AVASTATIN

ສ່ວນປະກອບ
Atorvastatin Calcium……….20mg

ຂໍ້ບົ່ງໃຊ້
ໃຊ້ເປັນຢາ ລົດໄຂມັນໃນເສັ້ນເລືອດ ໃຊ້ປ້ອງກັນພະຍາດຫຼອດເລືອດຫົວໃຈ ແລະພະຍາດຫຼອດເລືອດໃນສະໝອງ ໃນຄົນເຈັບທີ່ມີຄວາມສ່ຽງສູງຈາກໄຂມັນສູງ.

ຂະໜາດບັນຈຸ: 24 ເມັດ/ກ່ອງ, 600 ເມັດ/ກ່ອງ.

ເລກທະບຽນ: 12 L 1050/23
Download AVASTATIN Drug Registration Certificate


ຊື່ທົ່ວໄປ:  Atorvastatin calcium tablet


ຊື່ຜະລິດຕະພັນ: AVASTATIN


ສ່ວນປະກອບ: Atorvastatin Calcium……….20mg.


ຂໍ້ບົ່ງໃຊ້:
ໃຊ້ເປັນຢາ ລົດໄຂມັນໃນເສັ້ນເລືອດ ໃຊ້ປ້ອງກັນພະຍາດຫຼອດເລືອດຫົວໃຈ ແລະພະຍາດຫຼອດເລືອດໃນສະໝອງ ໃນຄົນເຈັບທີ່ມີຄວາມສ່ຽງສູງຈາກໄຂມັນສູງ.


ວິທີໃຊ້:
• ໃຊ້ກິນ ຄັ້ງລະ 10 ຫຼື 20mg ກິນວັນລະຄັ້ງ ເພື່ອຫຼຸດຜ່ອນ ໄຂມັນ ຫຼື ໂກເລັສເຕລອນໃນເສັ້ນເລືອດ.
• ສຳລັບການປິ່ນປົວໄຂມັນໃນເສັ້ນເລືອດຊະນິດ Heterozygous type ທີ່ຈັດໃຫ້ກຸ່ມ Hypercholesterolemia ຈາກກໍາມະພັນ: ໃຊ້ກິນໂດຍເລີ່ມຈາກປະລິມານ 10mg/ວັນ, ກິນວັນລະຄັ້ງ ແລະສາມາດຄ່ອຍປັບປະລິມານຂຶ້ນ ຮອດ 40mg/ ວັນ ພາຍໃນ ເວລາ 4 ອາທິດ ແຕ່ປະລິມານສູງສຸດ ບໍ່ໃຫ້ເກີນ 80mg/ວັນ.
• ສຳລັບການປິ່ນປົວໄຂມັນໃນເສັ້ນເລືອດສູງ ທີ່ມີສາເຫດຈາກກຳມະພັນ (Homozygous familial hypercholesterolemia): ແນະນໍາໃຫ້ໃຊ້ ໃນປະລິມານ 10-80mg/ວັນ.


ຂໍ້ຫ້າມໃຊ້:
• ຫ້າມໃຊ້ກັບຜູ້ແພ້ຢານີ້ ຫຼືແພ້ສ່ວນປະກອບຂອງຢາ.
• ຫ້າມໃຊ້ກັບຄົນທີ່ມີບັນຫາສະພາບຕັບຊຸດໂຊມ.
• ຫ້າມໃຊ້ໃນແມ່ຍິງຖືພາ.
• ຫ້າມໃຊ້ໃນແມ່ຍິງທີ່ລ້ຽງລູກດ້ວຍນ້ຳນົມແມ່.


ຄຳເຕືອນ:
•  Use with caution in children.
•  Elderly people should be careful with medication.


ຜົນຂ້າງຄຽງ:
• ບາງກໍລະນີການໃຊ້ຢານີ້ ສາມາດເຮັດໃຫ້ໄຂ່ຫຼັງຢຸດທຳງານກະທັນຫັນ ຈາກສາເຫດເມັດເລືອດແດງແຕກ ແລະເກີດສະພາບ ມີໂອໂກລບີນ ອອກມາໃນນໍ້າປັດສະວະ (Myoglobinuria).
• ສາມາດເຮັດໃຫ້ການທຳງານຂອງຕັບຜິດປົກກະຕິ.
• ມີຜົນຕໍ່ການທຳງານການສັງເຄາະສານພິດ ຂອງຕ່ອມເທິງໄຂ່ຫຼັງ ລວມເຖິງອະໄວຍະວະສືບພັນ.
• ເປັນພິດຕໍ່ ລະບົບປະສາດສູນກາງ; ໃຊ້ດ້ວຍຄວາມລະມັດລະວັງໃນ ຜູ້ສູງອາຍຸ ແລະໃນເດັກ.


ຮູບແບບ: ຢາເມັດສີຂາວ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:
•  12 ເມັດ/ແຜງ, 2 ແຜງ/ກ່ອງ.
•  12 ເມັດ/ແຜງ, 50 ແຜງ/ກ່ອງ.


ການເກັບຮັກສາ:
• ເກັບຮັກສາ ໃນອຸນຫະພູມຂອງຫ້ອງ 20-25℃.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ