ALLIMEFMIC-500

ສ່ວນປະກອບ
Mefenamic Acid…………………………………………………..500mg

ຂໍ້ບົ່ງໃຊ້
ໃຊ້ບັນເທົາອາການເຈັບປວດເລັກໜ້ອຍຫາປານກາງ ເຊັ່ນ: ປວດຫົວ, ເຈັບແຂ້ວ, ເຈັບປວດຕາມກ້າມເນື້ອ, ປວດຕາມກະດູກ, ປວດບາດແຜ, ປວດບາດແຜຫຼັງການຜ່າຕັດ, ປວດປະດົງ ແລະ ອື່ນໆ. ນອກຈາກນັ້ນ, ຍັງບັນເທົາການປວດຈາກປະຈໍາເດືອນ.

ຂະໜາດບັນຈຸ: 20 ເມັດ/ກ່ອງ, 500 ເມັດ/ກ່ອງ.

ເລກທະບຽນ: 11 L 0942/22.

Download ALLIMEFMIC-500MG Drug Registration Certificate


ຊື່ທົ່ວໄປ: Mefenamic acid tablets


ຊື່ຜະລິດຕະພັນ: AlliMefmic-500MG


ສ່ວນປະກອບ:    
ໃນ 1 ເມັດປະກອບດ້ວຍ:
Mefenamic acid……………………………….500mg


ຂໍ້ບົ່ງໃຊ້:
•  ໃຊ້ບັນເທົາອາການເຈັບປວດເລັກໜ້ອຍຫາປານກາງ ເຊັ່ນ: ປວດຫົວ, ເຈັບແຂ້ວ, ເຈັບປວດຕາມກ້າມເນື້ອ, ປວດຕາມກະດູກ, ປວດບາດແຜ, ປວດບາດແຜຫຼັງການຜ່າຕັດ, ປວດປະດົງ ແລະ ອື່ນໆ. ນອກຈາກນັ້ນ, ຍັງບັນເທົາການປວດຈາກປະຈໍາເດືອນ.


ວິທີໃຊ້:
•  ຜູ້ໃຫຍ່ ໃຊ້ແກ້ປວດ ຫຼື ຮັກສາປະຈຳເດືອນ ຄັ້ງແລກແມ່ນກິນ 1 ເມັດ ( 500mg ), ສືບຕໍ່ກິນເຄີ່ງເມັດ (250mg) ໃນທຸກໆ 6 ຊົ່ວໂມງ. ບໍ່ຄວນກິນຕິດຕໍ່ກັນເກີນ 7 ວັນ


ຂໍ້ຫ້າມໃຊ້:                
•  ຫ້າມໃຊ້ໃນຜູ້ແພ້ຢານີ້ ແລະ ຢາຕ້ານການອັກເສບໃນກຸ່ມ NSAIDs.
•  ຫ້າມໃຊ້ໃນຜູ້ເປັນບາດແຜໃນກະເພາະອາຫານ.
•  ລຳໄສ້ອັກເສບ.
•  ຫ້າມໃຊ້ໃນແມ່ຍິງຖືພາ ແລະ ແມ່ຍິງທີ່ກຳລັງລ້ຽງລູກດ້ວຍນ້ຳນົມແມ່.


ຄຳເຕືອນ:
•  ຜູ້ທີ່ມີອາການແພ້ຢາ Aspirin ຫຼື ຢາແກ້ອັກເສບທີ່ຢູ່ໃນກຸ່ມ NSAIDs ອາດມີອາການແພ້ຕໍ່ຢານີ້ ແລະ ຍັງສາມາດເຮັດໃຫ້ເກີດພາວະຫຼອດລົມຫົດເກັງໃນຜູ້ປ່ວຍທີ່ມີໂລກຫອບຫືດທີ່ແພ້ຢາ Aspirin.
•  ຄວນກິນຢານີ້ຫຼັງອາຫານ ຫຼື ພ້ອມອາຫານ ເພື່ອຫຼຸດຜ່ອນການລະຄາຍເຄືອງຕໍ່ກະເພາະລຳໄສ້.
•  ບໍ່ຄວນກິນຢານີ້ຕິດຕໍ່ກັນເກີນ 7 ວັນ
•  ເມື່ອມີອາການຖອກທ້ອງ ແລະ ມີຕຸ່ມຜື່ນເກີດຂຶ້ນໃນໄລຍະການໃຊ້ຢານີ້, ຄວນຢຸດໃຊ້ທັນທີ.
•  ຄວນໃຊ້ຢ່າງລະມັດລະວັງໃນຜູ້ປ່ວຍທີ່ເປັນມະເຮັງ ເພາະວ່າມັນສາມາດເພີ່ມຄວາມເປັນພິດຕໍ່ກະເພາະລຳໄສ້ ແລະ ໝາກໄຂ່ຫຼັງ ລວມທັງຢັບຢັ້ງການເຮັດວຽກຂອງ ເມັດເລືອດນ້ອຍ (platelet).


ຜົນຂ້າງຄຽງ:
•  ຜົນຂ້າງຄຽງອາດພາໃຫ້ປວດຫົວ, ວິນວຽນ, ປຸ້ນທ້ອງ, ຮາກ, ເບື່ອອາຫານ, ອາຫານບໍ່ຍ່ອຍ, ເຫື່ອອອກ, ຫາຍໃຈບໍ່ສະດວກ, ນອນບໍ່ຫຼັບອື່ນໆ ແລະ ໃນກໍລະນີມີອາການຮຸນແຮງອາດເຮັດໃຫ້ເກີດບາດແຜໃນກະເພາະອາຫານໄດ້.


ຮູບແບບ: ຢາເມັດສີຂາວ.


ວັນທີໝົດອາຍຸ:  24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:
•  ບັນຈຸ 2 ແຜງ, 1 ແຜ່ງມີ 10 ເມັດ.
•  ບັນຈຸ 50 ແຜງ, 1 ແຜ່ງມີ 10 ເມັດ.


ການເກັບຮັກສາ:
•  ເກັບໄວ້ບ່ອນບໍ່ມີແສງແດດ ແລະ ຄວາມຊຸ່ມ ພາຍໃຕ້ອຸນຫະພູມ 25ᵒC
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ