AMOX-500

ສ່ວນປະກອບ
Amoxicillin……………….500mg

ຂໍ້ບົ່ງໃຊ້
ໃຊ້ປິ່ນປົວອາການອັກເສບເຊັ່ນ: ທາງເດີນປັດສະວະ, ທາງເດີນຫາຍໃຈ, ຫຼອດລົມ, ຫຼອດປອດ, ຫູສ່ວນກາງ, ແຂ້ວ, ກະດູກ. ໃຊ້ປິ່ນປົວພະຍາດຕິດແປດຂອງເດັກ, ພະຍາດຍິງ ແລະ ພະຍາດໜອງໃນ. ໃຊ້ກຳຈັດເຊື້ອ Helicobacter pylori. ໃຊ້ປ້ອງກັນກ້າມເນື້ອ ຫົວໃຈອັກເສບ.

ຂະໜາດບັນຈຸ: 100 ແຄັບຊູນ/ກ່ອງ.

ເລກທະບຽນ: 04 I 5470/23.
Download AMOX-500 Drug Registration Certificate


ສ່ວນປະກອບ:
ໃນ 1 ແຄັບຊູນປະກອບດ້ວຍ:
Amoxycillin Trihydrate BP equivalent to Amoxycillin…………………. 500mg


ຂໍ້ບົ່ງໃຊ້: 
ໃຊ້ປິ່ນປົວອາການອັກເສບເຊັ່ນ: ທາງເດີນປັດສະວະ, ທາງເດີນຫາຍໃຈ, ຫຼອດລົມ, ຫຼອດປອດ, ຫູສ່ວນກາງ, ແຂ້ວ, ກະດູກ. ໃຊ້ປິ່ນປົວພະຍາດຕິດແປດຂອງເດັກ, ພະຍາດຍິງ ແລະ ພະຍາດໜອງໃນ. ໃຊ້ກຳຈັດເຊື້ອ Helicobacter pylori. ໃຊ້ປ້ອງກັນກ້າມເນື້ອ ຫົວໃຈອັກເສບ


ວິທີໃຊ້:
• ໃຊ້ປິ່ນປົວ ການອັກເສບຢ່າງຮຸນແຮງຈາກການຕິດເຊື້ອ: - ຜູ້ໃຫຍ່ ແລະ ເດັກອາຍຸເກີນ 10 ປີ: 1 ແຄັບຊູນ, ທຸກໆ 8 ຊົ່ວໂມງ - ເດັກອາຍຸຕ່ຳກ່ວາ 10 ປີ: ½ ແຄັບຊູນ, ທຸກໆ 8 ຊົ່ວໂມງ ( ຫຼື ໃຊ້ຕາມຄໍາສັ່ງແພດ ).
• ໃຊ້ປິ່ນປົວ ທາງເດີນຫາຍໃຈອັກເສບຢ່າງຮຸນແຮງ ຫຼື ມີແຜເປັນໜອງຊຳເຮື້ອ: ຜູ້ໃຫຍ່: 6 ແຄັບຊູນ, ທຸກໆ 12 ຊົ່ວໂມງ.
•  ແຂ້ວອັກເສບ ເປັນໜອງ: ຜູ້ໃຫຍ່: 6 ແຄັບຊູນ, ກິນເພີ່ມອີກຄັ້ງໜຶ່ງພາຍຫຼັງ 8 ຊົ່ວໂມງ.
•  ທາງເດີນປັດສະວະອັກເສບ: ຜູ້ໃຫຍ່: 6 ແຄັບຊູນ, ກິນເພີ່ມອີກຄັ້ງໜຶ່ງພາຍຫຼັງ 10-12 ຊົ່ວໂມງ.
•  ພະຍາດໜອງໃນ: ຜູ້ໃຫຍ່:6 ແຄັບຊູນ ຄັ້ງດຽວ.
•  ອັກເສບ ຫູສ່ວນກາງ: ເດັກອາຍຸ 3-10 ປີ: 11/2 ແຄັບຊູນ, 2 ຄັ້ງຕໍ່ມື້ ສໍາລັບ 2 ມື້.


ຂໍ້ຫ້າມໃຊ້:
•  ບໍ່ຄວນໃຊ້ກັບຄົນເຈັບທີ່ເຄີຍແພ້ຕໍ່ຢາ Penicillin.


ຄຳເຕືອນ:
•  ຄວນໃຊ້ຢ່າງລະວັງກັບຄົນທີ່ເຄີຍແພ້ຢານີ້.
•  ຄົນທີ່ມີໝາກໄຂ່ຫຼັງຊຸດໂຊມ
•  ແມ່ຍິງຖືພາ ແລະ ລ້ຽງລູກດ້ວຍນົມແມ່.


ຜົນຂ້າງຄຽງ: ມີອາການ ປຸ້ນທ້ອງປວດຮາກ, ຮາກ, ຖອກທ້ອງ, ຄັນຕາມຕົນຕົວ (ມີອາການແພ້ຢ່າງຮຸນແຮງ ຫຼື ເກີດອາການເບື່ອ ຄວນຢຸດໃຊ້ຢານີ້). ອາການແພ້ຢ່າງຮຸນແຮງ ຈະເກີດຜື່ນແດງ ແລະ ສາມາດເກີດອາການຊັອກໄດ້.


ຮູບແບບ: ແຄັບຊູນສີນໍ້າຕານ-ສີເຫຼືອງ.


ວັນທີໝົດອາຍຸ: 3 ປີ ຫຼັງຈາກວັນຜະລິດ.


ຂະໜາດບັນຈຸ:
•  ບັນຈຸ 10 ແຜງ, 1 ແຜງ ມີ 10ເມັດ.


ການເກັບຮັກສາ:
•  ເກັບຢາໄວ້ບ່ອນທີ່ມີອຸນຫະພູມຕ່ຳກ່ວາ 30°C.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ