ALIMODIPINE

ສ່ວນປະກອບ
Amlodipine besylate …………………………………………………………….10mg

ຂໍ້ບົ່ງໃຊ້
• ໃຊ້ເປັນຢາຫຼຸດຜ່ອນຄວາມດັນ ຈັດໃນກຸ່ມ ແຄນຊຽມຊາແນນບລອກເກີ ໃຊ້ປິ່ນປົວຄວາມດັນໄລຍະຕົ້ນ ສາມາດໃຊ້ດ່ຽວຫຼື ໃຊ້ປະສົມກັບຢາອື່ນ.
• ໃຊ້ປິ່ນປົວອາການເຈັບແໜ້ນໜ້າເອິກ ໃນຄົນເຈັບທີ່ເປັນໂລກຫຼອດເລືອດຫົວໃຈຕີບຊໍາເຮື້ອ ແລະຫຼອດເລືອດຫົວໃຈຕີບຊະນິດແປປ່ວນ ປ່ຽນແປງ (Angina pectoris and Variant angina pectoris) ສາມາດໃຊ້ດ່ຽວ ຫຼື ໃຊ້ປະສົມກັບຢາຕົວອື່ນ.

ຂະໜາດບັນຈຸ: 24 ເມັດ/ກ່ອງ, 600 ເມັດ/ກ່ອງ.

ເລກທະບຽນ: 12 L 1048/23
Download ALIMODIPINE Drug Registration Certificate


ຊື່ທົ່ວໄປ:  Amlodipine besylate tablet


ຊື່ຜະລິດຕະພັນ: ALIMODIPINE


ສ່ວນປະກອບ: Amlodipine besylate ……………………………………………..10mg.


ຂໍ້ບົ່ງໃຊ້:
• ໃຊ້ເປັນຢາຫຼຸດຜ່ອນຄວາມດັນ ຈັດໃນກຸ່ມ ແຄນຊຽມຊາແນນບລອກເກີ ໃຊ້ປິ່ນປົວຄວາມດັນໄລຍະຕົ້ນ ສາມາດໃຊ້ດ່ຽວຫຼື ໃຊ້ປະສົມກັບຢາອື່ນ.
• ໃຊ້ປິ່ນປົວອາການເຈັບແໜ້ນໜ້າເອິກ ໃນຄົນເຈັບທີ່ເປັນໂລກຫຼອດເລືອດຫົວໃຈຕີບຊໍາເຮື້ອ ແລະຫຼອດເລືອດຫົວໃຈຕີບຊະນິດແປປ່ວນ ປ່ຽນແປງ (Angina pectoris and Variant angina pectoris) ສາມາດໃຊ້ດ່ຽວ ຫຼື ໃຊ້ປະສົມກັບຢາຕົວອື່ນ.


ວິທີໃຊ້:
• ໃຊ້ປິ່ນປົວຄວາມດັນ: ໃຊ້ໃນປະລິມານເບື່ອງຕົ້ນໃຊ້ກິນ 5mg ວັນລະຄັ້ງ, ປະລິມານສູງສຸດ 10mg ວັນລະຄັ້ງ. ສຳລັບຄົນເຈັບທີ່ເປັນຜູ້ສູງອາຍຸ ແລະຄົນເຈັບທີ່ມີໜ້າທີ່ການທຳງານຂອງຕັບບົກຜ່ອງໃຊ້ໃນປະລິມານ 2.5mg ວັນລະຄັ້ງ.
• ໃຊ້ປິ່ນປົວອາການຫຼອດເລືອດຫົວໃຈຕີບ (Angina pectoris): ໃຊ້ໃນປະລິມານເລີ່ມຕົ້ນ 5mg-10mg ວັນລະຄັ້ງ, ສຳລັບຄົນເຈັບທີ່ເປັນຜູ້ສູງອາຍຸ ແລະຄົນເຈັບທີ່ມີໜ້າທີ່ການທຳງານຂອງຕັບບົກຜ່ອງໃຊ້ໃນປະລິມານ 10mg ຕໍ່ວັນ


ຂໍ້ຫ້າມໃຊ້:
•  ຫ້າມໃຊ້ໃນ ຄົນທີ່ແພ້ຢານີ້ ແລະ ຄົນທີ່ແພ້ຢາໃນກຸ່ມ Calcium antagonists.ຫ້າມໃຊ້ໃນ ຄົນທີ່ແພ້ຢານີ້ ແລະ ຄົນທີ່ແພ້ຢາໃນກຸ່ມ Calcium antagonists.


ຄຳເຕືອນ:
• ໃຊ້ດ້ວຍຄວາມລະມັດລະວັງ ໃນຄົນເຈັບ ທີ່ມີຫຼອດເລືອດຫົວໃຈຕີບຕັນ ແລະກ້າມເນື້ອຫົວໃຈຕາຍ.
• ໃນຄົນເຈັບທີ່ມີຄວາມດັນເລືອດຕໍ່າ.
• ໃຊ້ຢ່າງລະມັດລະວັງໃນຄົນເຈັບທີ່ມີ ໂລກຫົວໃຈລົ້ມເຫຼວ, ຄົນເຈັບທີ່ມີການທຳງານຂອງຕັບ, ໄຂ່ຫຼັງ ລົ້ມເຫຼວ.
• ແມ່ຍິງຖືພາ ແລະຢູ່ໃນລະຫວ່າງລ້ຽງລູກດ້ວຍນ້ຳນົມຄວນໃຊ້ຕາມການແນະນໍາຂອງແພດ.
• ສຳລັບຄົນເຈັບເປັນຜູ້ສູງອາຍຸ ຄວນໃຊ້ໃນປະລິມານໜ້ອຍ ໃນຕອນແລກ ແລະຄ່ອຍປັບປະລິມານເພີ່ມຂຶ້ນ ຕາມການແນະນໍາຂອງແພດ.


ຜົນຂ້າງຄຽງ:
•  ຜົນຂ້າງຄຽງທີ່ມັກເກີດ ມີ ອາການປວດຫົວ, ບວມ, ອ່ອນເພຍ, ນອນບໍ່ຫຼັບ ເຈັບປວດໜ້າເອີກ ຫົວໃຈ ປວດທ້ອງ, ໜ້າແດງ, ໃຈສັ່ນ, ວິນວຽນຫົວ ອາການຂ້າງຄຽງທີ່ພົບໜ້ອຍ ມີ ອາການຄັນ, ເປັນຜື່ນ, ຫາຍໃຈລໍາບາກ ກ້າມເນື້ອຈັງເປັນຕະຄິວ ແລະອາຫານບໍ່ຍ່ອຍ...


ຮູບແບບ: ຢາເມັດສີຂາວ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:
•  12 ເມັດ/ແຜງ, 2 ແຜງ/ກ່ອງ.
•  12 ເມັດ/ແຜງ, 50 ແຜງ/ກ່ອງ.


ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງເດີມ, ໄວ້ໃນອຸນນະພູມເຢັນ ແຫ້ງ ບໍ່ໃຫ້ຖືກແສງສະຫວ່າງ.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ