Brand name: ALILAROTINIB
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Larotrectinib Sulfate…………………………100mg
ຂໍ້ບົ່ງໃຊ້:
ໃຊ້ປິ່ນປົວ ມະເຮັງໃນຜູ້ໃຫຍ່ ແລະ ເດັກນ້ອຍ ເຊັ່ນ:
- ໃຊ້ໃນຄົນເຈັບທີ່ມີການກວດພົບ ຢີນ neurotrophic receptor tyrosine kinase (NTRK) ທີ່ບໍ່ທັນຊາບ ວ່າມີການກາຍພັນ ໃນການດື້ຕໍ່ຢາປິ່ນປົວຫລືບໍ່.
- ໃຊ້ໃນຄົນເຈັບທີ່ພົບວ່າ ມີເຊື້ອມະເຮັງຮຸກຮານ ສະເພາະທີ່ ຫລື ພົບເຫັນເຊື້ອມະເຮັງແພ່ກະຈາຍແລ້ວ ຫລື ຫລັງການໃຫ້ການຜ່າຕັດ ທີ່ອາດຊັກນໍາໄປສູ່ຄວາມສັບສົນໃນການປິ່ນປົວ.
- ໃຊ້ໃນຄົນເຈັບທີ່ມີການປິ່ນປົວມາແລ້ວ ແຕ່ພົບວ່າ ບໍ່ມີຜົນໃນການປິ່ນປົວ ຕ້ອງການປ່ຽນແທນການປິ່ນປົວທີ່ຜ່ານມາ.
ວິທີໃຊ້:
- ໃຊ້ຮັບປະທານ ກ່ອນ ຫລື ຫລັງອາຫານ.
- ໃນຜູ້ໃຫຍ່ ແລະ ເດັກທີ່ມີດັດສະນີ Body Surface Area ຫລາຍກວ່າ1 Meter-Squared ໃຊ້ກິນໃນປະລິມານ 100 mg ສອງຄັ້ງຕໍ່ວັນ.
- ສຳລັບເດັກທີ່ມີດັດສະນີ Body Surface Area ຫນ້ອຍກວ່າ1 Meter-Squared ໃຊ້ກິນໃນປະລິມານ 100 mg/m2 ໂດຍໃຫ້ ສອງຄັ້ງຕໍ່ວັນ.
- ແນະນໍາໃຫ້ກືນກິນທັງຫມົດເມັດຢາຮ່ວມກັບນໍ້າດື່ມ, ບໍ່ຄວນບົດ ຄ້ຽວ ຫລື ຫຍໍ້າເມັດຢາ.
- ສືບຕໍ່ນໍາໃຊ້ຢານີ້ຈົນກວ່າຈະມີຜົນໃນການປິ່ນປົວ ຫລື ຢຸດເຊົາໃນກໍລະນີພົບເຫັນອາການເປັນພິດທີ່ບໍ່ສາມາດຮັບໄດ້ຈາກການໃຊ້ຢານີ້.
ຂໍ້ຫ້າມໃຊ້:
- ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.
ຄຳເຕືອນ:
- ຢານີ້ເປັນອັນຕະລາຍຕໍ່ເດັກໃນຄັນ, ແມ່ຍິງຖືພາຄວນລະມັດລະວັງ ແລະ ບໍ່ຄວນນໍາໃຊ້ຢານີ້.
- ຄວນລະມັດລະວັງ ແລະ ເລີ່ມຕົ້ນນໍາໃຊ້ຢາໃນປະລິມານຕໍ່າ ສໍາລັບຄົນເຈັບທີ່ມີບັນຫາໃນການທຳງານຂອງຕັບທີ່ຮຸນແຮງ ((Child-Pugh B) to severe (Child-Pugh C) hepatic impairment).
- ພົບເຫັນບັນຫາກ່ຽວກັບກະດູກ ໃຫ້ປະເມີນການນໍາໃຊ້ຢາໃນຄົນເຈັບທັນທີ.
- ການເກີດພິດເບື່ອຕໍ່ຕັບ.
- ກໍລະນີມີຄວາມຈໍາເປັນໃຊ້ຢານີ້ຮ່ວມກັບ ຢາທີ່ອອກລິດຕໍ່ CYP3A4 inhibitor ໃຫ້ຫລຸດຜ່ອນ ປະລິມານຢາ Larotrectinib ລົງ 50%. ພາຍຫລັງ ການຢຸດໃຊ້ ຮ່ວມກັບກັບຢາກຸ່ມ CYP3A4 inhibitor ໂດຍການປະເມີນ ການຖ່າຍເທຢາກຸ່ມດັ່ງກ່າວອອກຈາກຮ່າງກາຍແລ້ວ ກໍໃຫ້ກັບຄືນມາໃຊ້ Larotrectinib ໃນປະລິິມານເດີມ.
- ກົງກັນຂ້າມ ຖ້າມີຄວາມຈໍາເປັນໃຊ້ຢານີ້ ຮ່ວມກັບກຸ່ມ strong CYP3A4 inducer ກໍຄວນເພີ່ມປະລິມານການນໍາໃຊ້ຢາ Larotrectinib ຂຶ້ນສອງເທົ່າ ແລະ ເມື່ອຢຸດໃຊ້ຮ່ວມກັບຢາ ກຸ່ມ strong CYP3A4 inducer ກໍຄວນກັບມາໃຊ້ ຢາ Larotrectinib ໃນປະລິມານເດີມ.
ຜົນຂ້າງຄຽງ:
ມີປະຕິກິລິຍາຕໍ່ກັບລະບົບປະສາດສູນກາງ,ເຮັດໃຫ້ ALT ເພີ່ມຂຶ້ນ, ເກີດສະພາບເລືອດຈາງ ປວດຕາມກະດູກ ແລະ ກ້າມເນື້ອ, ອິດເມື່ອຍ, ປະລິມານ albuminemia ໃນເລືອດຕົກຕໍ່າ, ເມັດເລືອດຂາວຕົກຕໍ່າ, alkaline phosphatase ເພີ່ມຂຶ້ນ, ໄອ, ທ້ອງຜູກ, ຖອກທ້ອງ, ວິນຫົວ, ແຄວຊຽມໃນເລືອດຕົກຕໍ່າ, ປວດຮາກ, ຮາກ, ເປັນໄຂ້, ເກີດການປ່ຽນແປງ lymphopenia, ເຈັບທ້ອງ.
ຮູບແບບ: ແຄັບຊູນສີຂາວ
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
- 30 ແຄັບຊູນ/ກ່ອງ.
ການເກັບຮັກສາ:
- ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
- ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ






