ກັນ.
•  ສຳລັບການປ້ອງກັນລີມເລືອດຫຼື ເລືອດກ້າມໃນຄົນເຈັບທີ່ປ່ຽນຖ່າຍ ຂໍ່ຫົວເຂົ່າ ຄວນສີບຕໍ່ນໍາໃຊ້ຢາ ເປັນເວລາ 10 ຫາ 14 ວັນຕິດຕໍ່ກັນ.


ຄຳເຕືອນ:
• ຖ້າພົບເຫັນ ສະພາບເລືອດໄຫຼບໍ່ຢຸດ ຫຼືເລືອດອອກຮຸນແຮງ ໃນເວລານໍາໃຊ້ຢານີ້ ໃຫ້ຢຸດໃຊ້ທັນທີ.
• Apixaban ບໍ່ຄວນໃຫ້ນໍາໃຊ້ ໃນແມ່ຍິງຖືພາ.


ຂໍ້ຫ້າມໃຊ້
• ສຳລັບຄົນເຈັບ ທີ່ແພ້ຢານີ້ ຫຼືແພ້ສ່ວນປະກອບ ທີ່ປະສົມໃນຢານີ້ ແມ່ນຫ້າມໃຊ້.
• ຫ້າມໃຊ້ Apixaban ໃນຄົນເຈັບທີ່ມີອາການໂລກກ່ຽວກັບຕັບ, ຫຼື ມີສະພາບຕັບຊຸດໂຊມຢ່າງໜັກ.


ຜົນຂ້າງຄຽງ:
• ຜົນຂ້າງຄຽງທີ່ມັກພົບ ມີ ເລືອດຈາງ, ເລືອດອອກບໍ່ຢຸດ, ມີຮອຍຈໍ້າ ຕາມບໍລິເວນຜິວ, ປຸ້ນທ້ອງປວດຮາກ.
• Apixaban ສາມາດເປັນສາເຫດ ເຮັດໃຫ້ ເລືອດອອກ ໃນອົງຄະຕ່າງໆ ເຊິ່ງສາມາດນໍາໄປສູ່ການເກີດໂລກເລືອດຈາງ.


ຮູບແບບ: ຜະລິດຕະພັນນີ້ແມ່ນຢາເມັດສີເຫຼືອງ.


ວັນທີໝົດອາຍຸ: 3 ປີ ຫຼັງຈາກວັນຜະລິດ.


ຂະໜາດບັນຈຸ: 28 ເມັດ/ກ່ອງ.


ການເກັບຮັກສາ
• ຄວນເກັບຮັກສາໄວ້ໃນສະຖານທີ່ເຢັນ, ແຫ້ງອຸນຫະພູມ ຕໍ່າກວ່າ 30ᵒC, ບໍ່ໃຫ້ຖືກແສງແດດ.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ