LORATTADIN

ສ່ວນປະກອບ
Loratadine………………………………….10mg
ຂໍ້ບົ່ງໃຊ້
ໃຊ້ເປັນຢາ ບັນເທົາອາການຕ່າງໆທີ່ມີສາເຫດມາຈາກ ການແພ້ ດັງ, ໂຜ່ງດັງ ອັກເສບຈາກການແພ້ ສະແດງອອກຄື: ຈາມ, ນໍ້າມູກໄຫລ, ຄັນດັງ, ຕັນດັງ, ຄັນເຫຍື່ອເມືອກຕາ ແລະແສບອອກຮ້ອນ ຕົວຢາຈະອອກລິດ ໃນການຕ້ານ ອີດສຕາມິນ ເຮັດໃຫ້ບັນດາ ອາການເຫລົ່ານັ້ນຜ່ອນຄາຍ ຫລືຫາຍໄປ, ນອກຈາກນີ້ ຕົວຢາ ຍັງ ຊ່ວຍບັນເທົາອາການ ຄັນຄາຍ ເປັນຜື່ນຕາມຜິວຫນັງຈາກ ການແພ້ຕ່າງໆທາງຜິວຫນັງ.
ຂະໜາດບັນຈຸ:

  • 1 ກັບມີ 2 ແຜງ, 1 ແຜງມີ 10 ເມັດ
  • 1 ກັບມີ 50 ແຜງ, 1 ແຜງມີ 10 ເມັດ

ເລກທະບຽນ: 07 L 1134/24
Download LORATTADIN Drug Registration Certificate

ຊື່ຜະລິດຕະພັນ: LORATTADIN


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Loratadine………………………………….10mg


ຂໍ້ບົ່ງໃຊ້:
ໃຊ້ເປັນຢາ ບັນເທົາອາການຕ່າງໆທີ່ມີສາເຫດມາຈາກ ການແພ້ ດັງ, ໂຜ່ງດັງ ອັກເສບຈາກການແພ້ ສະແດງອອກຄື: ຈາມ, ນໍ້າມູກໄຫລ, ຄັນດັງ, ຕັນດັງ, ຄັນເຫຍື່ອເມືອກຕາ ແລະແສບອອກຮ້ອນ ຕົວຢາຈະອອກລິດ ໃນການຕ້ານ ອີດສຕາມິນ ເຮັດໃຫ້ບັນດາ ອາການເຫລົ່ານັ້ນຜ່ອນຄາຍ ຫລືຫາຍໄປ, ນອກຈາກນີ້ ຕົວຢາ ຍັງ ຊ່ວຍບັນເທົາອາການ ຄັນຄາຍ ເປັນຜື່ນຕາມຜິວຫນັງຈາກ ການແພ້ຕ່າງໆທາງຜິວຫນັງ.


ວິທີໃຊ້:
ສຳລັບຜູ້ໃຫຍ່ ແລະເດັກ ອາຍຸເກີນ 12 ປີ ໃຫ້ຮັບປະທານ ວັນລະຄັ້ງ, ຄັ້ງລະເມັດ (10mg).
ສຳລັບເດັກ ລະຫວ່າງ 2-12 ປີ:

  • ທີ່ມີ ນໍ້າຫນັກ ຫລາຍກວ່າ 30kg: ໃຫ້ຮັບປະທານ ວັນລະຄັ້ງ ຄັ້ງລະເມັດ (10mg).
  • ສ່ວນຜູ້ທີ່ມີນໍ້າຫນັກ ເທົ່າກັບ 30kg ຫລືຕໍ່າກວ່າ ໃຫ້ແບ່ງຮັບປະທານ ຄັ້ງລະເຄິ່ງເມັດ ຮັບປະທານວັນລະຄັ້ງ (5mg).

ຂໍ້ຫ້າມໃຊ້:
ຫ້າມໃຊ້ໃນຜູ້ແພ້ຢານີ້.


ຄຳເຕືອນ:

  • ຄົນເຈັບ ທີ່ມີບັນຫາ ຫນ້າທີ່ການທຳງານຂອງຕັບຜິດປົກກະຕິ ຄວນປຶກສາແພດກ່ອນການນໍາໃຊ້.
  • ແມ່ຍິງທີ່ຖືພາ ແລະກຳລັງລ້ຽງລູກດ້ວຍນ້ຳນົມແມ່. ຄວນໃຊ້ດ້ວຍຄວາມລະມັດລະວັງ.
  • ກັບຜູ້ໃຊ້ຢານີ້ ກ່ອນການນຳໃຊ້ຄວນທຳການກວດຜິວຫນັງ ຫລື ກວດປະຕິກິລິຍາ ທີ່ສຳພັນກັບ Antihistamines ຄວນມີໄລຍະຫ່າງ 48 ຊມ ກ່ອນດຳເນີນການກວດ, ເພາະສາມາດເຮັດໃຫ້ຜົນການກວດຜິດພາດໄດ້.
  • ການໃຊ້ຢານີ້ ຮ່ວມກັບ ຢາປະເພດອື່ນເຊັ່ນ Ketoconazole, Macrolide antibiotics, Cimetidine, Theophylline ຫລື ບາງຕົວຢາຊະນິດອື່ນ ສາມາດເກີດປະຕິກິລິຍາ ເຊິ່ງກັນແລະກັນໄດ້ ດັ່ງນັ້ນ ຄວນປຶກສາແພດ ກ່ອນການນໍາໃຊ້.

ຜົນຂ້າງຄຽງ:
ອາການຂ້າງຄຽງ ທີ່ມັກພົບ ປະກອບມີ: ອ່ອນເພຍ, ປວດຫົວ, ງ່ວງຊຶມ, ປາກແຫ້ງ, ປັ່ນປ່ວນລະບົບລະບາຍ, ປຸ້ນທ້ອງ, ເປັນພະຍາດກະເພາະ ແລະ ເປັນຜື່ນຕາມຜິວຫນັງ.


ຮູບແບບ:  White table.


ວັນທີໝົດອາຍຸ:  24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:

  • 1 ກັບມີ 2 ແຜງ, 1 ແຜງມີ 10 ເມັດ
  • 1 ກັບມີ 50 ແຜງ, 1 ແຜງມີ 10 ເມັດ

ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງເດີມ, ປິດສະນິດ ຮັກສາໄວ້ໃນທີ່ຮົ່ມ.
  • ເກັບຮັກສາ ໃຫ້ຫ່າງຈາກມືເດັກ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ