BRIGANIE

ສ່ວນປະກອບ
Brigatinib INN equivalent to Brigatinib………90mg

ຂໍ້ບົ່ງໃຊ້
BRIGANIE ເປັນຕົວຢັບຢັ້ງ kinase ທີ່ກຳນົດໄວ້ສຳລັບການຮັກສາຄົນເຈັບຜູ້ໃຫຍ່ທີ່ເປັນມະເຮັງປອດຊະນິດຈຸລັງມະເຮັງຕ່ອມນ້ຳເຫຼືອງຊະນິດ anaplastic (ALK) ເຊິ່ງເປັນມະເຮັງປອດຊະນິດຈຸລັງມະເຮັງໄລຍະແຜ່ກະຈາຍ (NSCLC) ທີ່ເປັນບວກ, ເຊິ່ງກວດພົບໂດຍການທົດສອບທີ່ໄດ້ຮັບການອະນຸມັດຈາກ (FDA).

ຂະໜາດບັນຈຸ: 30 ເມັດ/ກ່ອງ.

ເລກທະບຽນ: 03 L 0954/23.
Download BRIGANIE Drug Registration Certificate


ຊື່ຜະລິດຕະພັນ: BRIGANIE


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Brigatinib INN equivalent to Brigatinib………………………….90mg


ຂໍ້ບົ່ງໃຊ້:
BRIGANIE ເປັນຕົວຢັບຢັ້ງ kinase ທີ່ກຳນົດໄວ້ສຳລັບການຮັກສາຄົນເຈັບຜູ້ໃຫຍ່ທີ່ເປັນມະເຮັງປອດຊະນິດຈຸລັງມະເຮັງຕ່ອມນ້ຳເຫຼືອງຊະນິດ anaplastic (ALK) ເຊິ່ງເປັນມະເຮັງປອດຊະນິດຈຸລັງມະເຮັງໄລຍະແຜ່ກະຈາຍ (NSCLC) ທີ່ເປັນບວກ, ເຊິ່ງກວດພົບໂດຍການທົດສອບທີ່ໄດ້ຮັບການອະນຸມັດຈາກ (FDA).


ວິທີໃຊ້:
•  ສຳລັບ 7 ມື້ແລກແມ່ນໃຫ້ກິນມື້ລະຄັ້ງ, ຄັ້ງລະ 90mg; ຈາກນັ້ນເພີ່ມເປັນ 180mg ກິນມື້ລະຄັ້ງ, ກິນໂດຍມີ ຫຼື ບໍ່ມີອາຫານກໍໄດ້.


ຂໍ້ຫ້າມໃຊ້:
•  ຫ້າມໃຊ້ໃນແມ່ຍິງຖືພາ ແລະ ແມ່ຍິງທີ່ກຳລັງລ້ຽງລູກດ້ວຍນ້ຳນົມແມ່.
•  ຫ້າມນໍາໃຊ້ພ້ອມກັນກັບ inducers CYP3A4 ປານກາງ ຫຼື ຮຸນແຮງ


ຄຳເຕືອນ:
• ພະຍາດເນື້ອເຍື່ອປອດອັກເສບ(ILD)/ປອດອັກເສບ: ຕິດຕາມອາການໃໝ່ ຫຼື ອາການລະບົບທາງເດີນຫາຍໃຈທີ່ຊຸດໂຊມລົງໂດຍສະເພາະໃນຊ່ວງອາທິດທຳອິດຂອງການປິ່ນປົວ, ຢຸດໃຊ້ BRIGANIE ສຳລັບຜູ້ມີອາການທາງເດີນຫາຍໃຈໃໝ່ ຫຼື ມີອາການຊຸດໂຊມລົງ ແລະ ປະເມີນ (ILD)/ປອດອັກເສບທັນທີເມື່ອມີອາການດີຂຶ້ນແລ້ວ, ໃຫ້ຫຼຸດປະລິມານຢາ ຫຼື ຢຸດໃຊ້ BRIGANIE ຢ່າງຖາວອນ.
• ຄວາມດັນເລືອດສູງ: ຕິດຕາມຄວາມດັນເລືອດຫຼັງ 2 ອາທິດ ແລະ ຢ່າງໜ້ອຍເດືອນລະຄັ້ງໃນລະຫວ່າງການປິ່ນປົວ, ສຳລັບຜູ້ທີ່ມີຄວາມດັນເລືອດສູງຂັ້ນຮ້າຍແຮງໃຫ້ຢຸດໃຊ້ BRIGANIE ຈາກນັ້ນໃຫ້ຫຼຸດປະລິມານຢາລົງ ຫຼື ຢຸດການໃຊ້ຢາຢ່າງຖາວອນ.
• ຫົວໃຈເຕັ້ນຊ້າ: ຕິດຕາມອັດຕາການເຕັ້ນຂອງຫົວໃຈ ແລະ ຄວາມດັນເລືອດຢ່າງສະໝ່ຳສະເໝີໃນລະຫວ່າງການຮັກສາ. ຫາກມີອາການໃຫ້ຢຸດໃຊ້ BRIGANIE ຊົ່ວຄາວ ຈາກນັ້ນຫຼຸດປະລິມານຢາ ຫຼື ຢຸດການໃຊ້ຢາໂດຍຖາວອນ.
• ຄວາມຜິດປົກກະຕິຂອງການເບິ່ງເຫັນ: ແນະນຳໃຫ້ຜູ້ປ່ວຍລາຍງານອາການທາງສາຍຕາ, ຢຸດໃຊ້ BRIGANIE ແລະ ດຳເນີນການປະເມີນຜົນທາງຕາ, ຈາກນັ້ນໃຫ້ຫຼຸດປະລິມານຢາລົງ ຫຼື ຢຸດການໃຊ້ຢາ BRIGANIE ຢ່າງຖາວອນ.
• Creatine Phosphokinase (CPK) Elevation: ຕິດຕາມລະດັບ CPK ຢ່າງສະໝ່ຳສະເໝີໃນລະຫວ່າງການຮັກສາ, ອີງຕາມຄວາມຮຸນແຮງ ແລະ ອາການປວດກ້າມເນື້ອ ຫຼື ອ່ອນເພຍ, ຢຸດໃຊ້ BRIGANIE ຊົ່ວຄາວ, ຈາກນັ້ນສືບຕໍ່ ຫຼື ຫຼຸດປະລິມານຢາລົງ.
• Pancreatic Enzymes Elevation: ຕິດຕາມລະດັບ lipase ແລະ amylase ຢ່າງສະໝ່ຳສະເໝີໃນລະຫວ່າງການປິ່ນປົວ. ອີງໃສ່ຄວາມຮຸນແຮງ, ຢຸດໃຊ້ BRIGANIE ຊົ່ວຄາວ, ຈາກນັ້ນສືບຕໍ່ ຫຼື ຫຼຸດປະລິມານຢາ.
• ຄວາມເປັນພິດຕໍ່ຕັບ: ຕິດຕາມ alanine aminotransferase (ALT), aspartate aminotransferase (AST) ແລະ ລະດັບ bilirubin ຢ່າງສະໝ່ຳສະເໝີໃນລະຫວ່າງການປິ່ນປົວ. ອີງຕາມຄວາມຮຸນແຮງ, ຢັບຢັ້ງປະລິມານແລ້ວກັບມາປິ່ນປົວໃນລະດັບທີ່ຕ່ຳກວ່າ.
• ພາວະນ້ຳຕານໃນເລືອດສູງ: ປະເມີນລະດັບນ້ຳຕານໃນເລືອດຢ່າງສະໝ່ຳສະເໝີໃນລະຫວ່າງການປິ່ນປົວດ້ວຍຢາ BRIGANIE, ຫາກບໍ່ໄດ້ຮັບການຈັດການທາງການແພດທີ່ເໝາະສົມ, ໃຫ້ຢຸດໃຊ້ BRIGANIE ຊົ່ວຄາວ, ຈາກນັ້ນໃຫ້ຫຼຸດປະລິມານຢາລົງ ຫຼື ຢຸດໃຊ້ຢ່າງຖາວອນໂດຍອີງຕາມຄວາມຮຸນແຮງ.
• ຄວາມອອ່ນໄຫວຕໍ່ແສງ (Photosensitivity): ແນະນຳໃຫ້ຜູ້ປ່ວຍຈຳກັດການສຳຜັດກັບແສງແດດ, ອີງໃສ່ຄວາມຮຸນແຮງ, ຢຸດໃຊ້ BRIGANIE ຊົ່ວຄາວ, ຫຼັງຈາກນັ້ນໃຫ້ກັບມາສືບຕໍ່ໃຊ້ຢາໃນປະລິມານເດີມ ຫຼື ຫຼຸດປະລິມານລົງ ຫຼື ຢຸດໃຊ້ຢ່າງຖາວອນ.
• ຄວາມເປັນພິດຕໍ່ໂຕອອນ ແລະ ລູກໃນທ້ອງ (Embryo-Fetal Toxicity): ອາດເຮັດໃຫ້ລູກໃນທ້ອງໄດ້ຮັບອັນຕະລາຍ. ຄວນປຶກສາແພດສຳລັບລາຍລະອຽດ.


ຜົນຂ້າງຄຽງ:
•  ຜົນຂ້າງຄຽງທີ່ມັກພົບເມື່ອໃຊ້ BRIGANIE (≥25%) ຄື: ຖອກທ້ອງ, ເມື່ອຍລ້າ, ປວດຮາກ, ມີຜື່ນ, ໄອ, ປວດກ້າມເນື້ອ, ເຈັບຫົວ, ຄວາມດັນເລືອດສູງ, ຮາກ ແລະ ຫາຍໃຈຝືດ.


ຮູບແບບ:  ຢາເມັດສີເຫຼືອງ.


ວັນທີໝົດອາຍຸ:  24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:  30 ເມັດ/ກ່ອງ.


ການເກັບຮັກສາ:
•  ເກັບໄວ້ບ່ອນບໍ່ມີແສງແດດ ແລະ ຄວາມຊຸ່ມ ພາຍໃຕ້ອຸນຫະພູມ 30°C.
•  ເກັບໄວ້ຫ່າງໄກຈາກເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ