Trombo

ສ່ວນປະກອບ
Avatrombopag Maleate………………20mg

ການນຳໃຊ້
Trombo ແມ່ນຕົວເລັ່ງປະຕິກິລິຍາຕົວຮັບ Thrombopoietin ເໝາະສຳລັບການປິ່ນປົວ:
• ພາວະເມັດເລືອດນ້ອຍຕ່ຳໃນຄົນເຈັບຜູ້ໃຫຍ່ທີ່ເປັນພະຍາດຕັບຊໍາເຮື້ອທີ່ກຳລັງວາງແຜນການຜ່າຕັດ.
• ພາວະເມັດເລືອດນ້ອຍຕໍ່າໃນຄົນເຈັບຜູ້ໃຫຍ່ທີ່ມີພູມຄຸ້ມກັນບົກພ່ອງຊໍາເຮື້ອທີ່ມີການຕອບສະໜອງບໍ່ພຽງພໍ ຕໍ່ການປິ່ນປົວກ່ອນໜ້ານີ້.

ຂະໜາດບັນຈຸ: 30 ເມັດ/ກ່ອງ.

ເລກທະບຽນ: 10 L 0951/23.

Download TROMBO Drug Registration Certificate


ຊື່ທົ່ວໄປ: Avatrombopag Maleate Tablets


ຊື່ຜະລິດຕະພັນ: Trombo


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Avatrombopag Maleate……………………………………20mg


ຂໍ້ບົ່ງໃຊ້:
Trombo ແມ່ນຕົວເລັ່ງປະຕິກິລິຍາຕົວຮັບ Thrombopoietin ເໝາະສຳລັບການປິ່ນປົວ:
• ພາວະເມັດເລືອດນ້ອຍຕ່ຳໃນຄົນເຈັບຜູ້ໃຫຍ່ທີ່ເປັນພະຍາດຕັບຊໍາເຮື້ອທີ່ກຳລັງວາງແຜນການຜ່າຕັດ.
• ພາວະເມັດເລືອດນ້ອຍຕໍ່າໃນຄົນເຈັບຜູ້ໃຫຍ່ທີ່ມີພູມຄຸ້ມກັນບົກພ່ອງຊໍາເຮື້ອທີ່ມີການຕອບສະໜອງບໍ່ພຽງພໍ ຕໍ່ການປິ່ນປົວກ່ອນໜ້ານີ້.


ວິທີໃຊ້:
• ກິນພ້ອມອາຫານ.
• ຜູ້ທີ່ມີພະຍາດຕັບຊໍາເຮື້ອ: ປະລິມານຂຶ້ນຢູ່ກັບຈຳນວນເມັດເລືອດນ້ອຍ (ເບິ່ງຕາຕະລາງຂ້າງລຸ່ມ), ການກິນຢາຄວນເລີ່ມກ່ອນການຜ່າຕັດ 10-13 ວັນ, ຄົນເຈັບຄວນໄດ້ຮັບການຜ່າຕັດ 5-8 ວັນຫຼັງຈາກກິນຢາ Trombo ຄັ້ງສຸດທ້າຍ.

ຈຳນວນເມັດເລືອດນ້ອຍ

(_x 109 /L)

ປະລິມານ 1 ຄັ້ງ/ມື້ ໄລຍະເວລາຂອງການກິນຢາ
≤40 60mg (ກິນ 3 ເມັດ (20mg) ) 5 ວັນ
≥40 ເຖິງ ≤50 40mg (ກິນ 2 ເມັດ (20mg) ) 5 ວັນ

• ພາວະເມັດເລືອດນ້ອຍຕ່ໍ່າໃນຄົນເຈັບທີ່ມີພູມຄຸ້ມກັນບົກພ່ອງຊໍາເຮື້ອ: ຄວນເລີ່ມກິນຢາໃນປະລິມານ 1 ເມັດ (20mg) 1ຄັ້ງ/ມື້, ປັບອັດຕາການກິນຢາ ຫຼື ຄວາມຖີ່ໃນການກິນຢາເພື່ອຮັກສາຈຳນວນເມັດເລືອດນ້ອຍໃຫ້ຫຼາຍກວ່າ ຫຼື ເທົ່າກັບ50 x 1099 / L ແລະ ບໍ່ໃຫ້ກິນເກີນ 2 ເມັດ (40mg)/ມື້ ຫຼື ກິນຕາມຄໍາແນະນໍາຂອງແພດ.


ຂໍ້ຫ້າມໃຊ້:
• ຫ້າມໃຊ້ໃນແມ່ຍິງຖືພາ ຫຼື ແມ່ຍິງທີ່ກຳລັງລ້ຽງລູກດ້ວຍນ້ຳນົມແມ່.


ຄຳເຕືອນ:
• ເມັດເລືອດນ້ອຍອຸດຕັນເສັ້ນເລືອດ / ພາວະແຊກຊ້ອນຂອງເມັດເລືອດນ້ອຍອຸດຕັນເສັ້ນເລືອດ: Trombo ແມ່ນຕົວເລັ່ງປະຕິກິລິຍາຕົວຮັບ Thrombopoietin , ທີ່ມີຄວາມກ່ຽວຂ້ອງກັບພາວະແຊກຊ້ອນຂອງເມັດເລືອດນ້ອຍອຸດຕັນເສັ້ນເລືອດ ແລະ ເມັດເລືອດນ້ອຍອຸດຕັນເສັ້ນເລືອດໃນຄົນເຈັບທີ່ມີໂລກຕັບຊໍາເຮື້ອ ຫຼື ພູມຄຸ້ມກັນບົກພ່ອງຊຳເຮື້ອ.
• ຕິດຕາມກວດກາຈຳນວນເມັດເລືອດນ້ອຍ, ຊອກຫາເຫດການ, ອາການຂອງພາວະເມັດເລືອດນ້ອຍອຸດຕັນເສັ້ນເລືອດ ແລະ ເລີ່ມການຮັກສາໂດຍທັນທີ.
• ການໃຊ້ຢານີ້ໃນແມ່ຍິງທີ່ກຳລັງຖືພາອາດເກີດອັນຕະລາຍຕໍ່ເດັກໃນທ້ອງໄດ້, ຫ້າມໃຊ້ໃນແມ່ຍິງທີ່ກໍາລັງລ້ຽງລູກດ້ວຍນ້ຳນົມແມ່.


ຜົນຂ້າງຄຽງ:
ຄົນເຈັບທີ່ເປັນພະຍາດຕັບຊໍາເຮື້ອ ຜົນຂ້າງຄຽງທີ່ພົບຫຼາຍທີ່ສຸດ(≥3%)ຄື: ມີໄຂ້, ເຈັບທ້ອງ, ເຈັບຫົວ, ປວດຮາກ, ເມື່ອຍ ແລະ ບວມໃຂ່.


ຮູບແບບ: ຢາເມັດສີຂາວ.


ວັນທີໝົດອາຍຸ:  24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:
• ບັນຈຸ 2 ແຜງ, 1 ແຜງມີ 10 ເມັດ.


ການເກັບຮັກສາ:
• ເກັບໄວ້ໃນແຜງເດີມ.
• ເກັບໄວ້ບ່ອນບໍ່ມີແສງແດດ ແລະ ຄວາມຊຸ່ມ ພາຍໃຕ້ອຸນຫະພູມ 25ᵒC ເກັບໄວ້ຫ່າງໄກຈາກເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ