ALIDABRAFENIB

ສ່ວນປະກອບ
Dabrafenib mesylate………………………………….75mg
ຂໍ້ບົ່ງໃຊ້

ໃຊ້ເປັນຢາປິ່ນປົວມະເຮັງ ມີກົນໄກການອອກລິດໃນຮູບແບບ kinase inhibitor ສາມາດໃຊ້ດ່ຽວ ຫລື ໃຊ້ປະສົມກັບ trametinib.

  • ໃຊ້ປິ່ນປົວມະເຮັງຜິວຫນັງ ໃນໄລຍະທີ່ເຊື້ອແຜ່ລາມ ຫລື ມີການ ພົບເຊື້ອມະເຮັງທີ່ມີການກາຍພັນ (BRAF V600E mutation positivity).
  • ໃຊ້ເປັນຢາເສີມໃນການປິ່ນປົວມະເຮັງຜິວຫນັງ ທີ່ມີການກາຍພັນ (BRAF V600E mutation) ຫລັງໄດ້ຮັບການຜ່າຕັດ.
  • ໃຊ້ປິ່ນປົວ ມະເຮັງປອດຊະນິດ non-small cell lung cancer ທີ່ກາຍພັນ ແລະ ກວດພົບ BRAF V600E mutation.

ຂະໜາດບັນຈຸ:
ບັນຈຸໃນກ່ອງ, 1 ກ່ອງມີ 30 ເມັດ.

ເລກທະບຽນ: 10 L 1222/24
Download ALIDABRAFENIB Drug Registration Certificate

ຊື່ຜະລິດຕະພັນ: ALIDABRAFENIB


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Dabrafenib mesylate………………………………….75mg


ຂໍ້ບົ່ງໃຊ້:

ໃຊ້ເປັນຢາປິ່ນປົວມະເຮັງ ມີກົນໄກການອອກລິດໃນຮູບແບບ kinase inhibitor ສາມາດໃຊ້ດ່ຽວ ຫລື ໃຊ້ປະສົມກັບ trametinib.

  • ໃຊ້ປິ່ນປົວມະເຮັງຜິວຫນັງ ໃນໄລຍະທີ່ເຊື້ອແຜ່ລາມ ຫລື ມີການ ພົບເຊື້ອມະເຮັງທີ່ມີການກາຍພັນ (BRAF V600E mutation positivity).
  • ໃຊ້ເປັນຢາເສີມໃນການປິ່ນປົວມະເຮັງຜິວຫນັງ ທີ່ມີການກາຍພັນ (BRAF V600E mutation) ຫລັງໄດ້ຮັບການຜ່າຕັດ.
  • ໃຊ້ປິ່ນປົວ ມະເຮັງປອດຊະນິດ non-small cell lung cancer ທີ່ກາຍພັນ ແລະ ກວດພົບ BRAF V600E mutation.

ວິທີໃຊ້:

  • ໃນຜູ້ໃຫຍ່: 150mg ໃຊ້ຮັບປະທານ ສອງຄັ້ງຕໍ່ວັນ.
  • ໃຊ້ໃນເດັກ:
    • ນໍ້າຫນັກຮ່າງກາຍ 26-37kg:ໃຊ້ໃນປະລິມານ 75 mg ສອງຄັ້ງຕໍ່ວັນ.
    • ນໍ້າຫນັກຮ່າງກາຍ 38-50kg:ໃຊ້ໃນປະລິມານ 100 mg ສອງຄັ້ງຕໍ່ວັນ.
    • ນໍ້າຫນັກຮ່າງກາຍ 51kg ຫລື ຫລາຍກວ່າ:ນຳໃຊ້ໃນປະລິມານ 150 mg ສອງຄັ້ງຕໍ່ວັນ.
  • ກິນຢາ 1 ຊົ່ວໂມງ ກ່ອນກິນເຂົ້າ ຫລື 2 ຊົ່ວໂມງ ຫລັງກິນເຂົ້າແລ້ວ. ນໍາໃຊ້ຢາ ຫ່າງກັນແຕ່ລະຄັ້ງ 12 ຊົ່ວໂມງ.
  • ສືບຕໍ່ນໍາໃຊ້ຢາປິ່ນປົວ ຈົນກວ່າອາການຈະດີຂຶ້ນ ຫລື ພິຈາລະນາຢຸດເຊົາການນໍາໃຊ້ຖ້າເກີດເປັນຜິດທີ່ບໍ່ສາມາດຮັບໄດ້.

ຂໍ້ຫ້າມໃຊ້: ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.


ຄຳເຕືອນ:

  • ເຝົ້າລະວັງ ຕິດຕາມຄົນເຈັບໃນລະຫວ່າງການປິ່ນປົວ ເພື່ອຕິດຕາມການພັດທະນາຂອງເນື້ອງອກຂຶ້ນໃຫມ່.
  • ໃຊ້ຮ່ວມກັບ trametinib ແລະ ຕິດຕາມເບິ່ງ ສັນຍານ ແລະ ອາການກ່ຽວກັບເລືອດອອກ.
  • ການໃຊ້ຢານີ້ ອາດພາໃຫ້ເກີດລິ້ມເລືອດອຸດຕັນເສັ້ນເລືອດໄດ້, ຕິດຕາມການທຳງານຂອງຫົວໃຈ ລະຫວ່າງການນໍາໃຊ້.
  • ຢານີ້ເປັນອັນຕະລາຍຕໍ່ເດັກໃນຄັນ, ຄວນມີການວາງແຜນປ້ອງກັນການມີບຸດໃນລະຫວ່າງການນໍາໃຊ້.
  • Embryo-Fetal Toxicity: Can cause fetal harm. Advise females of reproductive potential of potential risk to a fetus and to use effective contraception.

ຜົນຂ້າງຄຽງ:
ເປັນໄຂ້, ເປັນຜື່ນຄັນຄາຍ, ເຈັບຫົວ, ປວດຕາມຂໍ່ ອື່ນໆ.


ຮູບແບບ: ເປັນແຄັບຊູນສີແດງ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 120 ແຄັບຊູນ/ກ່ອງ.


ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
  • ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ