METFORMIN-500

ສ່ວນປະກອບ
Metformin Hydrochloride………500mg

ຂໍ້ບົ່ງໃຊ້
ໃຊ້ໃນການປິ່ນປົວພະຍາດເບົາຫວານ ຄວບຄຸມລະດັບນໍ້າຕານໃນເລືອດ ຈັດໃນກຸ່ມ FIRST LINE, ເປັນຢາປົວເບົາຫວານ ປະເພດ ສອງ ທີ່ມີພາວະຕ້ານຕໍ່ອິນຊູລິນຄວບຄຸມລະດັບນໍ້າຕານໃນເລືອດ.

ຂະໜາດບັນຈຸ: 20 ເມັດ/ກ່ອງ, 500 ເມັດ/ກ່ອງ.

ເລກທະບຽນ: 11 L 0936/22.
Download METFORMIN-500 Drug Registration Certificate


ຊື່ທົ່ວໄປ: Metformin Hydrochloride Tablets


ຊື່ຜະລິດຕະພັນ: Metformin


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Metformin Hydrochloride ………………………………………..500mg.


ຂໍ້ບົ່ງໃຊ້:
• ໃຊ້ໃນການປິ່ນປົວພະຍາດເບົາຫວານ ຄວບຄຸມລະດັບນໍ້າຕານໃນເລືອດ ຈັດໃນກຸ່ມ FIRST LINE, ເປັນຢາປົວເບົາຫວານ ປະເພດ ສອງ ທີ່ມີພາວະຕ້ານຕໍ່ອິນຊູລິນຄວບຄຸມລະດັບນໍ້າຕານໃນເລືອດ.


ວິທີໃຊ້:
• ໃຫ້ກິນຄັ້ງລະ 1 ເມັດ ( 500mg ) ກິນ 2 ຫຼື 3 ຄັ້ງ/ມື້ ກິນພ້ອມອາຫານ.


ຂໍ້ຫ້າມໃຊ້:
• ບໍ່ຄວນໃຊ້ກັບຄົນເຈັບທີ່ມີພະຍາດຕັບ.
• ໄຂ່ຫຼັງທຳງານຜິດປົກກະຕິ.
• ຄົນເຈັບທີ່ເປັນໂລກຫົວໃຈທີ່ກຳລັງປິ່ນປົວດ້ວຍຢາ.
• ຫ້າມໃຊ້ໃນຜູ້ແພ້ຢາ Metformin.
• ການເຮັດວຽກຂອງຕັບຜິດປົກກະຕິ.


ຄຳເຕືອນ:
• ໃຊ້ຢ່າງລະມັດລະວັງໃນຄົນເຈັບທີ່ເປັນໂລກຫົວໃຈລົ້ມເຫຼວ, ຄົນທີ່ມີໄຂ້, ບາດແຜ, ຜ່າຕັດ, ຜູ້ສູງອາຍຸ, ໝາກໄຂ່ຫຼັງບົກພ່ອງ ຫຼື ຕັບອັກເສບ.
• ໃນໄລຍະໃຊ້ຢາ ບໍ່ຄວນດື່ມ ເຫລົ້າ,ເຄື່ອງດື່ມທີ່ມີເອລກໍຮໍ.
• ຄວນຢຸດການປິ່ນປົວກ່ອນການຜ່າຕັດ.


ຜົນຂ້າງຄຽງ:
ຜົນຂ້າງຄຽງທີ່ບໍ່ຮຸນແຮງອາດຈະປະກອບມີ:
• ບັນຫາກ່ຽວກັບກະເພາະອາຫານ: ຖອກທ້ອງ, ປຸ້ນທ້ອງ-ຮາກ, ປວດທ້ອງ, ປວດຫົວໃຈ, ມີແກັສໃນກະເພາະ.
ຜົນຂ້າງຄຽງທີ່ຮຸນແຮງອາດຈະປະກອບມີ:
• ອາດພາໃຫ້ກົົດ Lactic ເພີ່ມຂຶ້ນໃນກະແສເລືອດ, ເຮັດໃຫ້ເລືອດມີພູມເປັນກົດ ຈະມີອາການ: ປວດເມື່ອຍ, ອ່ອນເພຍ, ປວດກ້າມຊີ້ນ, ຫາຍໃຈຝືດ, ນອນບໍ່ຫຼັບ, ປວດທ້ອງ, ວິນຫົວ-ປວດຮາກ ແບບເບົາບາງ, ຫົວໃຈເຕັ້ນຊ້າຜິດປົກກະຕິ.
• ນ້ຳຕານໃນເລືອດຕ່ຳຈະມີອາການ: ປວດຫົວ, ອ່ອນເພຍ, ສັບສົນ-ກະວົນກະວາຍ, ຕົວສັ່ນ, ຮູ້ສຶກເຫງົານອນ, ວິນຫົວ, ຫງຸດງິດ, ເຫື່ອອອກ, ຫິວ ແລະ ອັດຕາການເຕັ້ນຂອງຫົວໃຈໄວ.
• ຄົນເຈັບທີ່ຂາດວິຕາມິນ B12 ຈະມີອາການ: ຂາດພະລັງງານ, ກ້າມເນື້ອອ່ອນເພຍ, ເບື່ອອາຫານ ແລະ ເຈັບປວດ ມື-ຕີນ.


ຮູບແບບ:  ຢາເມັດສີຂາວ.


ວັນທີໝົດອາຍຸ:  18 ເດືອນຫຼັງຈາກວັນຜະລິດ.


ຂະໜາດບັນຈຸ:
•  ບັນຈຸ 2 ແຜງ, 1 ແຜ່ງມີ 10 ເມັດ.
•  ບັນຈຸ 50 ແຜງ, 1 ແຜ່ງມີ 10 ເມັດ.


ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງເດີມ.
• ເກັບໄວ້ບ່ອນບໍ່ມີແສງແດດ ແລະ ຄວາມຊຸ່ມ ທີ່ມີອຸນຫະພູມຕ່ຳກວ່າ 25°C.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ