ຊື່ຜະລິດຕະພັນ: LORATTADIN
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Loratadine………………………………….10mg
ຂໍ້ບົ່ງໃຊ້:
ໃຊ້ເປັນຢາ ບັນເທົາອາການຕ່າງໆທີ່ມີສາເຫດມາຈາກ ການແພ້ ດັງ, ໂຜ່ງດັງ ອັກເສບຈາກການແພ້ ສະແດງອອກຄື: ຈາມ, ນໍ້າມູກໄຫລ, ຄັນດັງ, ຕັນດັງ, ຄັນເຫຍື່ອເມືອກຕາ ແລະແສບອອກຮ້ອນ ຕົວຢາຈະອອກລິດ ໃນການຕ້ານ ອີດສຕາມິນ ເຮັດໃຫ້ບັນດາ ອາການເຫລົ່ານັ້ນຜ່ອນຄາຍ ຫລືຫາຍໄປ, ນອກຈາກນີ້ ຕົວຢາ ຍັງ ຊ່ວຍບັນເທົາອາການ ຄັນຄາຍ ເປັນຜື່ນຕາມຜິວຫນັງຈາກ ການແພ້ຕ່າງໆທາງຜິວຫນັງ.
ວິທີໃຊ້:
ສຳລັບຜູ້ໃຫຍ່ ແລະເດັກ ອາຍຸເກີນ 12 ປີ ໃຫ້ຮັບປະທານ ວັນລະຄັ້ງ, ຄັ້ງລະເມັດ (10mg).
ສຳລັບເດັກ ລະຫວ່າງ 2-12 ປີ:
- ທີ່ມີ ນໍ້າຫນັກ ຫລາຍກວ່າ 30kg: ໃຫ້ຮັບປະທານ ວັນລະຄັ້ງ ຄັ້ງລະເມັດ (10mg).
- ສ່ວນຜູ້ທີ່ມີນໍ້າຫນັກ ເທົ່າກັບ 30kg ຫລືຕໍ່າກວ່າ ໃຫ້ແບ່ງຮັບປະທານ ຄັ້ງລະເຄິ່ງເມັດ ຮັບປະທານວັນລະຄັ້ງ (5mg).
ຂໍ້ຫ້າມໃຊ້:
ຫ້າມໃຊ້ໃນຜູ້ແພ້ຢານີ້.
ຄຳເຕືອນ:
- ຄົນເຈັບ ທີ່ມີບັນຫາ ຫນ້າທີ່ການທຳງານຂອງຕັບຜິດປົກກະຕິ ຄວນປຶກສາແພດກ່ອນການນໍາໃຊ້.
- ແມ່ຍິງທີ່ຖືພາ ແລະກຳລັງລ້ຽງລູກດ້ວຍນ້ຳນົມແມ່. ຄວນໃຊ້ດ້ວຍຄວາມລະມັດລະວັງ.
- ກັບຜູ້ໃຊ້ຢານີ້ ກ່ອນການນຳໃຊ້ຄວນທຳການກວດຜິວຫນັງ ຫລື ກວດປະຕິກິລິຍາ ທີ່ສຳພັນກັບ Antihistamines ຄວນມີໄລຍະຫ່າງ 48 ຊມ ກ່ອນດຳເນີນການກວດ, ເພາະສາມາດເຮັດໃຫ້ຜົນການກວດຜິດພາດໄດ້.
- ການໃຊ້ຢານີ້ ຮ່ວມກັບ ຢາປະເພດອື່ນເຊັ່ນ Ketoconazole, Macrolide antibiotics, Cimetidine, Theophylline ຫລື ບາງຕົວຢາຊະນິດອື່ນ ສາມາດເກີດປະຕິກິລິຍາ ເຊິ່ງກັນແລະກັນໄດ້ ດັ່ງນັ້ນ ຄວນປຶກສາແພດ ກ່ອນການນໍາໃຊ້.
ຜົນຂ້າງຄຽງ:
ອາການຂ້າງຄຽງ ທີ່ມັກພົບ ປະກອບມີ: ອ່ອນເພຍ, ປວດຫົວ, ງ່ວງຊຶມ, ປາກແຫ້ງ, ປັ່ນປ່ວນລະບົບລະບາຍ, ປຸ້ນທ້ອງ, ເປັນພະຍາດກະເພາະ ແລະ ເປັນຜື່ນຕາມຜິວຫນັງ.
ຮູບແບບ: White table.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
- 1 ກັບມີ 2 ແຜງ, 1 ແຜງມີ 10 ເມັດ
- 1 ກັບມີ 50 ແຜງ, 1 ແຜງມີ 10 ເມັດ
ການເກັບຮັກສາ:
- ເກັບຮັກສາໄວ້ໃນກັບກ່ອງເດີມ, ປິດສະນິດ ຮັກສາໄວ້ໃນທີ່ຮົ່ມ.
- ເກັບຮັກສາ ໃຫ້ຫ່າງຈາກມືເດັກ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ






