ຊື່ຜະລິດຕະພັນ: ALIBETEZIN
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Dapagliflozin……………………..10mg
ຂໍ້ບົ່ງໃຊ້:
- ໃຊ້ປິ່ນປົວຄົນເຈັບທີ່ມີບັນຫາກ່ຽວກັບພະຍາດຫົວໃຈ ເພື່ອຫລຸດຜ່ອນບັນດາຄວາມສ່ຽງການເສຍຊີວິດຈາກການຫລຸດຕໍ່າຂອງ eGFR, ໂດຍສະເພາະໃນຄົນເຈັບທີ່ມີບັນຫາການຊຸດໂຊມຂອງໝາກໄຂ່ຫລັງໄລຍະສຸດທ້າຍ, ປ້ອງກັນການເສຍຊີວິດຈາກ ບັນຫາຫົວໃຈເສັ້ນເລືອດ, ບັນຫາຫົວໃຈລົ້ມເຫລວໃນການທຳງານ.
- ຫລຸດຜ່ອນຄວາມສ່ຽງຈາກການເສຍຊີວິດຈາກພະຍາດຫົວໃຈ ແລະ ເສັ້ນເລືອດ, ຫົວໃຈຢຸດທຳງານ, ຫົວໃຈລົ້ມເຫລວກະທັນຫັນໃນຄົນເຈັບທີ່ມີບັນຫາພະຍາດຫົວໃຈ.
- ຫລຸດຜ່ອນຄວາມສ່ຽງການເສຍຊີວິດຈາກຫົວໃຈລົ້ມເຫລວໃນຄົນເຈັບທີ່ເປັນພະຍາດເບົາຫວານ ປະເພດ 2, ຫລຸດຜ່ອນການເສຍຊີວິດ ຈາກບັນດາປັດໃຈທີ່ມາຈາກບັນຫາພະຍາດຫົວໃຈເສັ້ນເລືອດ.
- ປະກອບສ່ວນ ໃນການປັບລະດັບນໍ້າຕານໃນເລືອດ ຈາກການຄວບຄຸມອາຫານແລະການອອກກຳລັງກາຍ ໃນຄົນເປັນພະຍາດເບົາຫວານ ປະເພດ 2.
ວິທີໃຊ້:
- ໃຊ້ເພື່ອຄວບຄຸມລະດັບນໍ້າຕານໃນເລືອດ: ດ້ວຍການຮັບປະທານ ໃນຕອນເຊົ້າ ເລີ່ມຕົ້ນດ້ວຍປະລິມານ 5mg ຕໍ່ຄັ້ງ ຕໍ່ວັນ ອີງຕາມລະດັບນໍ້າຕານໃນເລືອດ, ສາມາດເພີ່ມ ຂຶ້ນ ຮອດ 10mg ຕໍ່ຄັ້ງ ຕໍ່ວັນ.
- ໃຊ້ປ້ອງກັນການລົ້ມເຫລວ ຂອງພະຍາດຫົວໃຈ: ໃຊ້ກິນໃນປະລິມານ 10mg ຕໍ່ວັນ.
- ໃຊ້ປ້ອງກັນພະຍາດໝາກໄຂ່ຫຼັງຊຳເຮື້ອ: ກິນໃນປະລິມານ 10mg ຕໍ່ວັນ.
ຂໍ້ຫ້າມໃຊ້:
- ຫ້າມໃຊ້ໃນຄົນທີ່ມີຄວາມດັນເລືອດສູງທີ່ແພ້ຕໍ່ຢານີ້.
- ຫ້າມໃຊ້ໃນຄົນເຈັບທີ່ຟອກໝາກໄຂ່ຫລັງ.
ຄຳເຕືອນ:
- ຢານີ້ບໍ່ເຫມາະສົມ ໃຊ້ໃນຄົນເຈັບທີ່ເປັນພະຍາດເບົາຫວານປະເພດ 1 ຫລື type I diabetes ketoacidosis.
- ລິດຂອງຢາ ສາມາດເຮັດໃຫ້ເກີດການຂັບປັດສະວະເພີ່ມຂຶ້ນ ເຮັດໃຫ້ປະລິມານເລືອດຫລຸດລົງ.
- ການໃຊ້ຮ່ວມກັບຢາປົວພະຍາດເບົາຫວານຊະນິດອື່ນເຊັ່ນ sulfonylureas ຫລື insulin ສາມາດເຮັດໃຫ້ປະລິມານນໍ້າຕານໃນເລືອດ ຕໍ່າກວ່າປົກກະຕິ.
- ການຕິດເຊື້ອລາ ໃນອະໄວຍະວະເພດ.
- ໃຊ້ຢ່າງລະມັດລະວັງໃນຄົນເຈັບທີ່ມີບັນຫາ ກ່ຽວກັບພະຍາດຜິວຫນັງ perineal necrotizing fasciitis.
- ລະມັດລະວັງ ການໃຊ້ໃນແມ່ຍິງຖືພາ ແມ່ຍິງທີ່ລ້ຽງລູກດ້ວຍນ້ຳນົມແມ່.
- ໃນເດັກຄວນໃຊ້ຢ່າງລະມັດລະວັງ.
ຜົນຂ້າງຄຽງ:
ການຕິດເຊື້ອລາໃນຊ່ອງຄອດໃນແມ່ຍິງ, ຊ່ອງດັງອັກເສບ, ການຕິດເຊື້ອໃນ ທາງເດີນປັດສະວະ.
ຮູບແບບ: ຢາເມັດສີເຫຼືອງ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
- ບັນຈຸໃນກັບ, 1 ກັບມີ 2 ແຜງ, 1 ແຜງມີ 7 ເມັດ.
- ບັນຈຸໃນກັບ, 1 ກັບມີ 50 ແຜງ, 1 ແຜງມີ 7 ເມັດ.
ການເກັບຮັກສາ:
- ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
- ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ





