L’Osem-3

ສ່ວນປະກອບ
Semaglutide……………………………………….3mg

ຂໍ້ບົ່ງໃຊ້
• ນໍາໃຊ້ໃນຄົນເຈັບທີ່ເປັນພະຍາດເບົາຫວານ ຊະນິດສອງ ມີກົນໄກການອອກລິດ ດ້ວຍການກະຕຸ້ນການທຳງານຂອງ Glucagon-like peptide-1 (GLP-1) receptor ທີ່ມີບົດບາດໃນການຄວບຄຸມລະດັບນໍ້າຕານໃນເລືອດ ປະສານສົມທົບ ລະຫວ່າງ ວິທີການໃນການຮັບປະທານອາຫານ ແລະ ການອອກກຳລັງກາຍ.

ຂະໜາດບັນຈຸ: 30 ເມັດ/ກ່ອງ.
ເລກທະບຽນ: 06 L 1123/24
Download L’Osem-3 Drug Registration Certificate


ຊື່ຜະລິດຕະພັນ: L’Osem


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Semaglutide……………………………………….3mg


ຂໍ້ບົ່ງໃຊ້:
ນໍາໃຊ້ໃນຄົນເຈັບທີ່ເປັນພະຍາດເບົາຫວານ ຊະນິດສອງ ມີກົນໄກການອອກລິດ ດ້ວຍການກະຕຸ້ນການທຳງານຂອງ Glucagon-like peptide-1 (GLP-1) receptor ທີ່ມີບົດບາດໃນການຄວບຄຸມລະດັບນໍ້າຕານໃນເລືອດ ປະສານສົມທົບ ລະຫວ່າງ ວິທີການໃນການຮັບປະທານອາຫານ ແລະ ການອອກກຳລັງກາຍ.


ວິທີໃຊ້:

  • ແນະນໍາໃຫ້ຄົນເຈັບຮັບປະທານຢາ 30 ນາທີກ່ອນການຮັບປະທານອາຫານ ຫລື ເຄື່ອງດື່ມຕ່າງໆ. ສຳລັບການກິນຢາ ປະລິມານນໍ້າທີ່ໃຊ້ໃນການກືນຢາ ບໍ່ຄວນເກີນ 100ml ເພາະຈະເຮັດໃຫ້ ປະສິດທິພາບໃນການອອກລິດຂອງຢາອ່ອນລົງ, ລວມທັງການກິນອາຫານແລະເຄື່ອງດື່ມ ກໍຕ້ອງຫລັງການກິນຢາ 30 ນາທີ ເປັນຢ່າງຕໍ່າ ເພື່ອໃຫ້ ປະສິດທິພາບ ໃນການດູດຊຶມຂອງຢາ ເຂົ້າສູ່ກະແສເລືອດດີຂຶ້ນ.
  • ໃຫ້ກືນກິນ ທັງເມັດ ບໍ່ຄວນບົດຄຽວ ຫລື ຫຍໍ້າຢາ
  • ເພາະຈະພາໃຫ້ ປະລິມານຢາຖືກທຳລາຍຈາກກົດໃນກະເພາະເພີ່ມຂຶ້ນ ເຮັດໃຫ້ຢາບໍ່ມີປະສິດທິຜົນດີ.
  • ອາດສາມາດເພີ່ມປະລິມານ ຢາເປັນ 14 mg ຕໍ່ຄັ້ງ ຕໍ່ວັນ ກິນຕິດຕໍ່ກັນເປັນເວລາ ຢ່າງຫນ້ອຍ 30 ວັນ, ຈາກນັ້ນ ຈຶ່ງປັບຂະຫນາດຢາ ມາເປັນ 7 mg ຕໍ່ວັນ.

ຂໍ້ຫ້າມໃຊ້: 

  • ຫ້າມໃຊ້ໃນຄົນເຈັບທີ່ມີບັນຫາກ່ຽວກັບ ມະເຮັງຕ່ອມໄທລອຍ, ໃນຄົນເຈັບທີ່ມີອາການຕ່າງໆ ກ່ຽວກັບເນື້ອງອກ ຂອງຕ່ອມໄທລອຍ.
  • ບໍ່ຄວນໃຊ້ຢານີ້ ໃນຄົນເຈັບທີ່ແພ້ຕໍ່ຢາ ຫລື ມີອາການແພ້ຕໍ່ສ່ວນໆປະກອບຕ່າງໆໃນຕົວຢາ.

ຄຳເຕືອນ:

  • ເກີດອາການກ່ຽວກັບ Pancreatitis (ຕັບອ່ອນອັກເສບ): ກໍລະນີພົບເຫັນອາການ ຫລື ສົງໃສ ຄວນຢຸດການນໍາໃຊ້ທັນທີ, ບໍ່ຄວນນໍາໃຊ້ຄືນ ຈົນກວ່າຈະຢືນຢັນວ່າ ບໍ່ມີບັນຫາກ່ຽວກັບ Pancreatitis.
  • ໃນຄົນທີ່ເປັນເບົາຫວານທີ່ມີອາການສົນຕໍ່ກັບປະສາດຕາ: ສາມາດເຮັດໃຫ້ເກີດບັນຫາຕໍ່ລະບົບຫົວໃຈເສັ້ນເລືອດໄດ້ ຄວນກວດກາ ແລະ ຢືນຢັນກ່ອນການນໍາໃຊ້.
  • ການເກີດພາວະນໍ້າຕານຕໍ່າ (Hypoglycemia): ການໃຊ້ຢາຕິດຕໍ່ກັນເປັນເວລານານ ຫລື ໃຊ້ຢາຮ່ວມກັບ ຢາຄວບຄຸມ ລະດັບນໍ້າຕານຊະນິດອື່ນ ສາມາດເຮັດໃຫ້ປະລິມານນໍ້າຕານ ໃນເລືອດຕົກກວ່າເກນປົກກະຕິໄດ້, ດັ່ງນັ້ນ ຖ້າກວດພົບເຫັນອາການ ຄວນປັບປະລິມານການນໍາໃຊ້ຢາລົງ.
  • ຄົນເຈັບທີ່ມີບັນຫາກ່ຽວກັບການທຳງານຂອງຫມາກໄຂ່ຫລັງ: ກ່ອນການນໍາໃຊ້ຄວນກວດເຊັກ ສະພາບການທຳງານຂອງຫມາກໄຂ່ຫລັງ, ໃນສະພາບຫມາກໄຂ່ຫລັງຊຸດໂຊມ ການໃຊ້ຢາ ທີ່ສາມາດ ພາໃຫ້ເກີດບັນຫາ ຕໍ່ກະເພາະລໍາໄສ້ໄດ້.
  • ຄົນເຈັບທີ່ມີບັນຫາກ່ຽວກັບຄວາມດັນ: ຢານີ້ສາມາດພາໃຫ້ເກີດຄວາມດັນເລືອດເພີ່ມຂຶ້ນ ສາມາດເກີດບັນຫາຕາມມາເຊັ່ນ ການຊັອກ, ບວມ ເປັນຕົ້ນ (anaphylaxis and angioedema) ຖ້າພົບເຫັນອາການ ຄວນຢຸດຕິການນຳໃຊ້ ແລະ ປຶກສາແພດເພື່ອແກ້ໄຂບັນຫາ.
  • ໃນຄົນເຈັບທີ່ມີບັນຫາກ່ຽວກັບການທຳງານຂອງຖົງນ້ຳບີ: ຖ້າພົບເຫັນ ອາການຖົງນໍ້າບີອັກເສບ ຫລື ສົງໃສ ຄວນກວດໃຫ້ແນ່ໃຈ ແລະຢຸດຕິການນໍາໃຊ້.

ຜົນຂ້າງຄຽງ:

  • ຜົນຂ້າງຄຽງສ່ວນໃຫຍ່ທີ່ພົບ ປະກອບມີ ອາການປຸ້ນທ້ອງ, ປວດທ້ອງ, ຖອກທ້ອງ, ບໍ່ຢາກອາຫານ, ຮາກ, ທ້ອງຜູກ.

ຮູບແບບ: ຢາເມັດສີຂາວ.


ວັນທີໝົດອາຍຸ24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 30 ເມັດຕໍ່ກ່ອງ


ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
  • ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ