ຊື່ຜະລິດຕະພັນ: ALIMABALOXAVIR
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Baloxavir Marboxil………………………………20mg
ຂໍ້ບົ່ງໃຊ້:
• ນໍາໃຊ້ເພື່ອປິ່ນປົວອາການ ໄຂ້ຫວັດ ທີ່ຍັງບໍ່ມີອາການສົນທີ່ຕິດເຊື້ອໄຂ້ຫວັດບໍ່ເກີນ 48 ຊົ່ວໂມງ, ໃຊ້ໃນຜູ້ໃຫຍ່ ແລະ ເດັກນ້ອຍທີ່ມີອາຍຸເກີນກວ່າ 12 ປີຂຶ້ນໄປ.
• ໃຊ້ໃນຜູ້ໃຫຍ່, ເດັກ ອາຍຸຫລາຍກວ່າ 12 ປີ, ຜູ້ສູງອາຍຸ ທີ່ເປັນຫວັດ ແລະ ກຳລັງຈະພັດທະນາເປັນໄຂ້ຫວັດທີ່ມີອາການສົນ.
• ໃຊ້ປ້ອງກັນອາການໄຂ້ຫວັດໃຫຍ່ ໃນເດັກນ້ອຍທີ່ມີອາຍຸ 5 ປີຂຶ້ນໄປ ແລະ ຜູ້ສູງອາຍຸ ຫລັງຈາກທີ່ຮັບຮູ້ວ່າມີການສຳພັດກັບຄົນທີ່ເປັນໄຂ້ຫວັດ.
ວິທີໃຊ້:
ການນໍາໃຊ້ຢານີ້ ຄວນໃຫ້ກິນຢາທັນທີ ພາຍໃນ 48 ຊົ່ວໂມງ, ຫລັງຈາກຮູ້ສຶກມີອາການເປັນຫວັດ ຫຼື ສຳພັດກັບຜູ້ທີ່ເປັນຫວັດ ເພື່ອປິ່ນປົວ ບໍ່ໃຫ້ເຊື້ອໄຂ້ຫວັດຂະຫຍາຍຕົວ.
• ນໍາໃຊ້ດ້ວຍການກິນໃນປະລິມານ 40 mg ສຳລັບຜູ້ທີ່ມີນໍ້າຫນັກ ລະຫວ່າງ 20 kg-80 kg.
• ໃຊ້ ປະມານ 80 mg ສຳລັບຜູ້ມີນໍ້າຫນັກ 80 kg ຂຶ້ນໄປ.
ຂໍ້ຫ້າມໃຊ້: ຫ້າມໃຊ້ໃນຜູ້ແພ້ຢານີ້.
ຄຳເຕືອນ:
• ຖ້າມີອາການແພ້ເກີດຂຶ້ນ ໃນລະຫວ່າງການນໍາໃຊ້ ໃຫ້ຢຸດນໍາໃຊ້ ແລະ ຕິດຕາມປິ່ນປົວບັນດາອາການທີ່ເກີດຂຶ້ນ.
• ຢານີ້ບໍ່ເຫມາະສົມໃຊ້ໃນຄົນເຈັບທີ່ມີອາຍຸຕໍ່າກວ່າ 5 ປີ.
• ຜ່ານການຄົ້ນຄວ້າ ຍັງບໍ່ທັນມີຂໍ້ມູນກ່ຽວກັບການອອກລິດຂອງຢາຕໍ່ເຊື້ອອື່ນ ນອກຈາກໄວຣັດທີ່ຊັກນໍາໄຂ້ຫວັດ, ຄວນໃຫ້ການລະມັດລະວັງໃນການຕິດເຊື້ອຈຸລິນຊີອື່ນໆຕາມມາ ຫລັງການຕິດໄຂ້ຫວັດ.
• ຄວນລະມັດລະວັງ ໃນການນໍາໃຊ້ຢານີ້ ໃນແມ່ຍິງຖືພາ ແລະ ແມ່ຍິງທີ່ກຳລັງລ້ຽງລູກດ້ວຍນ້ຳນົມແມ່.
ຜົນຂ້າງຄຽງ: ຖອກທ້ອງ, ຫລອດລົມອັກເສບ, ວິນຫົວ, ໄຊນັດອັກເສບ, ເຈັບຫົວ, ຮາກ ອື່ນໆ.
ຮູບແບບ: ຢາເມັດສີເຫຼືອງ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ: ບັນຈຸໃນກັບ, 1 ກັບມີ 1 ແຜງ, 1 ແຜງມີ 2 ເມັດ.
ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງບັນຈຸເດີມ,ບໍ່ໃຫ້ຖືກແສງແດດເກັບໄວ້ໃນຫ້ອງທີ່ມີອຸນຫະພູມລະຫວ່າງ 20℃-25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ







