ALIBETEZIN

ສ່ວນປະກອບ
Dapagliflozin…………………………………..10mg
ຂໍ້ບົ່ງໃຊ້

  • ໃຊ້ປິ່ນປົວຄົນເຈັບທີ່ມີບັນຫາກ່ຽວກັບພະຍາດຫົວໃຈ ເພື່ອຫລຸດຜ່ອນບັນດາຄວາມສ່ຽງການເສຍຊີວິດຈາກການຫລຸດຕໍ່າຂອງ eGFR, ໂດຍສະເພາະໃນຄົນເຈັບທີ່ມີບັນຫາການຊຸດໂຊມຂອງໝາກໄຂ່ຫລັງໄລຍະສຸດທ້າຍ, ປ້ອງກັນການເສຍຊີວິດຈາກ ບັນຫາຫົວໃຈເສັ້ນເລືອດ, ບັນຫາຫົວໃຈລົ້ມເຫລວໃນການທຳງານ.
  • ຫລຸດຜ່ອນຄວາມສ່ຽງຈາກການເສຍຊີວິດຈາກພະຍາດຫົວໃຈ ແລະ ເສັ້ນເລືອດ, ຫົວໃຈຢຸດທຳງານ, ຫົວໃຈລົ້ມເຫລວກະທັນຫັນໃນຄົນເຈັບທີ່ມີບັນຫາພະຍາດຫົວໃຈ.
  • ຫລຸດຜ່ອນຄວາມສ່ຽງການເສຍຊີວິດຈາກຫົວໃຈລົ້ມເຫລວໃນຄົນເຈັບທີ່ເປັນພະຍາດເບົາຫວານ ປະເພດ 2, ຫລຸດຜ່ອນການເສຍຊີວິດ ຈາກບັນດາປັດໃຈທີ່ມາຈາກບັນຫາພະຍາດຫົວໃຈເສັ້ນເລືອດ.
  • ປະກອບສ່ວນ ໃນການປັບລະດັບນໍ້າຕານໃນເລືອດ ຈາກການຄວບຄຸມອາຫານແລະການອອກກຳລັງກາຍ ໃນຄົນເປັນພະຍາດເບົາຫວານ ປະເພດ 2.

ຂະໜາດບັນຈຸ:

  • ບັນຈຸໃນກັບ, 1 ກັບມີ 2 ແຜງ, 1 ແຜງມີ 7 ເມັດ.
  • ບັນຈຸໃນກັບ, 1 ກັບມີ 50 ແຜງ, 1 ແຜງມີ 7 ເມັດ.

ເລກທະບຽນ: 08 L 1177/24
Download ALIBETEZIN Drug Registration Certificate

ຊື່ຜະລິດຕະພັນ: ALIBETEZIN


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Dapagliflozin……………………..10mg


ຂໍ້ບົ່ງໃຊ້:

  • ໃຊ້ປິ່ນປົວຄົນເຈັບທີ່ມີບັນຫາກ່ຽວກັບພະຍາດຫົວໃຈ ເພື່ອຫລຸດຜ່ອນບັນດາຄວາມສ່ຽງການເສຍຊີວິດຈາກການຫລຸດຕໍ່າຂອງ eGFR, ໂດຍສະເພາະໃນຄົນເຈັບທີ່ມີບັນຫາການຊຸດໂຊມຂອງໝາກໄຂ່ຫລັງໄລຍະສຸດທ້າຍ, ປ້ອງກັນການເສຍຊີວິດຈາກ ບັນຫາຫົວໃຈເສັ້ນເລືອດ, ບັນຫາຫົວໃຈລົ້ມເຫລວໃນການທຳງານ.
  • ຫລຸດຜ່ອນຄວາມສ່ຽງຈາກການເສຍຊີວິດຈາກພະຍາດຫົວໃຈ ແລະ ເສັ້ນເລືອດ, ຫົວໃຈຢຸດທຳງານ, ຫົວໃຈລົ້ມເຫລວກະທັນຫັນໃນຄົນເຈັບທີ່ມີບັນຫາພະຍາດຫົວໃຈ.
  • ຫລຸດຜ່ອນຄວາມສ່ຽງການເສຍຊີວິດຈາກຫົວໃຈລົ້ມເຫລວໃນຄົນເຈັບທີ່ເປັນພະຍາດເບົາຫວານ ປະເພດ 2, ຫລຸດຜ່ອນການເສຍຊີວິດ ຈາກບັນດາປັດໃຈທີ່ມາຈາກບັນຫາພະຍາດຫົວໃຈເສັ້ນເລືອດ.
  • ປະກອບສ່ວນ ໃນການປັບລະດັບນໍ້າຕານໃນເລືອດ ຈາກການຄວບຄຸມອາຫານແລະການອອກກຳລັງກາຍ ໃນຄົນເປັນພະຍາດເບົາຫວານ ປະເພດ 2.

ວິທີໃຊ້:

  • ໃຊ້ເພື່ອຄວບຄຸມລະດັບນໍ້າຕານໃນເລືອດ: ດ້ວຍການຮັບປະທານ ໃນຕອນເຊົ້າ ເລີ່ມຕົ້ນດ້ວຍປະລິມານ 5mg ຕໍ່ຄັ້ງ ຕໍ່ວັນ ອີງຕາມລະດັບນໍ້າຕານໃນເລືອດ, ສາມາດເພີ່ມ ຂຶ້ນ ຮອດ 10mg ຕໍ່ຄັ້ງ ຕໍ່ວັນ.
  • ໃຊ້ປ້ອງກັນການລົ້ມເຫລວ ຂອງພະຍາດຫົວໃຈ: ໃຊ້ກິນໃນປະລິມານ 10mg ຕໍ່ວັນ.
  • ໃຊ້ປ້ອງກັນພະຍາດໝາກໄຂ່ຫຼັງຊຳເຮື້ອ: ກິນໃນປະລິມານ 10mg ຕໍ່ວັນ.

ຂໍ້ຫ້າມໃຊ້:

  • ຫ້າມໃຊ້ໃນຄົນທີ່ມີຄວາມດັນເລືອດສູງທີ່ແພ້ຕໍ່ຢານີ້.
  • ຫ້າມໃຊ້ໃນຄົນເຈັບທີ່ຟອກໝາກໄຂ່ຫລັງ.

ຄຳເຕືອນ:

  • ຢານີ້ບໍ່ເຫມາະສົມ ໃຊ້ໃນຄົນເຈັບທີ່ເປັນພະຍາດເບົາຫວານປະເພດ 1 ຫລື type I diabetes ketoacidosis.
  • ລິດຂອງຢາ ສາມາດເຮັດໃຫ້ເກີດການຂັບປັດສະວະເພີ່ມຂຶ້ນ ເຮັດໃຫ້ປະລິມານເລືອດຫລຸດລົງ.
  • ການໃຊ້ຮ່ວມກັບຢາປົວພະຍາດເບົາຫວານຊະນິດອື່ນເຊັ່ນ sulfonylureas ຫລື insulin ສາມາດເຮັດໃຫ້ປະລິມານນໍ້າຕານໃນເລືອດ ຕໍ່າກວ່າປົກກະຕິ.
  • ການຕິດເຊື້ອລາ ໃນອະໄວຍະວະເພດ.
  • ໃຊ້ຢ່າງລະມັດລະວັງໃນຄົນເຈັບທີ່ມີບັນຫາ ກ່ຽວກັບພະຍາດຜິວຫນັງ perineal necrotizing fasciitis.
  • ລະມັດລະວັງ ການໃຊ້ໃນແມ່ຍິງຖືພາ ແມ່ຍິງທີ່ລ້ຽງລູກດ້ວຍນ້ຳນົມແມ່.
  • ໃນເດັກຄວນໃຊ້ຢ່າງລະມັດລະວັງ.

ຜົນຂ້າງຄຽງ:
ການຕິດເຊື້ອລາໃນຊ່ອງຄອດໃນແມ່ຍິງ, ຊ່ອງດັງອັກເສບ, ການຕິດເຊື້ອໃນ ທາງເດີນປັດສະວະ.


ຮູບແບບ: ຢາເມັດສີເຫຼືອງ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:

  • ບັນຈຸໃນກັບ, 1 ກັບມີ 2 ແຜງ, 1 ແຜງມີ 7 ເມັດ.
  • ບັນຈຸໃນກັບ, 1 ກັບມີ 50 ແຜງ, 1 ແຜງມີ 7 ເມັດ.

ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
  • ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ