ALIFOLATE-5mg

ສ່ວນປະກອບ
Folic acid………………………………………………………5mg

ຂໍ້ບົ່ງໃຊ້
ການຂາດ Folic acid ເປັນສາເຫດໃຫ້ ເປັນພະຍາດເລືອດຈາງທີ່ຊໍາເຮື້ອໄດ້, ຈຶ່ງນໍາໃຊ້ໃນກໍລະນີດັ່ງນີ້:
• ໃຊ້ປີ່ນປົວ ອາການພະຍາດເລືອດຈາງ ທີ່ມີສາເຫດມາຈາກ Folic acid ບໍ່ພຽງພໍ
• ໃຊ້ປ້ອງກັນພະຍາດເລືອດຈາງ ໃນແມ່ຍິງຖືພາ ແລະ ແມ່ຍິງທີ່ລ້ຽງລູກດ້ວຍນ້ຳນົມແມ່

ຂະໜາດບັນຈຸ: 20 ເມັດ/ກ່ອງ, 200 ເມັດ/ກ່ອງ.

ເລກທະບຽນ: 11 L 1037/23.
Download ALIFOLATE-5MG Drug Registration Certificate


ຊື່ທົ່ວໄປ: Folic acid tablets


ຊື່ຜະລິດຕະພັນ: ALIFOLATE


ສ່ວນປະກອບ:  Folic acid……………………………………………………………5mg


ຂໍ້ບົ່ງໃຊ້:
ການຂາດ Folic acid ເປັນສາເຫດໃຫ້ ເປັນພະຍາດເລືອດຈາງທີ່ຊໍາເຮື້ອໄດ້, ຈຶ່ງນໍາໃຊ້ໃນກໍລະນີດັ່ງນີ້:
• ໃຊ້ປີ່ນປົວ ອາການພະຍາດເລືອດຈາງ ທີ່ມີສາເຫດມາຈາກ Folic acid ບໍ່ພຽງພໍ
• ໃຊ້ປ້ອງກັນພະຍາດເລືອດຈາງ ໃນແມ່ຍິງຖືພາ ແລະ ແມ່ຍິງທີ່ລ້ຽງລູກດ້ວຍນ້ຳນົມແມ່


ວິທີໃຊ້:
• ຜູ້ໃຫຍ່: ກິນໃນປະລິມານ 5-10mg (1-2 ເມັດ) ຕໍ່ຄັ້ງ, ກິນ 3 ຄັ້ງ ຕໍ່ວັນ. ຈົນກວ່າປະລິມານເມັດເລືອດຈະກັບຄືນສູ່ສະພາບປົກກະຕິ.
• ເດັກນ້ອຍ: ໃຫ້ກິນໃນປະລິມານ 5mg (1 ເມັດ) ແຕ່ລະຄັ້ງ, ກິນ 3 ຄັ້ງ ຕໍ່ວັນ (ໃນປະລິມານ 5-15mg ຕໍ່ວັນ, ແບ່ງເປັນ 3 ເທື່ອ).
• ໃນແມ່ຍິງໄວຈະເລີນພັນ ກ່ອນການວາງແຜນຄອບຄົວ ກິນກ່ອນ ຢ່າງໜ້ອຍ 1 ເດືອນ ແລະໃຫ້ກິນຢ່າງຕໍ່ເນື່ອງ ໃນໄລຍະຖືພາ ເພາະສາມາດຊ່ວຍປ້ອງກັນການພິການຂອງເດັກແຕ່ກຳເນີດ ລວມທັງປ້ອງກັນ ພະຍາດທາງສະໝອງ ແລະ ສັນຫຼັງໄດ້.


ຂໍ້ຫ້າມໃຊ້:
• ຫ້າມໃຊ້ໃນຜູ້ແພ້ຢານີ້, ຄວນແຈ້ງໃຫ້ແພດຊາບກ່ອນການນໍາໃຊ້ຢາ ໃນກໍລະນີ ມີບັນຫາທາງດ້ານສຸຂະພາບເພື່ອແພດຈະໄດ້ປັບປະລິມານນໍາໃຊ້ທີ່ເຫມາະສົມເພື່ອບໍ່ໃຫ້ເກີດອັນຕະລາຍ ເຊັ່ນ ເປັນພະຍາດກ່ຽວກັບໄຂ່ຫຼັງ ຫຼືຢູ່ໄລຍະການຟອກໄຂ່ຫຼັງ, ເປັນພະຍາດເລືອດຈາງ ຈາກການຕິດເຊື້ອ.
• ການປິ່ນປົວພະຍາດເລືອດຈາງ ບໍ່ສາມາດທົດແທນສະພາບການຂາດ ວິຕາມີນ B12 ໄດ້, ດັ່ງນັ້ນຄົນເຈັບຄວນໄດ້ຮັບຢາ ຕາມແພດກຳນົດຢ່າງຖືກຕ້ອງ ໂດຍບໍ່ຄວນຢຸດໃຊ້ຢາຕົວໃດຕົວໜຶ່ງ.


ຄຳເຕືອນ:
• ການນໍາໃຊ້ Folic acid ໃນປະລິມານເກີນຄວາມຈໍາເປັນ ສາມາດ ເຮັດໃຫ້ການດູດຊຶມ ບາງສານ ເຄມີ ໃນຮ່າງກາຍມີບັນຫາໄດ້ ເຊັ່ນ: ສານສັງກະສີ (Zinc).
• ການໃຫ້ປະລິມານ Folic acid ສູງ ສາມາດເປັນຜົນປະຕິປັກ ຕໍ່ຢາຕ້ານ ບ້າໝູ ໄດ້ ໃນບາງກຸ່ມ ເຊັ່ນ: Phenobarbital, Phenytoin sodium, and Propafenone.
• ພະຍາດເລືອດຈາງສ່ວນໃຫຍ່ ຈະຕາມມາດ້ວຍ ການຂາດສານເກືອແຮ່ ແລະວິຕາມິນຕ່າງໆ ດັ່ງນັ້ນ ຄວນມີການບໍາລຸງ ທາງໂພສະນາການຢ່າງຕໍ່ເນື່ອງຕື່ມ ເຊັ່ນ: ທາດເຫຼັກ, ໂປຼຕີນ, ບັນດາ ວິຕາມີນກຸ່ມ B ເປັນຕົ້ນ.


ຜົນຂ້າງຄຽງ:
•  ຜົນຂ້າງຄຽງໃນການນໍາໃຊ້ບໍ່ຄ່ອຍພົບ, ແຕ່ການນໍາໃຊ້ຢາ ເປັນເວລານານ ແລະເກີນປະລິມານ ຈະພົບເຫັນອາການເຫຼົ່ານີ້ ເຊັ່ນ:ຮູ້ສຶກມຶນ, ຊາ ຫຼືຄັນ ຕາມຮ່າງກາຍ, ເຈັບປວດບໍລິເວນປາກ ແລະລີ້ນ, ບໍ່ມີແຮງ, ສັບສົນມຶນງົງ, ກະວົນກະວາຍ ບໍ່ມີສະມາທິ, ມີອາການຜິດປົກກະຕິທາງກະເພາະລໍາໄສ້, ປັດສະວະ ປ່ຽນສີ.


ຮູບແບບ: ຢາເມັດສີເຫຼືອງອ່ອນ.


ວັນທີໝົດອາຍຸ : 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:
•  10 ເມັດ/ແຜງ, 2 ແຜງ/ກ່ອງ.
•  10 ເມັດ/ແຜງ, 20 ແຜງ/ກ່ອງ.


ການເກັບຮັກສາ:
• ເກັບຮັກສາໃນກັບກ່ອງເດີມປິດສະນິດ ປ້ອງກັນບໍ່ໃຫ້ຖືກແສງແດດໂດຍກົງ.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ