Brand name: BARINIX-4
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Baricitinib………………………………………4mg
ຂໍ້ບົ່ງໃຊ້:
ໃຊ້ປິ່ນປົວ ພະຍາດປະດົງຂໍ່ອັກເສບ, ໃຊ້ປ້ອງກັນແລະປິ່ນປົວອາການທີ່ເກີດຈາກ COVID-19, ໃຊ້ປິ່ນປົວບັນເທົາອາການຜົມລົ່ນເປັນຈຸດ ( Alopecia areata).
ວິທີໃຊ້:
- ໃຊ້ຮັບປະທານ, ກ່ອນຫລືຫລັງອາຫານ.
- ໃຊ້ປິ່ນປົວພະຍາດປະດົງຂໍ່ອັກເສບ: ໃຊ້ຮັບປະທານວັນລະຄັ້ງ, ຄັ້ງລະ 2 mg;
- ໃຊ້ປິ່ນປົວອາການ ເກີດຈາກການຕິດເຊື້ອ COVID-19 ໃຊ້ກິນວັນລະຄັ້ງ, ຄັ້ງລະ 4 mg, ກິນຕິດຕໍ່ກັນເປັນເວລາ 14 ວັນ;
- ປິ່ນປົວອາການຜົມລົ່ນ (Alopecia areata): ກິນວັນລະຄັ້ງໃນປະລິມານ 2 mg. ຖ້າຜົນການປິ່ນປົວບໍ່ເຫັນການປ່ຽນແປງ ໃຫ້ປັບປະລິມານຂຶ້ນເປັນ 4 mg ຈົນເຫັນຜົນການປ່ຽນແປງດີຂຶ້ນ ຈຶ່ງປັບປະລິມານລົງມາ ເປັນ 2 mg ຕໍ່ວັນ.
ຂໍ້ຫ້າມໃຊ້: ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.
ຄຳເຕືອນ:
- ຢານີ້ເປັນອັນຕະລາຍຕໍ່ເດັກໃນຄັນ, ແມ່ຍິງຖືພາຄວນລະມັດລະວັງ ແລະ ບໍ່ຄວນນໍາໃຊ້ຢານີ້.
- ຖ້າພົບເຫັນອາການແພ້ເກີດຂຶ້ນໃນລະຫວ່າງການນໍາໃຊ້ ຄວນຢຸດຕິການນໍາໃຊ້ ເພື່ອຕິດຕາມ ແລະປິ່ນປົວຕາມອາການ.
- ໃນຄົນທີ່ຕິດເຊື້ອວັນນະໂລກ ໃຫ້ໃຊ້ດ້ວຍຄວາມລະມັດລະວັງ.
- ໃນລະຫວ່າງການນໍາໃຊ້ຢາ ຄວນມີການກວດຕິດຕາມ ການປ່ຽນແປງ ເມັດເລືອດຂາວ Lymphocytes, Neutrophils, ກວດເມັດເລືອດແດງ, ກວດຫນ້າທີ່ການທໍາງານຂອງຕັບ ແລະລະດັບໄຂມັນ ເປັນຕົ້ນ.
- ກໍລະນີຢູ່ໃນຊ່ວງສັກວັກຊີນ: ບໍ່ຄວນໃຊ້ຮ່ວມກັບວັກຊີນຊະນິດເຊື້ອເປັນ (Live vaccines).
- ມີບັນຫາໃນລະບົບ ກະເພາະລໍາໄສ້.
ຜົນຂ້າງຄຽງ:
ສາມາດເກີດການຕິດເຊື້ອ ລະບົບຫາຍໃຈສ່ວນເທິງ, ປຸ້ນທ້ອງ, ຜິວຫນັງເປັນຜື່ນແດງ( Herpes), ປ່ຽນແປງຫນ້າທີ່ການທຳງານຂອງແອນໄຊໃນຕັບເພີ່ມຂຶ້ນ, ປະລິມານເມັດເລືອດນ້ອຍເພີ່ມຂຶ້ນ, ເກີດລິ້ມເລືອດ ພາໃຫ້ມີການອຸດຕັນເສັ້ນເລືອດ ໃນຈຸດເລິກ, ເສັ້ນເລືອດຫລໍ່ລ້ຽງປອດຖືກອຸດຕັນ, ປວດຫົວ, ເປັນສິວ, ໄຂມັນສູງໃນເລືອດ, ປະລິມານ Creatine kinase ສູງໃນເລືອດ, ແລະເກີດການຕິດເຊື້ອໃນພົກຍ່ຽວ.
ຮູບແບບ: ຢາເມັດສີຂາວ
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ: ບັນຈຸໃນກ່ອງ, 1 ກ່ອງມີ 30 ເມັດ.
ການເກັບຮັກສາ:
- ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
- ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ







