ALISELINISO

ສ່ວນປະກອບ
Selinexor…………………………20mg
ຂໍ້ບົ່ງໃຊ້

Selinexor ເປັນສານຍັບຍັ້ງການສົ່ງອອກຂອງ Nuclear (Selective inhibitor of nuclear export (SINE)) ເຊິ່ງລະບຸໄວ້ດັ່ງນີ້:

  • ໃຊ້ຮ່ວມກັບ bortezomib ແລະ dexamethasone ເພື່ອປີ່ນປົວມະເຮັງ ໄຂກະດູກຊະນິດຕ່າງໆໃນຜູ້ໃຫຍ່ ທີ່ເຄີຍຜ່ານການປິ່ນປົວມາແລ້ວຢ່າງໜ້ອຍ ໜຶ່ງຄັ້ງຜ່ານມາ.
  • ໃຊ້ຮ່ວມກັບ dexamethasone ເພື່ອປິ່ນປົວ ມະເຮັງໄຂກະດູກຊະນິດຕ່າງໆ ໃນຄົນເຈັບທີ່ເຄີຍຜ່ານການປິ່ນປົວ ດ້ວຍຢາຊະນິດອື່ນທີ່ບໍ່ໄດ້ຜົນຜ່ານມາຢ່າງໜ້ອຍ 4 ຄັ້ງ, ແລະ ໃຊ້ໃນຜູ້ທີ່ເຄີຍປິ່ນປົວດ້ວຍຢາ ກຸ່ມ proteasome inhibitors ທີ່ບໍ່ໄດ້ຮັບຜົນຜ່ານມາຢ່າງໜ້ອຍ 2 ຄັ້ງ, ລວມທັງຜູ້ທີ່ເຄີຍໃຊ້ຢາກະຕຸ້ນພູມຄຸ້ມກັນ ລວມທັງ ຜູ້ທີ່ເຄີຍໃຊ້ anti-CD38 monoclonal antibody ທີ່ບໍ່ໄດ້ຜົນ ຜ່ານມາຢ່າງໜ້ອຍ 2 ຄັ້ງ.
  • ໃຊ້ປິ່ນປົວມະເຮັງຕ່ອມນໍ້າເຫລືອງໃນຜູ້ໃຫຍ່ ຊະນິດ large B-cell lymphoma (DLBCL), ແລະ ຊະນິດອື່ນທີ່ບໍ່ໄດ້ກຳນົດ ລວມທັງ DLBCL ທີ່ເກີດຈາກ follicular lymphoma, ທີ່ໄດ້ຜ່ານການປິ່ນປົວ ຢ່າງເປັນລະບົບ ຢ່າງໜ້ອຍ 2 ຄັ້ງຜ່ານມາ.

ຂະໜາດບັນຈຸ:
ບັນຈຸໃນກ່ອງ, 1 ກ່ອງມີ 32 ເມັດ.

ເລກທະບຽນ: 10 L 1223/24
Download ALISELINISO Drug Registration Certificate

ຊື່ຜະລິດຕະພັນ: ALISELINISO


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Selinexor…………………………20mg


ຂໍ້ບົ່ງໃຊ້:

Selinexor ເປັນສານຍັບຍັ້ງການສົ່ງອອກຂອງ Nuclear (Selective inhibitor of nuclear export (SINE)) ເຊິ່ງລະບຸໄວ້ດັ່ງນີ້:

  • ໃຊ້ຮ່ວມກັບ bortezomib ແລະ dexamethasone ເພື່ອປີ່ນປົວມະເຮັງ ໄຂກະດູກຊະນິດຕ່າງໆໃນຜູ້ໃຫຍ່ ທີ່ເຄີຍຜ່ານການປິ່ນປົວມາແລ້ວຢ່າງໜ້ອຍ ໜຶ່ງຄັ້ງຜ່ານມາ.
  • ໃຊ້ຮ່ວມກັບ dexamethasone ເພື່ອປິ່ນປົວ ມະເຮັງໄຂກະດູກຊະນິດຕ່າງໆ ໃນຄົນເຈັບທີ່ເຄີຍຜ່ານການປິ່ນປົວ ດ້ວຍຢາຊະນິດອື່ນທີ່ບໍ່ໄດ້ຜົນຜ່ານມາຢ່າງໜ້ອຍ 4 ຄັ້ງ, ແລະ ໃຊ້ໃນຜູ້ທີ່ເຄີຍປິ່ນປົວດ້ວຍຢາ ກຸ່ມ proteasome inhibitors ທີ່ບໍ່ໄດ້ຮັບຜົນຜ່ານມາຢ່າງໜ້ອຍ 2 ຄັ້ງ, ລວມທັງຜູ້ທີ່ເຄີຍໃຊ້ຢາກະຕຸ້ນພູມຄຸ້ມກັນ ລວມທັງ ຜູ້ທີ່ເຄີຍໃຊ້ anti-CD38 monoclonal antibody ທີ່ບໍ່ໄດ້ຜົນ ຜ່ານມາຢ່າງໜ້ອຍ 2 ຄັ້ງ.
  • ໃຊ້ປິ່ນປົວມະເຮັງຕ່ອມນໍ້າເຫລືອງໃນຜູ້ໃຫຍ່ ຊະນິດ large B-cell lymphoma (DLBCL), ແລະ ຊະນິດອື່ນທີ່ບໍ່ໄດ້ກຳນົດ ລວມທັງ DLBCL ທີ່ເກີດຈາກ follicular lymphoma, ທີ່ໄດ້ຜ່ານການປິ່ນປົວ ຢ່າງເປັນລະບົບ ຢ່າງໜ້ອຍ 2 ຄັ້ງຜ່ານມາ.

ວິທີໃຊ້:

  • ການນໍາໃຊ້ເພື່ອປິ່ນປົວ ມະເຮັງໄຂກະດູກຊະນິດຕ່າງໆ:
    • ໃຊ້ຮ່ວມກັບ Bortezomib ແລະ Dexamethasone: ນຳໃຊ້ໃນປະລິມານ 100 mg ໃຫ້ຮັບປະທານອາທິດລະຄັ້ງ ໂດຍກຳນົດເອົາວັນແລກຂອງອາທິດ ທີ່ໃຊ້ຈົນກວ່າ ຜົນຂອງການປິ່ນປົວຈະດີຂຶ້ນ ຫລື ຢຸດໃຊ້ໃນກໍລະນີເກີດເປັນພິດຮ້າຍແຮງທີ່ບໍ່ສາມາດຮັບໄດ້.
    • ໃຊ້ປະສົມຮ່ວມກັບ Dexamethasone: ນໍາໃຊ້ໃນປະລິມານ 80 mg ໃຫ້ຮັບປະທານສອງຄັ້ງຕໍ່ອາທິດ ໂດຍກຳນົດເອົາ ວັນທີ 1 ແລະ ວັນທີ 3 ຂອງແຕ່ລະອາທິດ ໃຊ້ຈົນກວ່າຜົນການປິ່ນປົວຈະດີຂຶ້ນ ຫລື ຢຸດໃຊ້ ກໍລະນີເກີດເປັນພິດ ທີ່ຮ່າງກາຍບໍ່ສາມາດຮັບເອົາໄດ້.
  • ສຳລັບການປິ່ນປົວມະເຮັງ Diffuse Large B-Cell Lymphoma
    • ນໍາໃຊ້ໃນປະລິມານ 60 mg ໃຫ້ກິນສອງຄັ້ງຕໍ່ອາທິດ ໂດຍກຳນົດເອົາ ວັນທີ 1 ແລະວັນທີ 3 ຂອງແຕ່ລະອາທິດ ໃຊ້ຈົນກວ່າຜົນການປິ່ນປົວຈະດີຂຶ້ນ ຫລື ຢຸດໃຊ້ ກໍລະນີເກີດເປັນພິດ ທີ່ຮ່າງກາຍບໍ່ສາມາດຮັບໄດ້.

ຂໍ້ຫ້າມໃຊ້:
ບໍ່ຄວນນໍາໃຊ້ໃນຄົນເຈັບທີ່ແພ້ຕົວຢາ ຫລື ສ່ວນປະກອບໃດໆໃນຢານີ້.


ຄຳເຕືອນ:

  • ການເກີດພາວະເກັດເລືອດຕໍ່າ (Thrombocytopenia): ແນະນຳໃຫ້ກວດເຊັກເກັດເລືອດໃນລະຫວ່າງການນໍາໃຊ້ຢາ.
  • ພາວະເມັດເລືອດຂາວເນີໂຕຟີນຕົກຕໍ່າ (Neutropenia): ຕິດຕາມກວດນັບເມັດເລືອດຂາວ ໃນລະຫວ່າງການນໍາໃຊ້ຢາ
  • ການເກີດພິດທາງກະເພາະລໍາໄສ້: ປຸ້ນທ້ອງ, ຮາກ, ຖອກທ້ອງ, ເບື່ອອາຫານ ນໍ້າໜັກຫລຸດລົງ.
  • ພາວະໂຊດຽມໃນເລືອດຕໍ່າ (Hyponatremia): ຕິດຕາມກວດລະດັບໂຊດຽມໃນເລືອດ ໃນລະຫວ່າງການປິ່ນປົວ Monitor serum sodium levels throughout treatment. ກວດຕິດຕາມ ເພື່ອຄວບຄຸມລະດັບ ນໍ້າຕານ ແລະ ລະດັບ ຂອງ paraprotein ໃນເລືອດໃຫ້ຢູ່ໃນສະພາບປົກກະຕິ.
  • ການເກີດພິດເບື່ອຕໍ່ລະບົບປະສາດ: ແນະນໍາໃຫ້ຄົນເຈັບຊາບ ຫລີກລ່ຽງກັນຂັບຂີ່ຍານພາຫະນະ, ຫລື ປະກອບອາຊີບທີ່ມີຄວາມສ່ຽງ ຈົນກວ່າຈະຢຸດເຊົາໃຊ້ຢາ ແລະ ອາການເປັນພິດຕໍ່ລະບົບປະສາດຈະໝົດໄປ.
  • ຢານີ້ເປັນອັນຕະລາຍຕໍ່ເດັກໃນຄັນ, ແມ່ຍິງຖືພາ ບໍ່ຄວນນໍາໃຊ້ຢານີ້.
  • ການເກີດພິດເບື່ອຕໍ່ເດັກໃນຄັນ.

ຜົນຂ້າງຄຽງ:
ພາວະເກັດເລືອດຕໍ່າ, ເມັດເລືອດຂາວຕໍ່າ, ຟົດສະເຟັດໃນເລືອດຕໍ່າ, ລະບົບປະສາດຮອບນອກປ່ຽນແປງ, ການຕິດເຊື້ອລະບົບຫາຍໃຈສ່ວນເທິງ, ນໍ້າໜັກຫລຸດ, ເກີດຕໍ້ກະຈົກຕາ, ເລືອດຈາງ ອິດເມື່ອຍ, ປວດຮາກ, ຖອກທ້ອງ, ຮາກ, ເປັນໄຂ້.


ຮູບແບບ: ເມັດສີຟ້າ


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: ບັນຈຸໃນກ່ອງ, 1 ກ່ອງມີ 32 ເມັດ.


ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງບັນຈຸເດີມ, ບໍ່ໃຫ້ຖືກແສງແດດ, ເກັບໄວ້ໃນຫ້ອງທີ່ມີອຸນຫະພູມລະຫວ່າງ 20℃-25℃.
  • ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ