ຊື່ຜະລິດຕະພັນ: ORSERDU
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Elacestrant………………………………345mg
ຂໍ້ບົ່ງໃຊ້:
ORSERDU ນຳໃຊ້ສຳລັບການປິ່ນປົວໃນແມ່ຍິງທີ່ໝົດປະຈຳເດືອນ ຫຼື ທ່ານຊາຍທີ່ເປັນຜູ້ໃຫຍ່ທີ່ມີມະເຮັງເຕົ້ານົມຊິດນິດຮຸກຮາມ ຫຼື ແຜ່ກະຈາຍໂດຍກວດພົບວ່າມີຕົວຮັບເອສໂຕຣເຈນ ER ເປັນຜົນບວກ (estrogen receptor (ER)-positive), ປັດໃຈການຈະເລີນເຕີບໂຕຂອງຜິວໜັງປະເພດ 2 (HER2) ເປັນລົບ, ແລະ ມີການກາຍພັນຂອງຈຸລັງ ESR1 ໂດຍນຳໃຊ້ໃນຄົນເຈັບທີ່ມີພະຍາດລຸກລາມຫຼັງຈາກໄດ້ຮັບການປິ່ນປົວດ້ວຍການບຳບັດຮໍໂມນຢ່າງໜ້ອຍໜຶ່ງຮອບ.
ວິທີໃຊ້:
• ໃຊ້ ORSERDU ດ້ວຍການຮັບປະທານ ໃນປະລິມານ 345 mg ຄັ້ງໜຶ່ງ ຕໍ່ມື້, ໂດຍກິນໝົດທັງເມັດດ້ວຍນໍ້າ, ບໍ່ຄວນບົດ, ຫຍໍ້າຫຼືຄຽ້ວເມັດຢາ, ສາມາດກິນຢາໃນເວລາຮັບປະທານອາຫານໄດ້.
• ຖ້າພົບເຫັນປະຕິກິລິຍາຂ້າງຄຽງຂອງຢາ, ພົບເປັນອາການຜິດປົກກະຕິ ຫຼືເກີດອາການແພ້ໃດໆ, ໃນໄລຍະການນໍາໃຊ້ໃຫ້ປຶກສາແພດ ແລະຢຸດໃຊ້ຢາເພື່ອປ້ອງກັນອັນຕະລາຍຈາກການນໍາໃຊ້.
ຂໍ້ຫ້າມໃຊ້:
ການໃຊ້ຢານີ້ອາດພາໃຫ້ເພີ່ມບັນດາປັດໄຈຄວາມສ່ຽງທີ່ເປັນອັນຕະລາຍເກີດຂຶ້ນເຊັ່ນ:ການເກີດຄວາມດັນເລືອດເພີ່ມສູງຂຶ້ນໃນເວລາໃຊ້ຢາ ຫຼື ໃນເວລາໃຊ້ຮ່ວມກັບຢາປະເພດຕ່າງໆ, ດັ່ງນັ້ນ ໃຫ້ລະມັດລະວັງ ແລະປະຕິບັດຕາມການແນະນໍາ ແລະອ່ານເພີ່ມເຕີມກ່ຽວກັບບັນດາຂໍ້ຫ້າມໃນການນໍາໃຊ້.
ຄຳເຕືອນ:
• ໃຫ້ລະວັງການນຳໃຊ້ຢານີ້ໃນຄົນເຈັບທີ່ມີບັນຫາໄຂມັນໃນເສັ້ນເລືອດ (Dyslipidemia): ORSERDU ອາດເປັນສາເຫດເຮັດໃຫ້ ເກີດໂກນເລັສເຕໂລນໃນເລືອດສູງ (hypercholesterolemia) ລວມທັງປະລິມານຂອງຕີກລີເຊໄລສູງໃນເລືອດ(hypertriglyceridemia). ດັ່ງນັ້ນ, ຄວນໃຫ້ການຕິດຕາມ ກວດໄຂມັນໃນເລືອດ ກ່ອນການໃຊ້, ລວມທັງກວດ ໃນໄລຍະແລະຫຼັງການໃຊ້ຢາ ເພື່ອເບິ່ງການປ່ຽນແປງໄຂມັນໃນເລືອດ.
• ການໃຊ້ຢານີ້ ສາມາດເປັນອັນຕະລາຍຫຼືພິດເບື່ອຮ້າຍແຮງຕໍ່ເດັກໃນຄັນ: ດັ່ງນັ້ນ ກ່ອນໃຊ້ ORSERDU ຄວນກວດໃຫ້ແນ່ໃຈ ວ່າບໍ່ໄດ້ຖືພາ ຫຼືມີການວາງແຜນຄອບຄົວຢ່າງມີປະສິດທິຜົນ.
ຜົນຂ້າງຄຽງ:
ບັນດາຜົນຂ້າງຄຽງ ລວມທັງຜົນການກວດເລືອດທີ່ພົບປະມານ (>10%) ສ່ວນຫລາຍ ພົບວ່າ: ມີອາການປວດທີ່ກ້າມເນື້ອແລະກະດູກ, ປັ່ນປ່ວນລະບົບລະລາຍ, ປຸ້ນທ້ອງ, ພົບເຫັນການເພີ່ມຂຶ້ນ AST, ປະລິມານ ຕີກລີເຊໄລ ເພີ່ມຂຶ້ນ, ອ່ອນເພຍ, ເຮໂມກໂລບີນຫຼຸດລົງ, ຮາກ, ກວດພົບເຫັນ ALT ເພີ່ມຂຶ້ນ, ໂຊດຽມຫລຸດລົງ, ຄຣີອາຕີນີນ ເພີ່ມຂຶ້ນ, ບໍ່ຢາກກິນອາຫານ, ເຈັບທ້ອງ, ປວດຫົວ, ທ້ອງຜູກ, ຕົນຕົວຮ້ອນວູບວາບ, ອາຫານບໍ່ຍ່ອຍ.
ຮູບແບບ: ຢາເມັດສີຟ້າອ່ອນ
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ: 30 ເມັດ/ກ່ອງ.
ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງແດດ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ





