CAPANIB

ສ່ວນປະກອບ
Capmatinib……………………200mg

ຂໍ້ບົ່ງໃຊ້
ໃຊ້ປິ່ນປົວມະເຮັງ ຊະນິດ non-small cell lung cancer (NSCLC) ສຳລັບຜູ້ໃຫຍ່ ໂດຍສະເພາະ ໃນໄລຍະທີ່ພົບ MET exon 14 skipping ເຊິ່ງເຊື້ອມະເຮັງຢູ່ໃນໄລຍະແຜ່ກະຈາຍ.

ຂະໜາດບັນຈຸ: 56 ເມັດ/ກ່ອງ.

ເລກທະບຽນ: 10 L 0934/22.
Download Capanib Drug Registration Certificate


ຊື່ທົ່ວໄປ: Capmatinib tablets


ຊື່ຜະລິດຕະພັນ:  Capanib


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Capmatinib…………………200mg


ຂໍ້ບົ່ງໃຊ້:
ໃຊ້ປິ່ນປົວມະເຮັງ ຊະນິດ non-small cell lung cancer (NSCLC) ສຳລັບຜູ້ໃຫຍ່ ໂດຍສະເພາະ ໃນໄລຍະທີ່ພົບ MET exon 14 skipping ເຊິ່ງເຊື້ອມະເຮັງຢູ່ໃນໄລຍະແຜ່ກະຈາຍ.


ວິທີໃຊ້:
•  ໃຊ້ກິນຄັ້ງລະ 2 ເມັດ (400mg) ກິນ 2 ຄັ້ງ ຕໍ່ວັນ ໄລຍະເວລາຫ່າງກັນ 12 ຊມ, ກໍລະນີຄົນເຈັບມີຮາກອອກບໍ່ຄວນໃຫ້ກິນຄືນໃຫມ່ ໃຫ້ສືບຕໍ່ກິນຕາມເວລາທີ່ກຳນົດຖັດໄປ
•  ນໍາໃຊ້ຕໍ່ໄປຈົນກວ່າການປິ່ນປົວຈະໄດ້ຮັບຜົນດີຂຶ້ນ ຫຼື ບໍ່ມີພິດໃດໆເກີດໃນລະຫວ່າງການປິ່ນປົວ.


ຂໍ້ຫ້າມໃຊ້:
• ພິດເບື່ອຂໍ້ຫ້າມຕ່າງໆ ຍັງບໍ່ທັນມີຂໍ້ມູນລາຍງານຈາກການນໍາໃຊ້ໃນປັດຈຸບັນ.


ຄຳເຕືອນ:
•  ຢານີ້ມີຜົນເປັນພິດຕໍ່ເດັກໃນຄັນ ຈຶ່ງຫ້າມໃຊ້ໃນຍິງຖືພາ, ຄວນມີການກວດບົ່ງມະຕິຢືນຢັນກ່ອນການນໍາໃຊ້. ແລະແມ່ຍິງທີຢູ່ໃນການໃຊ້ຢາຄຸມກຳເນີດ ອາດພາໃຫ້ຜົນອອກລິດຂອງຢາເພີ່ມຂຶ້ນ. ດັ່ງນັ້ນ, ກ່ອນໃຊ້ຢາຊະນິດນີ້ ຄວນຢຸດກິນຢາຄຸມຢ່າງຫນ້ອຍຫນຶ່ງອາທິດກ່ອນການນໍາໃຊ້.
•  ຫ້າມໃຊ້ຢານີ້ ໃນໄລຍະທີ່ລ້ຽງລູກດ້ວຍນົມແມ່.
•  ກໍລະນີ ບໍ່ມີຜົນໃນການປິ່ນປົວ ເຮັດໃຫ້ອາການຄົນເຈັບຫນັກຂຶ້ນເຊັ່ນ: ປອດອັກເສບ ຄວນຢຸດການໃຊ້ຢາຊົ່ວຄາວ.


ຜົນຂ້າງຄຽງ:
•  ສາມາດເຮັດໃຫ້ເກີດເປັນແຜບໍລິເວນເຍື່ອຫຸ້ມປອດ, ປອດບວມອັກເສບ ແລະ ເກີດອາການບວມ ຕາມບໍລິເວນຕ່າງໆຂອງຮ່າງກາຍ ເຊັ່ນ: ຫນ້າ, ແຂນ, ຂາ.
•  ເຈັບແໜ້ນໜ້າເອິກ, ຫາຍໃຈບໍ່ສະດວກ, ບໍ່ຢາກເຂົ້າ, ນໍ້າຫນັກຫຼຸດ, ເປັນພິດຕໍ່ຕັບ, ຄັນຕາມຕົນໂຕ, ປຸ້ນທ້ອງ ປວດຮາກ, ຮາກ.


ຮູບແບບ:  ຢາເມັດສີນໍ້າຕານແດງ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:
•  56 ເມັດ/ກ່ອງ.


ການເກັບຮັກສາ: 
• ເກັບຮັກສາໄວ້ໃນກັບກ່ອງເດີມ.
•  ເກັບໄວ້ບ່ອນແຫ້ງ ແລະ ຄວາມຊຸ່ມ ທີ່ມີອຸນຫະພູມຕໍ່າກວ່າ 25°C.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ