ຊື່ທົ່ວໄປ: Ivermectin
ຊື່ຜະລິດຕະພັນ: I-MECT 3
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Ivermectin………………………………3mg.
ຂໍ້ບົ່ງໃຊ້:
• ສາມາດນໍາໃຊ້ໃນການປິ່ນປົວພະຍາດແມງລີ້ດໍາ (onchocerciasis), ພະຍາດເສັ້ນດ້າຍ, ແມ່ທ້ອງປາກຂໍ, ແມ່ທ້ອງກົມ, ແມ່ທ້ອງແສ້ມ້າ ແລະ ແມ່ທ້ອງເຂັມມຸດ.
ວິທີໃຊ້:
• ກິນໃນປະລິມານ 1mg ຕໍ່ 5kg,ຕ້ອງກິນໃນເວລາທ້ອງຫວ່າງຢ່າງໜ້ອຍ 2 ຊົ່ວໂມງຫຼັງອາຫານຄາບສຸດທ້າຍ ຫຼື ຢ່າງໜ້ອຍ 1 ຊົ່ວໂມງກ່ອນອາຫານຄາບຕໍ່ໄປ, ດື່ມນໍ້າພ້ອມຢ່າງໜ້ອຍ 250ml.
ຂໍ້ຫ້າມໃຊ້:
• ແມ່ຍິງຖືພາ ແລະ ກຳລັງລ້ຽງລູກດ້ວຍນົມແມ່ ບໍ່ຄວນໃຊ້ຢານີ້.
ຄຳເຕືອນ:
• ຫ້າມໃຊ້ຢານີ້ໃນຂະນະຖືພາ.
ຜົນຂ້າງຄຽງ:
• ການໃຊ້ຢານີ້ ອາດພາໃຫ້ມີຜົນຂ້າງຄຽງເກີດຂື້ນ ເຊັ່ນ: ຖອກທ້ອງ, ຮາກ, ເມື່ອຍ, ປວດຕາ ມີບັນຫາກັບການເບິ່ງເຫັນ, ຄັນຕາມຜີວໜັງ, ຈິດໃຈສັບສົນ, ອາການບວມຕາມຕີນ-ມື.
ຮູບແບບ:
• ຢາເມັດສີຂຽວ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
• ບັນຈຸ 2 ແຜງ, 1 ແຜງ ມີ 12 ເມັັດ.
ການເກັບຮັກສາ:
• ເກັບໄວ້ບ່ອນບໍ່ມີແສງແດດ ແລະ ຄວາມຊຸ່ມ.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ