CABOZAN

ສ່ວນປະກອບ
Cabozantinib (S)-Malate……………………………20mg

ຂໍ້ບົ່ງໃຊ້
CABOZAN ເປັນສານຢັບຢັ້ງ kinase, ເໝາະສຳລັບການປິ່ນປົວຄົນເຈັບທີ່ເປັນພະຍາດມະເຮັງ thyroid medullary (MTC), ມະເຮັງໝາກໄຂ່ຫຼັງ ແລະ ມະເຮັງຕັບ.

ຂະໜາດບັນຈຸ: 90 ແຄັບຊູນ/ກ່ອງ.

ເລກທະບຽນ: 03 L 0957/23.
Download Cabozan Drug Registration Certificate


ຊື່ຜະລິດຕະພັນ: CABOZAN


ສ່ວນປະກອບ:
ໃນ 1 ແຄັບຊູນປະກອບດ້ວຍ:
Cabozantinib (S)-Malate…………….20mg


ຂໍ້ບົ່ງໃຊ້:
CABOZAN ເປັນສານຢັບຢັ້ງ kinase, ເໝາະສຳລັບການປິ່ນປົວຄົນເຈັບທີ່ເປັນພະຍາດມະເຮັງ thyroid medullary (MTC), ມະເຮັງໝາກໄຂ່ຫຼັງ ແລະ ມະເຮັງຕັບ.


ວິທີໃຊ້:
• ປະລິມານທີ່ແນະນຳ: ກິນ 140 ມກ, 1 ຄັ້ງຕໍ່ວັນ.
• ແນະນຳຄົນເຈັບບໍ່ໃຫ້ກິນອາຫານຢ່າງໜ້ອຍ 2 ຊົ່ວໂມງກ່ອນ ແລະ ຢ່າງໜ້ອຍ 1 ຊົ່ວໂມງຫຼັງກິນ CABOZAN.
• ຄົນເຈັບທີ່ມີຄວາມບົກຜ່ອງທາງດ້ານຕັບເລັກນ້ອຍຫາປານກາງ, ປະລິມານທີ່ແນະນຳຂອງ CABOZAN ແມ່ນ 80 ມກ.


ຂໍ້ຫ້າມໃຊ້:
•  ຄວາມອ່ອນໄຫວຕໍ່ກັບຢານີ້ ຫຼືສ່ວນປະກອບໃດໆໃນສູດ.


ຄຳເຕືອນ:
• Risk of GI Perforations and Fistulas: ຕິດຕາມອາການ, ຢຸດໃຊ້ CABOZAN, ຖ້າຮູທະວານຢູ່ລະດັບ 4 (Grade 4 fistula) ຫຼື Perforations ເກີດຂື້ນ.
• ການຕົກເລືອດ: ຫ້າມໃຫ້ຢາ CABOZAN ຖ້າມີປະຫວັດການຕົກເລືອດ.
• ເຫດການເສັ້ນເລືອດອຸດຕັນ: ຢຸດໃຊ້ CABOZAN ສຳລັບຄົນເຈັບທີ່ກ້າມເນື້ອຫົວໃຈຕາຍ/ຂາດເລືອດ ຫຼື ເຫດການເສັ້ນເລືອດອຸດຕັນໃນຫຼອດເລືອດແດງ ຫຼື ດຳ ທີ່ຮ້າຍແຮງ.
• ການປິ່ນປົວບາດແຜທີ່ເສຍຫາຍ: ຢຸດໃຊ້ CABOZAN ຢ່າງໜ້ອຍ 3 ອາທິດ ກ່ອນການຜ່າຕັດທາງເລືອກ, ຢຸດໃຊ້ຢາຢ່າງໜ້ອຍ 2 ອາທິດຫຼັງການຜ່າຕັດໃຫຍ່ຈົນກວ່າບາດແຜຈະຫາຍດີ. ຄວາມປອດໄພຫຼັງການກັບມາໃຊ້ CABOZAN ຄືນໃໝ່ຫຼັງການປິ່ນປົວພາວະແຊກຊ້ອນຈາກບາດແຜແມ່ນຍັງບໍ່ທັນແນ່ນອນ.
• ຄວາມດັນເລືອດສູງ ແລະ ວິກິດຄວາມດັນເລືອດສູງ: ຕິດຕາມຄວາມດັນເລືອດເປັນປະຈຳ, ເມື່ອຢຸດໃຊ້ຢາຕ້ານຄວາມດັນເລືອດສູງ, ແຕ່ບໍ່ສາມາດຄວບຄຸມຄວາມດັນເລືອດໄດ້, ຢຸດໃຊ້ CABOZAN ສຳຫຼັບຄົນເຈັບທີ່ມີຄວາມດັນເລືອດສູງທີ່ຮ້າຍແຮງ ແລະ ບໍ່ສາມາດຄວບຄຸມດ້ວຍຢາຕ້ານຄວາມດັນເລືອດສູງ.
• Osteonecrosis of the Jaw (ONJ): ຢຸດໃຊ້ CABOZAN ເປັນເວລາຢ່າງໜ້ອຍ 3 ອາທິດກ່ອນການຜ່າຕັດແຂ້ວ ແລະ ເພື່ອການພັດທະນາຂອງ ONJ. Vb
• ຖອກທ້ອງ: ອາດມີອາການຮຸນແຮງ, ຢຸດໃຊ້ CABOZAN ທັນທີ່ຈົນກວ່າອາການຖອກທ້ອງຈະເປັນຕົກກະຕິກ ຫຼື ຫຼຸດລົງເຖີງລະດັບ1.
• ອາການມື ແລະ ຕີນບວມແດງ (Palmar-Plantar Erythrodysesthesia (PPE)): ຢຸດໃຊ້ CABOZAN ຈົນກວ່າອາການ PPE ຂະຫຼຸດລົງເຖີງລະດັບ1.
• ໂປຼຕີນໃນປັດສະວະ (Proteinuria): ຕິດຕາມທາດໂປຼຕີນໃນປັດສະວະ ແລະ ຢຸດໃຊ້ສຳຫຼັບຄົນເຈັບທີ່ເປັນພະຍາດໝາກໄຂ່ຫຼັງ.
• Reversible Posterior Leukoencephalopathy Syndrome (RPLS): ຢຸດໃຊ້ CABOZAN.
• ຄວາມເປັນພິດຕໍ່ຕົວອອນ ແລະ ລູກໃນທ້ອງ: ອາດເຮັດໃຫ້ເກີດອັນຕະລາຍຕໍ່ເດັກໃນທ້ອງ, ແນະນຳໃຫ້ແມ່ຍິງທີ່ມີທ່າແຮງການຈະເລີນພັນທີ່ມີຄວາມສ່ຽງກັບເດັກໃນທ້ອງ ແລະ ນໍາໃຊ້ການຄຸມກໍາເນີດທີ່ມີປະສິດທິພາບ.


ຜົນຂ້າງຄຽງ:
• ຜົນຂ້າງຄຽງທີ່ມັກພົບ (≥ 25%) ແມ່ນອາການຖອກທ້ອງ, ປາກອັກເສບ, ອາການມື ແລະ ຕີນບວມແດງ, ນໍ້າໜັກຫຼຸດລົງ, ການຢາກອາການຫຼຸດລົງ, ປວດຮາກ, ເມື່ອຍລ້າ, ເຈັບປາກ, ສີຜົມປ່ຽນ, ການຮັບຣົດຊາດຜິດປົກກະຕິກ, ຄວາມດັນເລືອດສູງ ແລະ ເຈັບທ້ອງ.
• ຄວາມຜິດປົກກະຕິກໃນຫ້ອງທົດລອງທີ່ພົບຫຼາຍທີ່ສຸດແມ່ນ (≥ 25%) ASTເພີ່ມຂື້ນ, ALTເພີ່ມຂື້ນ, lymphopenia, alkaline phosphatase ເພີ່ມຂື້ນ, ແຄວຊ້ຽມໃນເລືອດຕ່ຳ, neutropenia, ເມັດເລືອດນ້ອຍຕ່ຳ, ນ້ຳຕານໃນເລືອດຕ່ຳ ແລະ ຕົວເຫຼືອງ.


ຮູບແບບ: ແຄັບຊູນສີຟ້າ.


ວັນທີໝົດອາຍຸ:  24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:
•  90 ແຄັບຊູນ/ກ່ອງ.


ການເກັບຮັກສາ:
• ເກັບໄວ້ບ່ອນບໍ່ມີແສງແດດ ແລະ ຄວາມຊຸ່ມ ພາຍໃຕ້ອຸນຫະພູມ 30ᵒC.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ