ຊື່ຜະລິດຕະພັນ: ALIVINEKLA
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Venetoclax………………………………100mg
ຂໍ້ບົ່ງໃຊ້:
• ນໍາໃຊ້ໃນການປິ່ນປົວມະເຮັງເມັດເລືອດຂາວຊໍາເຮື້ອໃນຜູ້ໃຫຍ່ ຊະນິດ (chronic lymphocytic leukemia (CLL)) ຫລື ຊະນິດ small lymphocytic lymphoma (SLL).
• ໃຊ້ປະສົມກັບ azacitidine, ຫລື decitabine, ຫລື cytarabine ໃນປະລິມານຕໍ່າ ເພື່ອປິ່ນປົວມະເຮັງເມັດເລືອດຂາວ ໄມເອລອຍ(myeloid leukemia (AML)) ແບບຮຸນແຮງໃນຜູ້ໃຫຍ່ (ອາຍຸເກີນ 75 ປີ) ທີ່ຫາກໍກວດພົບວ່າເປັນມະເຮັງດັ່ງກ່າວ ຫລື ໃຊ້ໃນຄົນເຈັບທີ່ບໍ່ສາມາດປີ່ນປົວດ້ວຍເຄມີບໍາບັດທີ່ເຂັ້ມງວດໄດ້.
ວິທີໃຊ້:
• ການກຳນົດປະລິມານໃນການນຳໃຊ້ຂຶ້ນກັບການແນະນຳຂອງແພດ.
• ກິນວັນລະຄັ້ງພ້ອມກັບອາຫານ ແລະ ນ້ຳ.
• ຫ້າມຫຍ້ຳ, ບົດເມັດຢາ ຫຼື ຫັກເມັດຢາ.
• ນຳໃຊ້ໃນການປ້ອງກັນພະຍາດໃນກຸ່ມເນື້ອງອກສະຫຼາຍ.
ຂໍ້ຫ້າມໃຊ້: ຜູ້ເປັນມະເຮັງ CLL/SLL ບໍ່ຄວນນຳໃຊ້ຢາທີ່ອອກລິດຮຸນແຮງຜ່ານກົນໄກ CYP3A inhibitors ພ້ອມກັນ ໃນເວລາດຽວກັນ.
ຄຳເຕືອນ:
• ອາການເນື້ອງອກສະຫລາຍ (Tumor lysis syndrome (TLS)): ຕິດຕາມປະເມີນອາການຂອງຄົນເຈັບ ໃນໄລຍະການນໍາໃຊ້ຢາ.
• ການເກີດພາວະ Neutropenia: ຕິດຕາມກວດນັບເມັດເລືອດໃນລະຫວ່າງການນໍາໃຊ້ຢາຖ້າພົບສະພາບດັ່ງກ່າວໃຫ້ພິຈາລະນາການນໍາໃຊ້ ຫລື ປັບປະລິມານຢາລົງ.
• ເກີດການຕິດເຊື້ອ: ຕິດຕາມອາການຈາກການຕິດເຊື້ອ ໃນລະຫວ່າງການປີ່ນປົວດ້ວຍຢາ ເພື່ອໃຫ້ການປິ່ນປົວທັນທີ່ຖ້າພົບອາການ ໃຫ້ຢາຕ້ານເຊື້ອ ລະດັບ 3 ຫລື ລະດັບ 4 ຈົນກ່ວາຈະແກ້ໄຂອາການໄດ້ ຫລື ຫລຸດຜ່ອນການໃຊ້ຢາລົງຖ້າເຫັນວ່າມີຄວາມຈໍາເປັນ.
• ຜົນຕໍ່ລະບົບພູມຄຸ້ມກັນ: ຫ້າມສັກວັກຊີນເຊື້ອເປັນກ່ອນແລະຫລັງການປິ່ນປົວດ້ວຍຢາ Venetoclax ຈະເຮັດໃຫ້ ຜົນການເກີດພູມຄູ້ມກັນຕົກຕໍ່າ ຈົນກວ່າ ຈະພົບເຫັນ B-cell ກັບສູ່ສະພາບປົກກະຕິ.
• ການເກີດພິດເບື່ອຕໍ່ເດັກໃນຄັນ: ຢານີ້ອາດເປັນຜົນກະທົບຮ້າຍແຮງຕໍ່ເດັກໃນຄັນ, ກ່ອນໃຊ້ຢາຄວນວາງແຜນຄອບຄົວ, ແລະບໍ່ຄວນໃຫ້ນົມລູກ ໃນລະຫວ່າງການນໍາໃຊ້ຢາ.
ຜົນຂ້າງຄຽງ: ພາວະເມັດເລືອດຂາວຕໍ່າ, ເກັດເລືອດຕໍາ, ເລືອດຈາງ, ປຸ້ນທ້ອງ, ເຈັບທ້ອງ, ໄອ, ປວດຕາມຄໍຫອຍ.
ຮູບແບບ: ຢາເມັດສີເຫຼືອງ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ: ບັນຈຸໃນກ່ອງ, 1 ກ່ອງມີ 120 ເມັດ.
ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງບັນຈຸເດີມ,ບໍ່ໃຫ້ຖືກແສງແດດເກັບໄວ້ໃນຫ້ອງທີ່ມີອຸນຫະພູມລະຫວ່າງ 20℃-25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ






