LORANIB

ສ່ວນປະກອບ
Lorlatinib …………………………………100mg.

ຂໍ້ບົ່ງໃຊ້
ລໍຣານິບ (Loranib) ເປັນສານຢັບຢັ້ງກຸ່ມ Kinase ທີ່ໄດ້ລະບຸໄວ້ສຳຫຼັບການປິ່ນປົວຄົນເຈັບທີ່ເປັນມະເຮັງປອດຊະນິດ Anaplastic lymphoma kinase (ALK) ຫລື ROS1 ເຊິ່ງເປັນມະເຮັງປອດຊະນິດຈຸລັງຖືກລຸກລາມທີ່ບໍ່ແມ່ນຈຸລັງມະເຮັງໃນໄລຍະລຸກລາມທີ່ເປັນບວກ ເຊິ່ງພະຍາດຂອງຜູ້ກ່ຽວໄດ້ລຸກລາມກ້າວເຂົ້າສູ່ໄລຍະ:
1. ຄຣິໂຊທິນິບ (Crizotinib) ເປັນໂຕຢາທີ່ຊ່ວຍຢັບຢັ້ງກຸ່ມເອັນໄຊມ໌ ALK ຢ່າງໜ້ອຍໜຶ່ງໂຕ ສຳລັບການແຜ່ກະຈາຍຂອງພະຍາດ.
2. ອາເລັກທິນິບ (Alectinib) ເປັນໂຕຢາທີ່ຊ່ວຍຢັບຢັ້ງຂອງການປິ່ນປົວໃນຂັ້ນທຳອິດ.
3.ເຊີຣ໌ຣິທິນິບ (Ceritinib) ເປັນໂຕຢາທີ່ຊ່ວຍຢັບຢັ້ງກຸ່ມເອັນໄຊມ໌ ALK ຂອງການປິ່ນປົວໃນຂັ້ນທໍາອິດ.

ຂະໜາດບັນຈຸ: 30 ເມັດ/ກ່ອງ.

ເລກທະບຽນ: 10 L 0935/22.
Download Loranib Drug Registration Certificate


ຊື່ຜະລິດຕະພັນ: LORANIB


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Lorlatinib …………………………………25mg.


ຂໍ້ບົ່ງໃຊ້:
ລໍຣານິບ (Loranib) ເປັນສານຢັບຢັ້ງກຸ່ມ Kinase ທີ່ໄດ້ລະບຸໄວ້ສຳຫຼັບການປິ່ນປົວຄົນເຈັບທີ່ເປັນມະເຮັງປອດຊະນິດ Anaplastic lymphoma kinase (ALK) ຫລື ROS1 ເຊິ່ງເປັນມະເຮັງປອດຊະນິດຈຸລັງຖືກລຸກລາມທີ່ບໍ່ແມ່ນຈຸລັງມະເຮັງໃນໄລຍະລຸກລາມທີ່ເປັນບວກ ເຊິ່ງພະຍາດຂອງຜູ້ກ່ຽວໄດ້ລຸກລາມກ້າວເຂົ້າສູ່ໄລຍະ:
1. ຄຣິໂຊທິນິບ (Crizotinib) ເປັນໂຕຢາທີ່ຊ່ວຍຢັບຢັ້ງກຸ່ມເອັນໄຊມ໌ ALK ຢ່າງໜ້ອຍໜຶ່ງໂຕ ສຳລັບການແຜ່ກະຈາຍຂອງພະຍາດ.
2. ອາເລັກທິນິບ (Alectinib) ເປັນໂຕຢາທີ່ຊ່ວຍຢັບຢັ້ງຂອງການປິ່ນປົວໃນຂັ້ນທຳອິດ.
3.ເຊີຣ໌ຣິທິນິບ (Ceritinib) ເປັນໂຕຢາທີ່ຊ່ວຍຢັບຢັ້ງກຸ່ມເອັນໄຊມ໌ ALK ຂອງການປິ່ນປົວໃນຂັ້ນທໍາອິດ.


ວິທີໃຊ້:
• ໃຊ້ວັນລະຄັ້ງ, ຄັ້ງລະ 100mg ຫຼື ໃຊ້ຕາມຕາມຄຳແນະນຳຂອງແພດ.


ຂໍ້ຫ້າມໃຊ້:
• ຫ້າມນໍາໃຊ້ຮ່ວມກັນກັບ inducers CYP3A ທີ່ຮຸນແຮງ.


ຄຳເຕືອນ:
• ສ່ຽງຕໍ່ການເປັນພິດຕໍ່ຕັບຢ່າງຮ້າຍແຮງຖ້າມີການໃຊ້ຢານີ້ຮ່ວມກັບ ຢາຊະນິດອື່ນທີ່ມີການກະຕຸ້ນ: ກ່ອນໃຊ້ ຢານີ້ ຄວນຢຸດຕິຢາຊະນິດອື່ນທີ່ມີການອອກລິດກະຕຸ້ນ CYP3A ຜ່ານມາ ແລະໃຫ້ລະດັບຄວາມເຂັ້ມຂອງຢາທີ່ໃຊ້ຜ່ານມາ ຖືກຖ່າຍເທຈາກກະແສເລືອດ.
• ຜົນກະທົບຕໍ່ລະບົບປະສາດສ່ວນກາງ (CNS) : ຜົນກະທົບຂອງລະບົບປະສາດສ່ວນກາງໄດ້ແກ່ ອາການຊັກ, ພາບຫຼອນ, ການຜັນແປ, ປ່ຽນແປງລະບົບການເຮັດວຽກຂອງສະຕິປັນຍາ, ການຮັບຮູ້, ອາລົມ (ລວມເຖິງຄວາມຄິດການຂ້າໂຕຕາຍ) ການປາກເວົ້າ, ສະພາບຈິດໃຈ ແລະ ການນອນຫຼັບ. ຫາກມີອາການດັ່ງທີີ່ກ່າວມາແມ່ນໃຫ້ລະງັບ ຫຼື ລຸດຜ່ອນຂະໜາດປະລິມານຄວາມແຮງການໃຊ້ຢາລົງ.
• ພາວະໄຂມັນໃນເລືອດສູງ: ເລີ່ມຕົ້ນ ຫຼື ເພີ່ມສານຫຼຸດໄຂມັນ, ຢຸດໄວ້ ແລະ ກັບມາໃຊ້ ລໍຣານິບ (Loranib) ໃນປະລິມານດຽວກັນ ຫຼື ຫຼຸດປະລິມານລົງຕາມຄວາມຮຸນແຮງ.
• ຫາກມີອາການຫົວໃຈເຕັ້ນຊ້າກວ່າປົກກະຕິ ຫຼື ຫ້ອງຫົວໃຈຖືກກັ້ນ (Atrioventricular block) ຫາກມີອາການດັ່ງທີີ່ກ່າວມາແມ່ນໃຫ້ລະງັບ ຫຼື ຫຼຸດຜ່ອນຂະໜາດປະລິມານຄວາມແຮງການໃຊ້ລົງ.
• ຫາກພົບເຫັນການອັກເສບໃນປອດໃນລະຫວ່າງການປິ່ນປົວ: ໃຫ້ຢຸດໃຊ້ຢາລໍຣານິບ (Loranib) ທັນທີຢ່າງຖາວອນ.
• ການອອກລິດຕໍ່ການຕັ້ງຄັນ ແລະ ລູກໃນທ້ອງ: ຢານີ້ອາດເປັນພິດຕໍ່ລູກໃນທ້ອງ ຕ້ອງໃຫ້ການແນະນໍາໃນການວາງແຜນຄອບຄົວໃນລະວ່າງການໃຊ້ຢານີ້.


ຜົນຂ້າງຄຽງ:
• ໂດຍທົ່ວໄປທີ່ພົບຫຼາຍທີ່ສຸດ (ເຫດການ ≥20%) ແມ່ນອາການອັກເສບບວມນໍ້າຂອງເສັ້ນປະສາດສ່ວນປາຍ, ຜົນກະທົບຕໍ່ການຮັບຮູ້, ຫາຍໃຈຍາກ, ອິດເມື່ອຍ, ນໍ້າໜັກເພີ່ມຂື້ນ, ປວດຂໍ້, ອາລົມແປປວນ ແລະ ຖອກທ້ອງ.


ຮູບແບບ:  ຢາເມັດສີຂາວ.


ວັນທີໝົດອາຍຸ:  24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:  30 ເມັດ/ກ່ອງ.


ການເກັບຮັກສາ:
• ເກັບໄວ້ໃຫ້ຫ່າງໄກຈາກແສງແດດ ແລະ ຄວາມຊຸ່ມ ທີ່ມີອຸນຫະພູມຕໍ່າກວ່າ 30ᵒC.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ