ALIPRATINIB

ສ່ວນປະກອບ
Pralsetinib………………………………100mg
ຂໍ້ບົ່ງໃຊ້
• ໃຊ້ປິ່ນປົວ ມະເຮັງປອດ ຊະນິດ Non-small cell lung cancer ໃນຄົນເຈັບຜູ້ໃຫຍ່ ທີ່ພົບວ່າ ມີການແຜ່ກະຈາຍຂອງ ຈຸລັງມະເຮັງ Metastatic ໃນໄລຍະຂອງ Transfection (RET) fusion-positive.
• ໃຊ້ໃນການປິ່ນປົວ ມະເຮັງ ຕ່ອມໄທລອຍ ໃນໄລຍະ RET mutant medullary, ແລະ ໃນໄລຍະ RET fusion positive ໃນຄົນເຈັບຜູ້ໃຫຍ່ ແລະໃນເດັກ ທີ່ມີອາຍຸຫລາຍກວ່າ 12 ປີ.
ຂະໜາດບັນຈຸ: 60 ແຄັບຊູນ/ກ່ອງ.
ເລກທະບຽນ: 05 L 1102/24
Download ALIPRATINIB Drug Registration Certificate

ຊື່ຜະລິດຕະພັນ: ALIPRATINIB


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Pralsetinib………………………………100mg


ຂໍ້ບົ່ງໃຊ້:
• ໃຊ້ປິ່ນປົວ ມະເຮັງປອດ ຊະນິດ Non-small cell lung cancer ໃນຄົນເຈັບຜູ້ໃຫຍ່ ທີ່ພົບວ່າ ມີການແຜ່ກະຈາຍຂອງ ຈຸລັງມະເຮັງ Metastatic ໃນໄລຍະຂອງ Transfection (RET) fusion-positive.
• ໃຊ້ໃນການປິ່ນປົວ ມະເຮັງ ຕ່ອມໄທລອຍ ໃນໄລຍະ RET mutant medullary, ແລະ ໃນໄລຍະ RET fusion positive ໃນຄົນເຈັບຜູ້ໃຫຍ່ ແລະໃນເດັກ ທີ່ມີອາຍຸຫລາຍກວ່າ 12 ປີ.


ວິທີໃຊ້:
ໃຊ້ຕາມການແນະນໍາຂອງແພດ, ແນະນໍາໃຫ້ໃຊ້ວັນລະຄັ້ງ ໃນປະລິມານ 400mg (ໂດຍໃຫ້ກິນກ່ອນອາຫານຢ່າງຕໍ່າ 2 ຊົ່ວໂມງ) ໃຫ້ກິນຢາ ໃນເວລາທ້ອງຫວ່າງ ຫາກມີອາການຮາກ ຫລືມີຄວາມຜິດພາດ ບໍ່ຄວນກິນຢາຄືນໃຫມ່ ໃຫ້ລໍຖ້າກິນຢາ ຕາມແຜນໃນເວລາຖັດໄປ ແລະສືບຕໍ່ກິນຕາມກອບເວລາທີ່ກຳນົດ.


ຂໍ້ຫ້າມໃຊ້: ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.


ຄຳເຕືອນ:
• ຄວນມີການຕິດຕາມເຝົ້າລະວັງ ກ່ຽວກັບພະຍາດປອດບວມນໍ້າ (Interstitial lung disease (ILD)/ pneumonia).
• ຕິດຕາມຄວາມດັນເລືອດໃນລະຫວ່າງໃຊ້ຢາ ໂດຍສະເພາະໃນຄົນເຈັບທີ່ມີບັນຫາຄວາມດັນເລືອດ.
• ໃນຄົນເຈັບທີ່ມີບັນຫາກ່ຽວກັບການທຳງານຂອງຕັບ ຄວນມີການຕິດຕາມ ປະລິມານ ALT and AST ໃນເລືອດ.
• ຫ້າມໃຊ້ໃນຄົນເຈັບທີ່ມີອາການກ່ຽວກັບເລືອດໄຫລທີ່ຮຸນແຮງ.
• ບໍ່ຄວນໃຊ້ຢານີ້ ກ່ອນຫລືຫລັງການຜ່າຕັດ.
• ການໃຊ້ຢານີ້ ສາມາດເປັນອັນຕະລາຍຕໍ່ເດັກໃນຄັນໄດ້.
• ແມ່ຍິງທີ່ຢູ່ໃນໄລຍະລ້ຽງລູກດ້ວຍນ້ຳນົມແມ່ ຄວນໃຊ້ຢ່າງລະມັດລະວັງ.


ຜົນຂ້າງຄຽງ: 

  • ອ່ອນເພຍ, ທ້ອງຜູກ, ປວດຕາມກ້າມເນື້ອ ຕາມກະດູກ ມີຄວາມດັນເລືອດສູງ.
  • ພົບເຫັນອາການທາງ Neutropenia, Pneumonia, Anemia, Pulmonary parenchyma disease, ມີໄຂ້, ຖອກທ້ອງ, ພົບ AST ແລະ Creatine kinase ສູງຂຶ້ນໃນເລືອດ, ອິດເມື່ອຍມີສະພາບ Leukopenia, Thrombocytopenia, ຮາກ, ພົບ ALT ສູງໃນເລືອດ, ພົບເຫັນມີການຕິດເຊື້ອ ແລະ ມີອາການ ຫາຍໃຈລໍາບາກ ເປັນຕົ້ນ.

ຮູບແບບ: ແຄັບຊູນສີຟ້າ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 60 ແຄັບຊູນ/ກ່ອງ.


ການເກັບຮັກສາ:
• ເກັບຮັກສາໃນກັບກ່ອງເດີມ ປີດສະນິດຮັກສາໄວ້ໃນອຸນຫະພູມລະຫວ່າງ 20°C ຫາ 25°C.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ