ALILAROTINIB

ສ່ວນປະກອບ
Larotrectinib Sulfate…………………………100mg
ຂໍ້ບົ່ງໃຊ້

ໃຊ້ປິ່ນປົວ ມະເຮັງໃນຜູ້ໃຫຍ່ ແລະ ເດັກນ້ອຍ ເຊັ່ນ:

  • ໃຊ້ໃນຄົນເຈັບທີ່ມີການກວດພົບ ຢີນ neurotrophic receptor tyrosine kinase (NTRK) ທີ່ບໍ່ທັນຊາບ ວ່າມີການກາຍພັນ ໃນການດື້ຕໍ່ຢາປິ່ນປົວຫລືບໍ່.
  • ໃຊ້ໃນຄົນເຈັບທີ່ພົບວ່າ ມີເຊື້ອມະເຮັງຮຸກຮານ ສະເພາະທີ່ ຫລື ພົບເຫັນເຊື້ອມະເຮັງແພ່ກະຈາຍແລ້ວ ຫລື ຫລັງການໃຫ້ການຜ່າຕັດ ທີ່ອາດຊັກນໍາໄປສູ່ຄວາມສັບສົນໃນການປິ່ນປົວ.
  • ໃຊ້ໃນຄົນເຈັບທີ່ມີການປິ່ນປົວມາແລ້ວ ແຕ່ພົບວ່າ ບໍ່ມີຜົນໃນການປິ່ນປົວ ຕ້ອງການປ່ຽນແທນການປິ່ນປົວທີ່ຜ່ານມາ.

ຂະໜາດບັນຈຸ:
30 ແຄັບຊູນ/ກ່ອງ.

ເລກທະບຽນ: 11 L 1228/24
Download ALILAROTINIB Drug Registration Certificate

Brand name: ALILAROTINIB


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Larotrectinib Sulfate…………………………100mg


ຂໍ້ບົ່ງໃຊ້:

ໃຊ້ປິ່ນປົວ ມະເຮັງໃນຜູ້ໃຫຍ່ ແລະ ເດັກນ້ອຍ ເຊັ່ນ:

  • ໃຊ້ໃນຄົນເຈັບທີ່ມີການກວດພົບ ຢີນ neurotrophic receptor tyrosine kinase (NTRK) ທີ່ບໍ່ທັນຊາບ ວ່າມີການກາຍພັນ ໃນການດື້ຕໍ່ຢາປິ່ນປົວຫລືບໍ່.
  • ໃຊ້ໃນຄົນເຈັບທີ່ພົບວ່າ ມີເຊື້ອມະເຮັງຮຸກຮານ ສະເພາະທີ່ ຫລື ພົບເຫັນເຊື້ອມະເຮັງແພ່ກະຈາຍແລ້ວ ຫລື ຫລັງການໃຫ້ການຜ່າຕັດ ທີ່ອາດຊັກນໍາໄປສູ່ຄວາມສັບສົນໃນການປິ່ນປົວ.
  • ໃຊ້ໃນຄົນເຈັບທີ່ມີການປິ່ນປົວມາແລ້ວ ແຕ່ພົບວ່າ ບໍ່ມີຜົນໃນການປິ່ນປົວ ຕ້ອງການປ່ຽນແທນການປິ່ນປົວທີ່ຜ່ານມາ.

ວິທີໃຊ້:

  • ໃຊ້ຮັບປະທານ ກ່ອນ ຫລື ຫລັງອາຫານ.
  • ໃນຜູ້ໃຫຍ່ ແລະ ເດັກທີ່ມີດັດສະນີ Body Surface Area ຫລາຍກວ່າ1 Meter-Squared ໃຊ້ກິນໃນປະລິມານ 100 mg ສອງຄັ້ງຕໍ່ວັນ.
  • ສຳລັບເດັກທີ່ມີດັດສະນີ Body Surface Area ຫນ້ອຍກວ່າ1 Meter-Squared ໃຊ້ກິນໃນປະລິມານ 100 mg/m2 ໂດຍໃຫ້ ສອງຄັ້ງຕໍ່ວັນ.
  • ແນະນໍາໃຫ້ກືນກິນທັງຫມົດເມັດຢາຮ່ວມກັບນໍ້າດື່ມ, ບໍ່ຄວນບົດ ຄ້ຽວ ຫລື ຫຍໍ້າເມັດຢາ.
  • ສືບຕໍ່ນໍາໃຊ້ຢານີ້ຈົນກວ່າຈະມີຜົນໃນການປິ່ນປົວ ຫລື ຢຸດເຊົາໃນກໍລະນີພົບເຫັນອາການເປັນພິດທີ່ບໍ່ສາມາດຮັບໄດ້ຈາກການໃຊ້ຢານີ້.

ຂໍ້ຫ້າມໃຊ້:

  • ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.

ຄຳເຕືອນ:

  • ຢານີ້ເປັນອັນຕະລາຍຕໍ່ເດັກໃນຄັນ, ແມ່ຍິງຖືພາຄວນລະມັດລະວັງ ແລະ ບໍ່ຄວນນໍາໃຊ້ຢານີ້.
  • ຄວນລະມັດລະວັງ ແລະ ເລີ່ມຕົ້ນນໍາໃຊ້ຢາໃນປະລິມານຕໍ່າ ສໍາລັບຄົນເຈັບທີ່ມີບັນຫາໃນການທຳງານຂອງຕັບທີ່ຮຸນແຮງ ((Child-Pugh B) to severe (Child-Pugh C) hepatic impairment).
  • ພົບເຫັນບັນຫາກ່ຽວກັບກະດູກ ໃຫ້ປະເມີນການນໍາໃຊ້ຢາໃນຄົນເຈັບທັນທີ.
  • ການເກີດພິດເບື່ອຕໍ່ຕັບ.
  • ກໍລະນີມີຄວາມຈໍາເປັນໃຊ້ຢານີ້ຮ່ວມກັບ ຢາທີ່ອອກລິດຕໍ່ CYP3A4 inhibitor ໃຫ້ຫລຸດຜ່ອນ ປະລິມານຢາ Larotrectinib ລົງ 50%. ພາຍຫລັງ ການຢຸດໃຊ້ ຮ່ວມກັບກັບຢາກຸ່ມ CYP3A4 inhibitor ໂດຍການປະເມີນ ການຖ່າຍເທຢາກຸ່ມດັ່ງກ່າວອອກຈາກຮ່າງກາຍແລ້ວ ກໍໃຫ້ກັບຄືນມາໃຊ້ Larotrectinib ໃນປະລິິມານເດີມ.
  • ກົງກັນຂ້າມ ຖ້າມີຄວາມຈໍາເປັນໃຊ້ຢານີ້ ຮ່ວມກັບກຸ່ມ strong CYP3A4 inducer ກໍຄວນເພີ່ມປະລິມານການນໍາໃຊ້ຢາ Larotrectinib ຂຶ້ນສອງເທົ່າ ແລະ ເມື່ອຢຸດໃຊ້ຮ່ວມກັບຢາ ກຸ່ມ strong CYP3A4 inducer ກໍຄວນກັບມາໃຊ້ ຢາ Larotrectinib ໃນປະລິມານເດີມ.

ຜົນຂ້າງຄຽງ:

ມີປະຕິກິລິຍາຕໍ່ກັບລະບົບປະສາດສູນກາງ,ເຮັດໃຫ້ ALT ເພີ່ມຂຶ້ນ, ເກີດສະພາບເລືອດຈາງ ປວດຕາມກະດູກ ແລະ ກ້າມເນື້ອ, ອິດເມື່ອຍ, ປະລິມານ albuminemia ໃນເລືອດຕົກຕໍ່າ, ເມັດເລືອດຂາວຕົກຕໍ່າ, alkaline phosphatase ເພີ່ມຂຶ້ນ, ໄອ, ທ້ອງຜູກ, ຖອກທ້ອງ, ວິນຫົວ, ແຄວຊຽມໃນເລືອດຕົກຕໍ່າ, ປວດຮາກ, ຮາກ, ເປັນໄຂ້, ເກີດການປ່ຽນແປງ lymphopenia, ເຈັບທ້ອງ.


ຮູບແບບ: ແຄັບຊູນສີຂາວ


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:

  • 30 ແຄັບຊູນ/ກ່ອງ.

ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
  • ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ