ຊື່ທົ່ວໄປ: Ibuprofen tablets
ຊື່ຜະລິດຕະພັນ: Allibufen Tablets
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Ibuprofen………………………………….400mg
ຂໍ້ບົ່ງໃຊ້: ບັນເທົາອາການປວດເລັກນ້ອຍຫາປານກາງ, ບັນເທົາອາການໄຂ້, ອາການປວດໃນປະດົງຂໍ້.
ວິທີໃຊ້:
• ໃຊ້ບັນເທົາອາການປວດ, ຫຼຸດໄຂ້ ໃຊ້ໃນປະລິມານ 200-400ມກ ກິນ 3-4 ຄັ້ງຕໍ່ວັນ, ສູງສຸດບໍ່ໃຫ້ກິນເກີນ 1200ມກ/ວັນ. ໃຊ້ຕິດຕໍ່ກັນບໍ່ໃຫ້ເກີນ 8ວັນ, ສໍາລັບການໃຊ້ແກ້ປວດປະດົງ ມື້ໜຶ່ງບໍ່ໃຫ້ເກີນ 3200ມກ.
ຂໍ້ຫ້າມໃຊ້:
• ຫ້າມໃຊ້ກັບເດັກຕ່ຳກວ່າ 3 ເດືອນ, ຄົນເຈັບທີ່ມີອາການແພ້ຢານີ້, ກະເພາະອັກເສບ, ມີບັນຫາກ່ຽວກັບການກ້າມຂອງເລືອດ, ເລືອດໄຫຼບໍ່ຢຸດ, ການຜ່າຕັດທີ່ມີຄວາມສ່ຽງໃນການເສຍເລືອດ, ກັບຄົນທີ່ມີຕັບ ແລະ ໝາກໄຂ່ຫຼັງຊຸດໂຊມ, ຄົນເຈັບທີ່ມີພະຍາດຫົວໃຈ, ຂາດສານອາຫານ, ພາວະຂາດນ້ຳ ຫຼື ຜູ້ຕິດເຊື້ອທີ່ມີອາການຮຸນແຮງ.
• ຫ້າມໃຊ້ຢານີ້ໃນແມ່ຍິງຖືພາ.
ຄຳເຕືອນ:
• ໃຫ້ໃຊ້ຢ່າງລະມັດລະວັງໃນຜູ້ສູງອາຍຸ ແລະ ຄົນເຈັບທີ່ມີພະຍາດຫອບຫືດ.
• ຫ້າມໃຊ້ຮ່ວມກັບຢາ: methotrexate, anticoagulants ແລະ NSAIDs.
• ໃຫ້ລະວັງ ແລະ ມີການຕິດຕາມການໃຊ້ຮ່ວມກັບຢາຂັບປັດສະວະ ແລະ ຢາກຸ່ມ angiotensin-converting Enzyme inhibitors (ຄວນດື່ມນໍ້າຫຼາຍໆເວລານໍາໃຊ້ຢານີ້ ເພື່ີອປ້ອງກັນພິດຕົກຄ້າງຕໍ່ໝາກໄຂ່ຫຼັງ).
ຜົນຂ້າງຄຽງ:
• ອາດເຮັດໃຫ້ເກີດອາການແພ້, ເຈັບກະເພາະ, ເລືອດໄຫຼບໍ່ຢຸດ, ໝາກໄຂ່ຫຼັງຊຸດໂຊມ.
ຮູບແບບ: ຢາເມັດສີເຫຼືອງ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
• ບັນຈຸ 2 ແຜງ, 1 ແຜ່ງມີ 10 ເມັດ.
• ບັນຈຸ 50 ແຜງ, 1 ແຜ່ງມີ 10 ເມັດ.
ການເກັບຮັກສາ:
• ເກັບໄວ້ບ່ອນບໍ່ມີແສງແດດ ແລະ ຄວາມຊຸ່ມ ທີ່ມີອຸນຫະພູມຕ່ຳກວ່າ 25ᵒC.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ