ESOMIRAZO 20

ສ່ວນປະກອບ
Esomeprazole……….40mg

INDIATIONS
• ໃຊ້ເປັນຢາລົດການຫຼັ່ງຂອງກົດໃນກະເພາະອາຫານ, ປິ່ນປົວອາການກົດໄຫຼຍ້ອນ ແສບຮ້ອນກາງເອິກ ມີແຜໃນທາງເດີນອາຫານ.
• ຍັງໃຊ້ຮ່ວມກັບຢາອື່ນເພື່ອທຳລາຍເຊື້ອ Helicobacter pylori ທີ່ຢູ່ຕາມກະເພາະລໍາໄສ້.
• ໃຊ້ປິ່ນປົວບາດແຜກະເພາະອາຫານ ທີ່ເກີດຈາກການໃຊ້ຢາ NSAID.

ຂະໜາດບັນຈຸ: 20 ແຄັບຊູນ/ກ່ອງ, 500 ແຄັບຊູນ/ກ່ອງ.

ເລກທະບຽນ: 02 L 1060/24.
Download ESOMIRAZO 20 Drug Registration Certificate


ຊື່ທົ່ວໄປ:  Esomeprazole magnesium enteric capsules


ຊື່ຜະລິດຕະພັນ: ESOMIRAZO


ສ່ວນປະກອບ:  Esomeprazole……….20mg


ຂໍ້ບົ່ງໃຊ້:
• ໃຊ້ເປັນຢາລົດການຫຼັ່ງຂອງກົດໃນກະເພາະອາຫານ, ປິ່ນປົວອາການກົດໄຫຼຍ້ອນ ແສບຮ້ອນກາງເອິກ ມີແຜໃນທາງເດີນອາຫານ.
• ຍັງໃຊ້ຮ່ວມກັບຢາອື່ນເພື່ອທຳລາຍເຊື້ອ Helicobacter pylori ທີ່ຢູ່ຕາມກະເພາະລໍາໄສ້.
• ໃຊ້ປິ່ນປົວບາດແຜກະເພາະອາຫານ ທີ່ເກີດຈາກການໃຊ້ຢາ NSAID.


ວິທີໃຊ້:
• ໃຊ້ກິນ ຕາມຄໍາແນະນໍາຂອງແພດ ຫຼື ເພສັດຊະກອນ ກິນກ່ອນອາຫານ 1 ຊົ່ວໂມງ.
• ເພື່ອປິ່ນປົວອາການກົດໄຫຼຍ້ອນ: ໃຊ້ກິນໃນປະລິມານ 20mg ຫຼື 40mg, ວັນລະຄັ້ງ, ເປັນເວລາ 4-8 ອາທິດ.
• ໃຊ້ເພື່ອປິ່ນປົວກຳຈັດເຊື້ອ Helicobacter pylori: ໃຊ້ Esomeprazole magnesium 20mg+Amoxicillin 1g+Clarithromycin 500mg, ກິນ 2 ເທື່ອ/ວັນ, ເປັນເວລາ 7 ວັນ.
• ໃຊ້ປິ່ນປົວບາດແຜກະເພາະ ຈາກການໃຊ້ຢາແກ້ປວດລົດໄຂ້ກຸ່ມ NSAID: ໃຊ້ກິນ ຄັ້ງລະ 20mg ວັນລະຄັ້ງ ເປັນເວລາ 4-8 ອາທິດ.


ຂໍ້ຫ້າມໃຊ້:
• ຫ້າມໃຊ້ໃນຄົນເຈັບທີ່ແພ້ຢານີ້.
• ຫ້າມໃຊ້ຮ່ວມກັບຢາຕ້ານໄວຣັດ ກຸ່ມ nefenavir.


ຄຳເຕືອນ:
• ການໃຊ້ຢານີ້ ອາດພາໃຫ້ເກີດໄຂ່ຫຼັງອັກເສບຮຸນແຮງ (Acute interstitial nephritis), ອາດພາໃຫ້ເກີດ Lupus erythematosus ແລະພົບ ມາເຍຊຽມໃນເລືອດຕໍ່າໄດ້ (Hypomagnesemia).
• ບໍ່ຄວນໃຊ້ຢານີ້ ຮ່ວມກັບບັນດາຢາດັ່ງຕໍ່ໄປນີ້ ເພາະຈະເກີດປະຕິກິລິຍາປໍລະປັກຂອງຢາ ເຊັ່ນ: ຢາກຸ່ມ Clopidogrel, Hypericum perforatum, Rifampicin, or Methotrexate ເຫຼົ່ານີ້ເປັນຕົ້ນ.


ຜົນຂ້າງຄຽງ:
ບັນດາຜົນຂ້າງຄຽງທີ່ມັກພົບມີ ເຈັບຫົວ, ຖອກທ້ອງ, ປຸ້ນທ້ອງ, ທ້ອງອືດ ເຈັບຊ່ວງທ້ອງ, ທ້ອງຜູກ, ປາກແຫ້ງ, ຫາຍໃຈຖີ່, ກວດພົບ ALT ສູງໃນເລືອດ.


ຮູບແບບ: ແຄັບຊູນສີຂາວແດງ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 
• 1 ກັບມີ 2 ແຜງ, 1 ແຜງມີ 10 ແຄັບຊູນ.
• 1 ກັບມີ 50 ແຜງ, 1 ແຜງມີ 10 ແຄັບຊູນ..


ການເກັບຮັກສາ:
• ເກັບຮັກສາໄວ້ໃນພາຊະນະເດີມ, ຮັກສາໄວ້ໃນອຸນຫະພູມຂອງຫ້ອງ ບໍ່ເກີນ 25 ℃.
• ເກັບຮັກສາຢາຫ່າງໄກຈາກມືເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ